ຕາດນ້ຳນົ່ວ ໃນຖິ່ນກຳເນີດຂອງການປະຕິວັດ

27/09/2024 07:22
Email Print 4504
ຂປລ ຕາດນໍ້ານົ່ວ ແມ່ນນອນໃນ ໜຶ່ງຂອງຫລາຍແຫລ່ງທ່ອງທ່ຽວທໍາມະຊາດທີ່ໜ້າປະທັບໃຈໃນພາກເໜືອຂອງລາວ, ຕັ້ງຢູ່ແຂວງຫົວພັນ, ມີຄວາມເລິກ ວັດແທກໄດ້ຈາກຈຸດສູງນໍ້າຕົກລົງສູ່ພື້ນນໍ້າເຖິງ 80 ແມັດ.

*ຕາດນໍ້ານົ່ວ ແມ່ນນອນໃນ ໜຶ່ງຂອງຫລາຍແຫລ່ງທ່ອງທ່ຽວທໍາມະຊາດທີ່ໜ້າປະທັບໃຈໃນພາກເໜືອຂອງລາວ, ຕັ້ງຢູ່ແຂວງຫົວພັນ, ມີຄວາມເລິກ ວັດແທກໄດ້ຈາກຈຸດສູງນໍ້າຕົກລົງສູ່ພື້ນນໍ້າເຖິງ 80 ແມັດ. ຊຸມປີ 2017-218 ຜ່ານມາ, ແຂວງຫົວພັນ ອະນຸຍາດໃຫ້ບໍລິສັດ ບຸນທະວີຊັບ ກໍ່ສ້າງສ້ອມແປງຂົວທາງ ແລະ ຊົນລະປະທານຈຳກັດລົງທຶນສຳປະທານທີ່ດິນຂອງລັດ ເພື່ອພັດທະນາສ້າງເປັນແຫລ່ງທ່ອງທ່ຽວທຳມະຊາດຕາດນ້ຳນົ່ວຢູ່ບ້ານວັງໄຮ, ບ້ານນາແທ່ນ ແລະ ບ້ານຫາງລ້ອງເມືອງວຽງໄຊ ແຕ່ມາຮອດປັດຈຸບັນນີ້ ໄດ້ສໍາເລັດ ແລະ ເປີດໃຫ້ບໍລິການນັກທ່ອງທ່ຽວແລ້ວ.

ໂຄງການດັ່ງກ່າວ ມີເນື້ອທີ່ດິນທັງໝົດ 183 ກວ່າເຮັກຕາ, ໃນນີ້ເຂດເນື້ອທີ່ການກໍ່ສ້າງ ສຳປະທານຕົວຈິງມີ 8 ເຮັກຕາກວ່າ ແລະ ໄດ້ແບ່ງອອກເປັນ 2 ເຂດຄື: ເຂດກໍ່ສ້າງຖາວອນ ແລະ ເຂດຄຸ້ມຄອງໂຄງການ, ລວມມູນຄ່າການລົງທຶນເກືອບ 6 ລ້ານໂດລາສະຫະລັດໂດຍມີອາຍຸສຳປະທານ 70 ປີ ເມື່ອໝົດກຳນົດແມ່ນສາມາດຕໍ່ໄດ້. ຈຸດປະສົງຂອງການ ສ້າງໂຄງການແມ່ນສ້າງເປັນແຫລ່ງທ່ອງທ່ຽວ ທີ່ສາມາດຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ທັງເປັນການປົກປັກຮັກສາທຳມະຊາດ ໃຫ້ມີຄວາມຍືນຍົງຕະຫລອດໄປ ແລະ ເປັນການສ້າງລາຍຮັບທີ່ໝັ້ນຄົງໃຫ້ພໍ່ແມ່ປະຊາຊົນທີ່ຢູ່ເຂດດັ່ງກ່າວ ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນ ແລະ ຄ່ອຍໆຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ຕາດນ້ຳນົ່ວເປັນຕາດນໍ້າຕົກ ທໍາມະຊາດທີ່ອອ້ມລ້ອມເຕັມໄປດ້ວຍພູຜາປ່າດົງ ແລະ ຊີວະນາໆພັນທີ່ຍັງອຸດົມສົມບູນ ເຊິ່ງມັນມີຄວາມສວຍງາມຫລາຍໂດຍສະເພາະຖ້າໄປທ່ຽວໃນໄລຍະທ້າຍລະດູຝົນຈະເຫັນປະລິມານນໍ້າຫລາຍ ແລະ ມີສັດສາວາສິ່ງມາຫລິ້ນຢ່າງຫລວງຫລາຍຍ້ອນວ່າ ເຂດນໍ້າຕົກແຫ່ງນີ້ບໍ່ໄດ້ຢູ່ໃນເສັ້ນທາງຜ່ານໄປມາຫລາຍ ແລະ ບໍ່ແມ່ນເສັ້ນທາງການທ່ອງທ່ຽວທົ່ວໄປ ສະນັ້ນ ມັນຈຶ່ງຍັງຄົງຄວາມງົດງາມ ແລະ ສະຫງົບສຸກໄວ້ຢ່າງດີ.

ຖ້າທ່ານໃດມີຄວາມສົນໃຈຢາກໄປສໍາຜັດມາທາງນີ້ພວກເຮົາຈະແນະນໍາໃຫ້ຮູ້ດັ່ງນີ້: ຕາດນ້ຳນົ່ວ ຕັ້ງຢູ່ກິໂລແມັດທີ 22 ລະຫ່ວາງທາງຈາກຊຳເໜືອ-ວຽງໄຊເປັນທາງປູຢາງສາມາດນັ່ງ ຫລື ຂັບລົດໃຫຍ່ ແລະ ລົດຈັກໄປໄດ້ສະດວກ.

 ໂດຍ: ເກີດຂວັນໃຈ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top