ສິນຄ້າໂອດັອບຂອງໄຊສົມບູນ ພວມໄດ້ຮັບຄວາມນິຍົມ

20/06/2024 11:06
Email Print 633
ຂປລ ເຫລົ້າຜາແດງຈາກເຂົ້າໜຽວແມ່ນ ຜະລິດຕະພັນທີ່ມີຊື່ສຽງ ຂອງແຂວງໄຊສົມບູນ ພວມໄດ້ຮັບຄວາມນິຍົມຢ່າງກວ້າງຂວາງ ຖ້າທ່ານໃດມີໂອກາດໄປຢ້ຽມຢາມແຂວງດັ່ງກ່າວ ຕ້ອງຄິດເຖິງເຫລົ້າຜາແດງ ເພື່ອເປັນຂອງຝາກຂອງຕ້ອນ.

    *ເຫລົ້າຜາແດງຈາກເຂົ້າໜຽວແມ່ນ ຜະລິດຕະພັນທີ່ມີຊື່ສຽງ ຂອງແຂວງໄຊສົມບູນ ພວມໄດ້ຮັບຄວາມນິຍົມຢ່າງກວ້າງຂວາງ ຖ້າທ່ານໃດມີໂອກາດໄປຢ້ຽມຢາມແຂວງດັ່ງກ່າວ ຕ້ອງຄິດເຖິງເຫລົ້າຜາແດງ ເພື່ອເປັນຂອງຝາກຂອງຕ້ອນ ເນື່ອງຈາກວ່າເຫລົ້າຜາແດງ ແມ່ນເຫລົ້າທີ່ປະ ຊາຊົນຕົ້ມແບບວິທີທໍາມະຊາດ ຈຶ່ງມີກິ່ນຫອມ ແລະ ເວເວລາດື່ມແລ້ວບໍ່ບາດຄໍ. ສະນັ້ນ, ຈຶ່ງເຮັດໃຫ້ເຫລົ້າຜາແດງເປັນທີ່ນິຍົມຊົມຊອບຈາກແຂກທ່ີມາຢ້ຽມຢາມ ຈົນເຮັດໃຫ້ເຫລົ້າຜາແດງເປັນເຫລົ້າອີກຫຍີ່ຫໍ້ໜຶ່ງທີ່ເປັນເອກະລັກຂອງ  ແຂວງໄຊສົມບູນ ຈົນໄດ້ຮັບກາໝາຍໂອດັອບຂອງແຂວງ.

    ທ່ານນາງ ຫລ້າ ແສນຫົວພັນ ພັນລະຍາຂອງສະຫາຍ ພັນຕີ ພະລັງສອນ ໄດ້ເວົ້າສູ່ຟັງວ່າ: ສໍາລັບການຕົ້ມເຫລົ້າຂາຍນັ້ນ ຕົນເອງກໍ່ມີພື້ນຖານເຄີຍຕົ້ມມາກ່ອນແລ້ວ ແຕ່ຕອນຢູ່ນຳພໍ່ແມ່ຢູ່ບ້ານ ແລະ ເພິ່ນກໍ່ໄດ້ແນະນຳວິທີ, ຂັ້ນຕອນ ແລະ ສູດຂອງການຕົ້ມເຫລົ້າ. ດັ່ງນັ້ນ ຈຶ່ງໄດ້ນຳເອົາບົດຮຽນດັ່ງກ່າວມາລົງມືເຮັດເອງ, ທຳອິດແມ່ນທົດລອງຕົ້ມໝໍ້ 1 ກ່ອນ, ເມື່ອເຫັນວ່າຜົນຕອບຮັບໄດ້ດີຈິ່ງຄ່ອຍຂະຫຍາຍອອກເພີ່ມເປັນ 2 ໝໍ້ໃນປັດຈຸບັນ, ສ່ວນຂັ້ນຕອນໃນການຕົ້ມມັນກໍ່ບໍ່ຍາກປານໃດ, ຂໍ້ສະດວກກໍ່ມີຫລາຍດ້ານ ບໍ່ວ່າຈະເປັນສະຖານທີ່, ວັດຖຸດິບສະໜອງເຂົ້າໃນການຕົ້ມເຫລົ້າ ແລະ ການໃຊ້ແຮງງານກ່ໍບ່ໍຫລາຍ ໂດຍອາໄສຄວາມດຸໝັ່ນເອົາໃຈໃສ່ກວດກາ,  ເບິ່ງແຍງໃສ່ຟື້ນໃຫ້ໄຟແຮງເປັນປົກກະຕິບໍ່ໃຫ້ຂາດໃນເວລາຕົ້ມ ກໍ່ຈະເຮັດໃຫ້ນໍ້າເຫລົ້າອອກມາສະເໝີ ແລະ ໄດ້ຕາມຄຸນນະພາບທີ່ເຮົາຕ້ອງການ, ສ່ວນຂີ້ເຫລົ້າກໍ່ສາມາດເອົາມາເປັນອາຫານໃຫ້ສັດລ້ຽງຕ່ືມອີກ, ຫລັງຈາກເຮັດມາໄດ້ໄລຍະໜຶ່ງເຫັນວ່າໄດ້ຮັບຜົນດີສາມາດຫລຸດຜ່ອນຕົ້ນທຶນໃນການຊື້ຫົວອາຫານໄດ້ເຖິງ 50%.

    ນອກນີ້ ທາງເມືອງອະນຸວົງ ແຂວງໄຊສົມບູນ ຍັງໄດ້ສົ່ງເສີມໃຫ້ແຕ່ລະຄອບຄົວທີ່ມເງື່ອນໄຂ, ທ່າແຮງໃນການຕົ້ມເຫລົ້າ ເພື່ອສ້າງເປັນຜະລິດຕະພັນສິນຄ້າໂອດັອບ ຂອງແຂວງໄຊສົມບູນ, ສຳລັບເຫລົ້າຂອງ ຂ້າພະເຈົ້າມີຊື່ເອີ້ນວ່າ: “ເຫລົ້າຜາແດງ ໄຊສົມບູນ”, ມີຂະໝາດແຕ່ 350 ເຖິງ 1.000 ມິນລີລິດ, ລາຄາເລີ່ມຕົ້ນ 120.000 ກີບ ເຖິງ 170.000 ກີບ, ສະເລ່ຍເດືອນໜຶ່ງສາມາດຕົ້ມເຫລົ້າ ໄດ້ບໍ່ຕໍ່າກວ່າ 3000 ລິດ. ທ່ານ ນາງ ຫລ້າ   ເວົ້າເສີມວ່າ: ປັດຈຸບັນເຫລົ້າຜາແດງ ໄຊສົມບູນ ແມ່ນໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດຢ່າງກວ້າງຂວາງ  ແລະ ກາຍເປັນຜະລິດຕະພັນສິນຄ້າໂອດັອບຂອງແຂວງໄຊສົມບູນ  ເຊິ່ງມີລູກຄ້າທັງພາຍໃນ ແລະ ຕ່າງປະເທດ ໄດ້ສັ່ງຜະລິດເຫລົ້າຜາແດງໄຊສົມບູນ ຈຳນວນຫລາຍ ໂດຍສະເພາະແມ່ນລູກຄ້າຈາກ ສປ ຈີນ, ສສ ຫວຽດນາມ. ໂດຍສັງລວມແລ້ວໃນປີໜຶ່ງສາມາດສ້າງລາຍຮັບໄດ້ຈາກການຕົ້ມເຫລົ້າຂາຍໄດ້ຫລາຍ ຮ້ອຍລ້ານກີບ/ປີ.

ບົດໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top