ເສີນຕູ່ ນະຄອນທີ່ງາມສະຫງົບ ແຕ່ມີການພັດທະນາຢ່າງວ່ອງໄວ

20/09/2024 08:43
Email Print 4571
ຂປລ ນັບວ່າເປັນຄັ້ງທຳອິດຂອງຜູ້ຂຽນທີ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ທີ່ນະຄອນເສິນຕູ່ ແຂວງເສສວນ ສປ ຈີນ ຂ້ອຍໄດ້ຂຶ້ນຍົນເເຕ່ນະຄອນຫລວງວຽງຈັນ.

 *ນັບວ່າເປັນຄັ້ງທຳອິດຂອງຜູ້ຂຽນທີ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ທີ່ນະຄອນເສິນຕູ່ ແຂວງເສສວນ ສປ ຈີນ ຂ້ອຍໄດ້ຂຶ້ນຍົນເເຕ່ນະຄອນຫລວງວຽງຈັນ ໃນວັນທີ 27 ສິງຫາ ເວລາ 6 ໂມງ (ໂມງລາວ) ແລງ ແລະ ຮອດເດີ່ນບິນເສິນຕູ່ ປະມານ 9 ໂມງເຄິ່ງ ຕອນຄໍ່າ (ໂມງຈີນ)ໃຊ້ເວລາປະມານ 2 ຊົ່ວໂມງເຄິ່ງ. ຫລັງຈາກຮອດເດີ່ນແລ້ວ ກໍ່ມີທິມງານຈາກໜັງສືພິມເສິນຕູ່ມາຮັບຄະນະຜູ້ແທນລາວ ແລະ ຂ້ອຍ ໄປສົ່ງຢູ່ໂຮງແຮມຊີເຕິນ ( seaton) ການເດີນທາງແຕ່ສະໜາມບິນໄປໂຮງແຮມ ຂ້ອຍຮູ້ສຶກວ່າ ເມືອງນີ້ ເປັນເມືອງທີ່ຂ້ອນຂ້າງສະຫງົບ, ຕາມເສັ້ນທາງສະອາດງາມຕາ, ມີອາຄານສູງສວຍງາມ, ບໍ່ມີຄວາມເນືອງນັນ, ມີໄຟແສງສີສະຫວ່າງສະໄຫວຕາມເສັ້ນທາງຈົນຮອດໂຮງແຮມ ແລະ ຂ້ອຍມາສັງເກດເຫັນດອກໄຟທີ່ເຂົາໃສ່ ແມ່ນຄືກັບດອກໄຟທີ່ ຈີນ ມາຊ່ວຍເຫລືອລາວ ຕິດໃສ່ຖະໜົນລ້ານຊ້າງ ແລະ ທາງປະຕູໄຊແບບດຽວກັນເລີຍ.

ຫລັງຈາກນັ້ນ ວັນທີ 28 ແລະ 29 ສິງຫາ ຄະນະຜູ້ແທນລາວ ແລະ ຂ້ອຍ ກໍ່ໄດ້ເຂົ້າຮ່ວມກອງປະຊູມການຮ່ວມມືດ້ານສື່ມວນຊົນ ປະຈຳປີ 2024 ໃນຂອບໜຶ່ງແລວ ໜຶ່ງເສັ້ນທາງ ເຊິ່ງແນໃສ່ຊຸກຍູ້ການພົວພັນແລກປ່ຽນ ແລະ ການຮວ່ມມືຂອງ ລັດຖະບານລາວ ແລະ ສປ ຈີນ. ສຳລັບກອງປະຊຸມແມ່ນໄດ້ຈັດຢູ່ໄກຈາກໂຮງແຮມ ທີ່ພວກຂ້ອຍພັກຢູ່ ຄະນະຜູ້ແທນລາວ ແລະ ຕ່າງປະເທດຈຳນວນຫລາຍ ລົງຈາກລົດເມ ເພື່ອມາເຂົ້າຮ່ວມປະຊຸມ ກໍ່ອົນລະວົນສົນກັນ ພາກັນຈັບກຸ່ມໃຜມັນຖ່າຍຮູບກັບທິວທັດອັນສວຍງາມໃກ້ຄຽງຫໍປະຊຸມ ແລະ ສະຖານທີ່ທີ່ເຂົາປະດັບປະດາເອ້ຍ້ອງຢ່າງສວຍສົດງົດງາມ. ພາຍຫລັງສຳເລັດປະຊຸມ ໃນຕອນບ່າຍຄະນະຜູ້ແທນກໍ່ໄດ້ໄປຢຽມຢາມທ່າຂົນສົ່ງລົດໄຟສາກົນຂອງເສິນຕູ່ ເຊິ່ງມີການຂົນສົ່ງເຄື່ອງໄປຫລາຍປະເທດ ນັບທັງປະເທດລາວກໍ່ມີຈຳນວນບໍ່ໜ້ອຍ ເຊິ່ງມີຂະບວນລົດໄຟ 249 ຖ້ຽວຈາກລາວໄປຫາ ເສິນຕູ່ ມີໄລຍະທາງຈາກວຽງຈັນ ໄປຫາ ເສິນຕູ່ 2.096 km ເຊິ່ງມີການຂົນສົ່ງແຜ່ນແພ, ໝາກໄມ້ ເຄື່ອງເອເລັກໂຕຣນິກ  ແລະ ເຄື່ອງໃຊ້ສອຍປະຈຳວັນ. ໃນຕອນແລງທາງຄະນະ ກໍ່ໄດ້ພາກັນຍ່າງໄປເລາະຊົມເບິ່ງທິວທັດທຳມະຊາດ ຖະໜົນຫົນທາງອ້ອມແອ້ມໂຮງແຮມ ທີ່ພວກເຮົາພັກຢູ່ ນັ້ນກໍ່ສັງເກດເຫັນວ່າ ມີອາຄານສູງຫລາຍຊັ້ນ ທີ່ອອກແບບຢ່າງທັນສະໄໝ ພະນັກງານຢູໜັງສືພິມ ບອກຂ້ອຍວ່າ ແຂວງເສສວນ ເປັນແຂວງທີ່ມີຄວາມສະຫງົບສຸກທີ່ສຸດ ໃນບັຍດາແຂວງຕ່າງໆທີ່ຢູໃນຈີນ, ເປັນແຫລ່ງກຳເນີດຂອງໝີແພນດ້າ ແລະ ສັງເກດເຫັນວ່າ ຢຸ່ຕາມຕົວເມືອງຈະເຫັນສັນຍະລັກ ແລະ ຮູບໝີແພນດ້າ ຢັ່ງຢາຍຫລາຍບ່ອນ ລວມທັງໂຕະກິນເຂົ້າຢູ່ຮ້ານອາຫານ ກໍ່ເອົາຕຸກກະຕາໝີແພນດ້າໄປຕັ້ງໄວ້. ສຳລັບຫ້ອງນອນຢູ່ໂຮງແຮມ ທີ່ພວກຂ້ອຍພັກ ກໍ່ມີຕຸກກະຕາໝີແພນດ້າ ແລະ ເຮັດເຂົ້າໜົມຊອກໂກແລັດເປັນຮູບໝີແພນດ້າໃນຫ້ອງນອນ.

ການເດີນທາງໄປນະຄອນເສີນຕູ່ ແຂວງເສສວນຄັນີ້ ຄະນະຜູ້ແທນລາວ ແລະ ຕ່າງປະເທດ ໄດ້ໄປຢ້ຽມຊົມແຫລ່ງທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທຳຫລາຍແຫ່ງເປັນຕົ້ນ:  ຫໍວາງສະແດງ, ຫໍພິພິດຕະພັນ, ຫໍວັດທະນະທຳ, ຖະໜົນບູຮານເກົ່າແກ່, ວັດວາອາຮາມທີ່ໃຫຍ່ຫລາຍແຫ່ງ ແລະ ສະຖານທີ່ເສດຖະກິດ  ເຊິ່ງມີທັງຂອງພາກລັດ ແລະ ເອກະຊົນລົງທຶນ ໃນ ສປ ຈີນ ແລະ ແຫລ່ງທີ່ມາ ຫລື ບ່ອນເກີດຂອງໝີແພນດ້າ ເບິ່ງແລ້ວໃຜກໍ່ຮູ້ສຶກຕື່ນເຕັ້ນດີໃຈ ໂດຍສະເພາະຂ້ອຍເອງກໍ່ຮູ້ສຶກວ່າ ດີເນາະ ທີ່ເພິ່ນພາມາເບິ່ງໝີແພນດ້າ ເຊິ່ງວ່າຢູ່ບ້ານຂ້ອຍກໍ່ບໍ່ມີ ແລະ ບໍ່ເຄີຍເຫັນຈັກເທື່ອ ໝີແພນດ້າເປັນສັດທີ່ລ້ຽງດ້ວຍໄມ້ໄຜ່ ມັກຢູ່ບ່ອນອາກາດທີ່ໜາວເຢັນ ແລະ ເປັນສັດທີ່ໃກ້ຈະສູນພັນ ຖ້າບໍ່ອະນຸລັກຮັກສາໄວ້ ເພາະມັນເກີດລູກຍາກ ແລະ ມີລູກໜ້ອຍ ມັນມີອາຍຸຫລາຍສຸດພຽງແຕ່ 38 ປີເທົ່ານັ້ນ. ທົ່ວປະເທດຈີນ ຍັງມີໝີແພນດ້າ ແຕ່ 2.600 ໂຕເທົ່ານັ້ນ ຢູ່ໃນປ່າມີປະມານ  1.800 ກວ່າໂຕ ແລະ ຢູ່ໃນສວນມີປະມານ   700 ກວ່າໂຕ ມັນມັກຢູ່ອຸນະພຸມ 20 ອົງສາລົງມາບໍ່ມັກອາກາດຮ້ອນ ນໍ້າໜັກຂອງໝີແພນດ້າ ມີປະມານ 20 ຫາ 40 ກິໂລ. ໃນການໄປທ່ຽວຊົມຄະນະຜູ້ແທນລາວ ແລະ ແຂກຕ່າງປະເທດ ຕ່າງກໍ່ຍ້ອງຍໍສັນເສີນ ປະເທດຈີນວ່າ ເປັນປະເທດທີ່ພັດທະນາໄວ, ມີເຕັກໂນໂລຊີທັນສະໄໝ ແລະ ສາມາດພັດທະນາໃຫ້ປະເທດຊາດຮຸ່ງເຮືອງສີວິໄລໄດ້ຢ່າງໄວວາ.

            ໂດຍ: ວິນນາລີ
KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top