ນະຄອນເສີນຕູ ແຂວງເສສວນ ໃນຄວາມສົງຈຳຜູ້ທີ່ໄດ້ໄປພົບເຫັນ

25/09/2024 11:17
Email Print 228
ຂປລ ເປັນຄັ້ງທຳອິດທີ່ຜູ້ຂຽນມີໂອກາດໄດ້ໄປຮ່ວມກອງປະຊຸມການຮ່ວມມືດ້ານສື່ມວນຊົນປະຈຳປີ 2024 ໃນຂອບ ໜຶ່ງແລວ ໜຶ່ງເສັ້ນທາງ.

   *ເປັນຄັ້ງທຳອິດທີ່ຜູ້ຂຽນມີໂອກາດໄດ້ໄປຮ່ວມກອງປະຊຸມການຮ່ວມມືດ້ານສື່ມວນຊົນປະຈຳປີ 2024 ໃນຂອບ ໜຶ່ງແລວ ໜຶ່ງເສັ້ນທາງ, ໂດຍມີຄະນະຜູ້ແທນມາຈາກ 50 ກວ່າປະເທດເຂົ້າຮ່ວມເປົ້າໝາຍຫລັກແມ່ນເພື່ອຊຸກຍູ້ ການພົວພັນແລກປ່ຽນ ແລະ ການຮ່ວມມືໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ຊຶ່ງໄດ້ຈັດຂຶ້ນເມື່ອທ້າຍເດືອນຜ່ານມາ ທີ່ນະຄອນເສີນຕູ ສປ ຈີນ.


   ສຳເລັດກອງປະຊຸມຕາມວາລະຄະນະສື່ມວນຊົນທຸກປະເທດ ແມ່ນມີແຜນໄປທັດສະນະຢ້ຽມຢາມສະຖານທີ່ຕ່າງໆ ເຊັ່ນ: ທ່າຂົນສົ່ງ ລົດໄຟສາກົນເສີນຕູ, 
ຢ້ຽມຢາມສູນຄົ້ນຄວ້າເພາະ ພັນໝີແພນດາ, ຢ້ຽມຢາມ ຫໍພິພິທະພັນຊານຊິງຕຸຍ, ເມືອງບູຮານ, ສະຖານທີ່ທ່ອງທ່ຽວທາງປະຫວັດສາດ-ທຳມະຊາດ ແລະ ອື່ນໆ ຫລາຍກິດຈະກຳທີ່ທາງຄະນະຈັ້ດຕັ້ງເຈົ້າພາບໄດ້ຈັດກຽມໄວ້. ນະຄອນເສີນຕູ ແຂວງເສສວນ ເປັນໜຶ່ງນະຄອນທີ່ມີຄວາມສະອາດສວຍງາມຄູ່ ຂະ ໜານກັບແມ່ນ້ຳຈ່າຫລິງ ມີຄວາມເປັນມາທາງດ້ານປະຫວັດສາດມາຫລາຍພັນປີ, ມີທ່າແຮງທາງດ້ານອຸດສາຫະກຳການທ່ອງທ່ຽວ ເຊັ່ນ: ແຫລ່ງທ່ອງທ່ຽວທາງດ້ານປະຫວັດສາດ, ທຳມະຊາດພູຜາປ່າໄມ້ ແລະ ວັດທະນຳທຳທີ່ເປັນເອກະລັກ, ເປັນນະຄອນທີ່ມີສະພາບແວດລ້ອມທີ່ດີ.

    ຕຶກ-ອາຄານສູງສະງ່າສະຫລັບສັບຫວ່າງໄປຕາມພື້ນທີ່, ໂດຍມີການຈັດສັນຢ່າງເປັນລະບົບ. ສິ່ງສຳຄັນແມ່ນມີການຮັກສາສະພາບແວດລ້ອມ ດ້ວຍການປູກໄມ້ເປັນຫົ່ມເປັນເງົາເຫັນແລ້ວຮູ້ສຶກເຢັນສະບາຍ. ຂົວ ແລະ ເສັ້ນທາງຫລາຍເສັ້ນຫລາຍສາຍ ສະອາດງາມຕາ ສາມາດເວົ້າໄດ້ວ່າບໍ່ມີສິ່ງເປິເປື້ອນ ປະກົດໃຫ້ເຫັນແມ່ນແຕ່ຈຸດດຽວ. ການສັນຈອນກໍມີຄວາມສະດວກສະບາຍ ອາຫານການກີນກໍແຊບ ສິ່ງສຳຄັນຍັງເປັນຊາວນະຄອນທີ່ມີອັດທະຍາໃສດີອີກດ້ວຍ. ຜູ້ຂຽນໄດ້ແຕ່ຄິດໃນໃຈວ່າຖ້າບຸນມີວາດສະໜາສົ່ງຈະຫາໂອກາດມາຢ້ຽມຢາມນະຄອນ ເສີນຕູ ອີກຄັ້ງ.

ບົດ-ຮູບ: ມະນີລັດ


KPL

ຂ່າວອື່ນໆ

ads
ads

Top