ບ້ານຄອນ-ດອນເດດປາຍທາງທ່ອງທ່ຽວທີ່ໜ້າຄົ້ນຫາ

20/06/2024 10:18
Email Print 2093
ຂປລ ບ້ານຄອນ-ດອນເດດ ເມືອງໂຂງ ແຂວງຈຳປາສັກ ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທໍາມະຊາດ ທີ່ໄດ້ຮັບຄວາມນິຍົມອັນດັບຕົ້ນໆຂອງປະເທດລາວ ເຊິ່ງຕັ້ງຢູ່ສະພາບແວດລ້ອມທີ່ມີເກາະດອນນ້ອຍໃຫຍ່ສະຫລັບສັບຊ້ອນກັນ“4.000 ດອນ“, ຫລີຜີໄຂ່ມຸກແຫ່ງອາຊີ, ຕໍານານລົດໄຟຍຸກຝຣັ່ງເຂົ້າມາລາວ 100 ກວ່າປີ ເຊິ່ງກາຍທ່າແຮງບົມຊ້ອນຢ່າງໃຫຍ່ຫລວງສໍາລັບການທ່ອງທ່ຽວ.

     *ບ້ານຄອນ-ດອນເດດ ເມືອງໂຂງ ແຂວງຈຳປາສັກ ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທໍາມະຊາດ ທີ່ໄດ້ຮັບຄວາມນິຍົມອັນດັບຕົ້ນໆຂອງປະເທດລາວ ເຊິ່ງຕັ້ງຢູ່ສະພາບແວດລ້ອມທີ່ມີເກາະດອນນ້ອຍໃຫຍ່ສະຫລັບສັບຊ້ອນກັນ“4.000 ດອນ“, ຫລີຜີໄຂ່ມຸກແຫ່ງອາຊີ, ຕໍານານລົດໄຟຍຸກຝຣັ່ງເຂົ້າມາລາວ 100 ກວ່າປີ ເຊິ່ງກາຍທ່າແຮງບົມຊ້ອນຢ່າງໃຫຍ່ຫລວງສໍາລັບການທ່ອງທ່ຽວ.


    ດັ່ງທີ່ຮູ້ນໍາກັນ, ບ້ານຄອນ-ດອນເດດ ຕ້ັງກາງແມ່ນນໍ້າຂອງໄດ້ກາຍເປັນຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວ ໂດຍສະເພາະໃນກຸ່ມນັກທ່ອງທ່ຽວໄວໜຸ່ມຕ່າງປະເທດ. ແຕ່ກ່ອນຢູ່ດອນແຫ່ງນີ້ບໍ່ມີກະແສໄຟຟ້າໃຊ້, ການດໍາລົງຊີວິດຂອງປະຊາຊົນແບບທໍາມະຊາດດັ້ງເດີມ, ຈິ່ງເປັນທີ່ນິຍົມຂອງບັນດານັກທ່ອງທ່ຽວແບບພະຈົນໄພ, ປະຊາຊົນໃນຂົງເຂດນັ້ນໃຊ້ຊິວິດຕິດພັນກັບທຳມະຊາດ.


     ນັກທ່ອງ ທ່ຽວບາງຄົນໄດ້ມາພັກເຊົາຢູ່ດອນຄອນ-ດອນເດດ ປະມານ 2-3  ມື້ ຫລື ບາງຄົນກໍມາປັກຫລັກສ້າງຮາກຖານເລີຍຍ້ອນຕິດໃຈທຳມະຊາດກາງດອນອັນງຽບສະຫງົບ. ດອນເດດຢູ່ທາງເບື້ອງເໜືອ, ດອນຄອນຢູ່ທາງເບື້ອງໃຕ້ທັງສອງດອນເຕັມໄປດ້ວຍກິ່ນອາຍຂອງບ້ານເຮືອນເກົ່າສະໄໝອານານິຄົມຝຣັ່ງ, ມີຫາດຊາຍຫລາຍແຫ່ງ, ເຮືອນພັກບັງກະໂລໄມ້ໄຜ່ລາຄາປະຫຍັດແບບທຳມະຊາດ, ມີສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈເຊັ່ນ: ທາງລົດໄຟເກົ່າ, ຊາກຫົວລົດໄຟ, ຂົວທີ່ສ້າງໃນສະໄໝຝຣັ່ງ, ມີນ້ຳຕົກນ້ອຍໃຫຍ່ເປັນຈຳນວນຫລາຍ, ມີສິ່ງອຳນວຍຄວາມສະດວກກະ ຈາຍຢູ່ທົ່ວທັງດອນຖືເປັນສະຫວັນຂອງນັກທ່ອງທ່ຽວ ທີ່ຕ້ອງການມາພັກຜ່ອນກັບທຳມະຊາດທີ່ປັດຕິເສດບໍ່ໄດ້.

    ຖ້າທ່ານໃດຕ້ອງການຢາກໄປ ສໍາຜັດທີ່ນັ້ນ, ຂໍແນະນໍາໄປຮອດປາກເຊໂດຍທາງລົດ ຫລື ທາງອາກາດກໍແລ້ວແຕ່ຕໍ່ມາໄປໃຫ້ຊອກຫາຂີ່ລົດສອງແຖວບໍລິເວນຕະຫລາດດາວເຮືອງມີລົດໄປນາກະສັງ ລາຄາປະມານ 1 ແສນກວ່າກີບຕ່ໍຄົນ, ເມ່ືອໄປຮອດນາກະສັງຕ້ອງໄດ້ຂີ່ເຮືອໄປດອນເດດ-ດອນຄອນ ຄ່າເຮືອ ປະມານ 20.000-30.000 ກີບຕໍ່ຄົນ, ໃນດອນເດດ-ດອນຄອນ ມີຫ້ອງພັກລາຄາແຕ່ 100.000 ກີບຕໍ່ຄົນຕໍ່ຄືນ, ໂຮງແຮມລາຄາ 200.000 ກີບຕໍ່ຄົນຕໍ່ຄືນ ແຕ່ຂຶ້ນກັບເງື່ອນໄຂຕົວຈິງ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top