ບັນດາສະມາຊິກອາຊຽນໃຫ້ຄວາມສົນໃຈເຂົ້າຮ່ວມກຸ່ມບຣິກ

19/06/2024 09:42
Email Print 781
ຂປລ ທ່ານຮູ້ບໍ່, ບຣິກ ຫລື BRICSແມ່ນຫຍັງ? ແລະ ເປັນຫຍັງຫລາຍຊາດຈິ່ງໃຫ້ຄວາມສົນໃຈກ່ຽວກັບ ບຣິກ? ມ້ືນີ້ຈະພາທ່ານໄປຮູ້ຈັກເບື້ອງໜ້າເບື້ອງຫລັງ ແລະ ຄວາມຈິງຂອງ ບຣິກ ຕາມໂຕຫຍໍ້ອັກສອນພາສາອັງກິດແມ່ນ BRICS ມາຈາກ Brazil, Russia, India and China, South Africa (ບຣາຊິນ, ຣັດເຊຍ, ອິນເດຍ, ສປ ຈີນ, ອາຟຣິກກາໃຕ້).

   *ທ່ານຮູ້ບໍ່, ບຣິກ ຫລື BRICSແມ່ນຫຍັງ?  ແລະ ເປັນຫຍັງຫລາຍຊາດຈິ່ງໃຫ້ຄວາມສົນໃຈກ່ຽວກັບ ບຣິກ? ມ້ືນີ້ຈະພາທ່ານໄປຮູ້ຈັກເບື້ອງໜ້າເບື້ອງຫລັງ ແລະ ຄວາມຈິງຂອງ ບຣິກ ຕາມໂຕຫຍໍ້ອັກສອນພາສາອັງກິດແມ່ນ BRICS ມາຈາກ Brazil, Russia, India and China, South Africa (ບຣາຊິນ, ຣັດເຊຍ, ອິນເດຍ, ສປ ຈີນ, ອາຟຣິກກາໃຕ້) ເຊິ່ງເປັນການຮ່ວມກຸ່ມກັນຂອງບັນດາປະເທດຕະຫລາດ ເກີດໃໝ່ທີ່ມີຂະໜາດໃຫຍ່ ປັດຈຸບັນມສະມາຊິກທັງໝົດປະມານ10 ປະເທດ. ຄວາມຈິງກຸ່ມບຣິກນີ້ຫາກໍເລີ່ມກ່ໍ ຕັ້ງໃໝ່ໃນປີ 2006 ໃນເບື້ອງຕົ້ນມີພຽງ ແຕ່ 4 ສະມາຊິກ  ແລະ ຕໍ່ມາໃນປີ 2010 ອາຟຣິກກາໃຕ້ໄດ້ສະເໜີເຂົ້າຮ່ວມກຸ່ມ ບຣິກ. 

 

     ເມື່ອກຸ່ມດັ່ງກ່າວໂຮມເຂົ້າກັນຫລາຍຂຶ້ນຈະກາຍເປັນກຸ່ມຮ່ວມມືທາງດ້ານເສດຖະກິດຂະໜາດໃຫຍ່ທີ່ສຸດ ໂດຍມີປະຊາກອນເກືອບ 4 ຕື້ຄົນ ຫລື ປະມານ 45% ຂອງປະຊາກອນໂລກ, ຂະໜາດເສດຖະກິດຈະມີມູນຄ່າເຖິງ 28.5 ລ້ານໆໂດລາ ຫລື ປະມານ 28% ຂອງມູນຄ່າຮ່ວມເສດຖະກິດໂລກ ແລະ ຍັງເປັນຜູ້ຜະລິດນ້ໍາມັນດິບປ້ອນຕະຫລາດໂລກປະມານ 44%. ເຖິງແນວດໃດກໍດີ ບັນດາ 10 ປະ ເທດສະມາຊິກອາຊຽນ ໃນນັ້ນມີຫລາຍປະເທດພວມໃຫ້ຄວາມສົນໃຈ ແລະ ສະເໜີຊື່ເຂົ້າເປັນສະມາຊິກຂອງບຣິກ ໂດຍຫວັງວ່າຈະຮັບຜົນປະໂຫຍດທາງກົງ ແລະ ທາງອອ້ມດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ. ຫວ່າງບໍ່ດົນມານີ້, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ເຊີເກ ລາບຣົບ (Sergey Lavrov), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນຣັດເຊຍ, ໃນຖານະປະທານກຸ່ມ BRICS 2024 ເຊິ່ງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງປະເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ (International Relations Meeting ‘BRICS Dialogue with Developing Countries’) ໃນວັນທີ 11 ມິຖຸນາ 2024 ທີ່ ເມືອງ Nizhny Novgorod, ສະຫະພັນ ຣັດເຊຍ, ກອງປະຊຸມຄັ້ງປະກອບມີກອງປະຊຸມປິ່ນອ້ອມ ພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຫລາຍຝ່າຍ ເພື່ອຄວາມສະເໝີພາບ ດ້ານການພັດທະນາ ແລະ ຄວາມໝັ້ນຄົງຂອງໂລກ” (Strengthening Multilateralism for Equitable Global Development and Security).

    ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລືລະດັບລັດຖະມົນຕີ ກ່ຽວກັບບັນຫາພົ້ນເດັ່ນໃນພາກພື້ນ ແລະ ສາກົນ ໂດຍສະເພາະການເພິ່ມທະວີການຮ່ວມມື ເພື່ອການພັດທະນາແບບຍືນຍົງ ແລະ ຮັກສາຄວາມໝັ້ນຄົງຂອງໂລກ ລະຫວ່າງ ບັນດາປະເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ຈາກພາກພື້ນເຂດໂລກໃຕ ແລະ ຕາເວັນອອກ ຈາກ 22 ປະເທດ ຄື: ສ.ຣັດເຊຍ, ອາຟຣິກກາໃຕ້, ສະຫະນະຄອນ ເອມີຣັດ ອາຣັບ, ບຣາຊິນ, ສປ ຈີນ, ເອຢິບ, ເອທິໂອປີ, ອິນເດຍ, ອີຣ່ານ, ອາຣັບບີ ຊາອຸດິ, ອານເຊລີ, ບຣາເຣນ, ບັງກຣາເທດ, ເບລາຣຸດຊີ, ກູບາ, ກາຊັກສະຖານ, ສປປ ລາວ, ໂມຣິຕານີ, ນີເຊຣີ, ສີລັງກາ, ໄທ, ຕັວກກີ, ເວເນຊູເອລາ ແລະ ສສ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ມີຄຳເຫັນຮ່ວມກັບບັນດາປະເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາທີ່ເຂົ້າຮ່ວມ ເຊິ່ງໄດ້ຍົກໃຫ້ເຫັນປັດຈຸບັນປະຊາຄົມໂລກ ກຳລັງຜະເຊີນໜ້າກັບບັນດາສິ່ງທ້າທາຍທັງໃນດ້ານການເມືອງ ແລະ ເສດຖະກິທີ່ບໍ່ສາມາດຄາດຄະເນ ໄດ້ອັນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫລວງຕໍ່ປະຊາຄົມໂລກ ສປປ ລາວ ເຫັນວ່າຄວາມສາມັກຄີ, ການສະໜັບສະໜູນເຊິ່ງກັນ ແລະ ກັນບົນຫລັກການຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຄວາມພະຍາຍາມຮ່ວມກັນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຫລາຍຝ່າຍ ແມ່ນມີຄວາມສຳຄັນທີ່ຈຳເປັນ ແລະ ຂາດບໍ່ໄດ້ສຳລັບປະເທດກຳລັງພັດທະນາ, ທັງນີ້ກໍ່ເພື່ອເປັນການສືບຕໍ່ຮັກສາ ແລະ ສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ນຳເອົາຄວາມສົມບູນພູນສຸກມາສູ່ພາກພື້ນ ແລະ ທົ່ວໂລກ.

    ພ້ອມດຽວກັນ, ສປປ ລາວ ເຫັນວ່າຂອບການຮ່ວມມືກຸ່ມ BRICS ເປັນກົນໄກການຮ່ວມມືໜຶ່ງທີ່ສຳຄັນຂອງໂລກໃນປັດຈຸບັນ, ເຊິ່ງ BRICS ມີປະ ຊາກອນລວມກັນເກືອບ 50% ຂອງໂລກ ແລະ ມີຂະໜາດເສດຖະກິດກວມ ເອົາ 1/3 ຂອງ GDP ທົ່ວໂລກ, ອັນໄດ້ເຮັດໃຫ້ BRICS ມີຄວາມພົ້ນເດັ່ນໃນການເຄື່ອນໄຫວວຽກງານການຕ່າງປະເທດ. ດ້ວຍເຫດຜົນນີ້, ສປປ ລາວ ຈຶ່ງຄາດຫວັງໃຫ້ BRICS ເພີ່ມບົດບາດຂອງຕົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຫລາຍຝ່າຍໃນການສົ່ງເສີມການພັດທະນາ ແລະ ຄວາມໝ້ັນຄົງຂອງໂລກເພື່ອຕ້ານກັບລັດທິຝ່າຍດຽວ ແລະ ສອງມາດຕະຖານ. ນອກຈາກນີ້, ຍັງໄດ້ຍົກໃຫ້ເຫັນ ວ່າສະພາບເງື່ອນໄຂດ້ານພູມສາດການເມືອງໃນປະຈຸບັນ ບໍ່ໄດ້ຕອບສະໜອງເງື່ອນໄຂທີ່ເໝາະສົມໃນການພັດທະນາ ຕາມທີ່ໄດ້ກຳນົດໃນບົດລາຍງານຂອງອົງການສະຫະປະຊາຊາດ ກໍຄືການຈັດຕັ້ງປະຕິບັດວາລະ 2030  ເຊິ່ງ ສປປ ລາວ ເຊື່ອໝັ້ນວ່າ BRICS ຈະສາມາດເປັນກົນໄກທີ່ເຂັ້ມແຂງເພື່ອຊຸກຍູ້ການສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງໃນຕໍ່ໜ້າ. ສຳລັບການເປັນປະທານອາຊຽນ 2024 ຂອງ ສປປ ລາວ ນັ້ນ, ສປປ ລາວ ໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ ກໍຄືຄຳຂວັນຂອງອາຊຽນ 2024, ເຊິ່ງໄດ້ສືບຕໍ່ຮັກສາຫລັກການການ ຮ່ວມມືຫລາຍຝ່າຍ, ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢ່າງສະເໝີພາບ.

    ນັບແຕ່ການສ້າງຕັ້ງອາຊຽນ ປີ 1967 ແລະ ການລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື, ອາຊຽນ ໄດ້ຮັດແໜ້ນຄວາມສາມັກຄີ ແລະ ເປັນແກນກາງໃນການດຶງດູດການຮ່ວມມືທີ່ເປັນປະໂຫຍດຈາກບັນດາຄູ່ຮ່ວມມືພາຍນອກ ເຊິ່ງປັດຈຸບັນອາຊຽນມີີຄູ່ຮ່ວມມືຫລາຍກວ່າ 54 ປະເທດ ອັນໄດ້ກາຍເປັນສິ່ງທີ່ຢັ້ງຢືນການຮ່ວມມືຂອງອາຊຽນ ບົນຫລັກການການຮ່ວມມືຫລາຍຝ່າຍ ແລະ ສົ່ງເສີມການພັດທະນາຂອງໂລກ. ລະຫວ່າງກອງປະຊຸມ ຍັງໄດ້ມີມະຕິເຫັນດີເອກະພາບສືບຕໍ່ຮັບເອົາສະມາຊິກໃໝ່  ແລະ ຂະຫຍາຍສະມາ ຊິກໃໝ່ເພີ່ມຂຶ້ນບົນລະບຽບຫລັກການ ແລະ ຂໍ້ກໍານົດທີ່ຖືກຕ້ອງ ເຊິ່ງຈຸດປະສົງຂອງກຸ່ມບຣິກ ແມ່ນການສົ່ງເສີມການຮ່ວມມືພາຍໃຕ້ 3 ເສົາຄໍ້າຄື: ການເມືອງ ແລະ ຄວາມໝັ້ນຄົງ; ເສດຖະກິດ ແລະ ການເງິນ ແລະ ດ້ານວັດທະນະທໍາ.

ໂດຍ:ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ປິດລົງດ້ວຍຜົນສຳເລັດອັນຈົບງາມອາຊຽນ ASEAN

      ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ປິດລົງດ້ວຍຜົນສຳເລັດອັນຈົບງາມ

      9/27/2024 7:10:42 PM

      ຂປລ. ກອງປະຊຸມລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 42 ປິດລົງດ້ວຍຜົນສຳເລັດອັນຈົບ ງາມ ໃນຕອນບ່າຍຂອງວັນທີ 26 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທັງເປັນປະທານກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກປະເທດສະມາຊິກອາຊຽນ ແລະປະເທດ ຕີມໍ​ແລັດສະເຕ, ຮອງເລຂາທິການອາຊຽນ, ກອງເລຂາອາຊຽນ, ສູນພະລັງງານຂອງອາຊຽນເຂົ້າຮ່ວມ.

    • ລັດຖະມົນຕີສະພາປະຊາຄົມວັດທະນະທຳ- ສັງຄົມອາຊຽນ ຮັບຮອງເອົາຫລາຍເອກະສານສຳຄັນອາຊຽນ ASEAN

      ລັດຖະມົນຕີສະພາປະຊາຄົມວັດທະນະທຳ- ສັງຄົມອາຊຽນ ຮັບຮອງເອົາຫລາຍເອກະສານສຳຄັນ

      9/26/2024 4:50:29 PM

      ຂປລ. ກອງປະຊຸມ ລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນ ໃນວັນທີ 26 ກັນຍາ 2024 ນີ້, ໄດ້ປິດລົງດ້ວຍຜົນສຳເລັດ ເຊິ່ງກອງປະຊຸມ ໄດ້ປຶກສາຫາລື ແລະ ຕົກລົງຮັບຮອງເອົາ ຫລາຍບັນຫາສຳຄັນ ເປັນຕົ້ນຮັບຮອງເອົາຖະແຫລງການ ແລະ ເອກະສານສຳຄັນຂອງອາຊຽນ ຈຳນວນ 29 ສະບັບ ເພື່ອນຳສະເໜີຕໍ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ເຊິ່ງຈະຈັດຂຶ້ນໃນຕົ້ນເດືອນຕຸລາ 2024 ພິຈາລະ ນາຮັບຮອງ ຫລື ຮັບຊາບ.

    • ສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພ ສຳລັບແມ່ຍິງໃນອາຊຽນອາຊຽນ ASEAN

      ສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພ ສຳລັບແມ່ຍິງໃນອາຊຽນ

      9/26/2024 4:10:05 PM

      ຂປລ. ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ສູນກາງສະຫະພັນແມ່ຍິງລາວ ຈັດຝຶກອົບຮົມໃນຫົວຂໍ້ “ສ້າງສະພາບແວດລ້ອມທາງໄຊເບີທີ່ປອດໄພ ແລະ ເຂັ້ມແຂງ ສຳລັບແມ່ຍິງໃນອາຊຽນ” ໃນວັນທີ 26 ກັນຍາ 2024 ຢູ່ ນະຄອນຫລວງວຽງຈັນ

    • ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ-ບວກ ຫາລືການຮັບມື ກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງອາຊຽນ ASEAN

      ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ-ບວກ ຫາລືການຮັບມື ກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງ

      9/26/2024 3:58:35 PM

      ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນ-ບວກ (ADSOM-Plus​) ຈັດຂຶ້ນໃນວັນທີ 26 ກັນຍາ 2024 ຢູ່ນະຄອນຫວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າເຈົ້າໜ້າທີ່ອາວຸ ໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ, ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາ ຊຽນ, ​ຕີ​ມໍ​​ແລັດສະ​ເຕ ​ໃນ​ນາມ​ຜູ້​ສັງ​ເກດ​ການ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

    • ເຊື່ອມໂຍງພະລັງງານອາຊຽນ ແນໃສ່ວາງຮາກ ຖານ ພັດທະນາເສດຖະກິດ-ສັງຄົມຂອງພາກພື້ນອາຊຽນ ASEAN

      ເຊື່ອມໂຍງພະລັງງານອາຊຽນ ແນໃສ່ວາງຮາກ ຖານ ພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ

      9/26/2024 3:48:56 PM

      ຂປລ. ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 (AMEM-42) ແລະ ກອງປະຊຸມອາຊຽນ ດ້ານທຸລະກິດພະລັງງານ ຄັ້ງທີ 24 (AEBF-24) ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ ໂດຍການ​ເປັນ​ປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາຜູ້ແທນຈາກປະເທດສະມາຊິກອາຊຽນ, ປະ ເທດ ຕີມໍ​ແລັດສະເຕ ໃນນາມປະເທດສັງເກດການ, ກອງເລຂາອາຊຽນ, ສູນພະລັງງານອາຊຽນ ແລະ ບັນດາປະເທດ + 8( ອົດສະຕຣາລີ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ ເກົາຫລີ, ລັດເຊຍ ແລະ ອາເມລິກາ) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top