ຂປລ
ເມື່ອບໍ່ດົນມານີ້, ສະຫະພາບ ເອີຣົບ (EU) ໄດ້ແຈ້ງໃຫ້ຮູ້ວ່າ: ໄດ້ບັນລຸ ຂໍ້ຕົກລົງ ຊົ່ວຄາວ ກ່ຽວກັບ ງົບປະມານປີ 2026 , ຄາດວ່າ ມີມູນຄ່າ ປະມານ 192,8 ຕື້ ເອີໂຣ (ເທົ່າກັບ 224 ຕື້ໂດລາສະຫະລັດ). ພາຍຫລັງ ການເຈລະຈາ ລະຫວ່າງ ຜູ້ຕາງໜ້າບັນດາ ປະເທດສະມາຊິກ ແລະ ລັດຖະສະພາ ເອີຣົບ (EP) ທີ່ໄດ້ດຳເນີນ ໃນວັນດຽວກັນ.

ຂປລ.ອ້າງຕາມ ວິທະຍຸກະຈາຍສຽງ ແຫ່ງຊາດ ຫວຽດນາມ: ເມື່ອບໍ່ດົນມານີ້, ສະຫະພາບ ເອີຣົບ (EU) ໄດ້ແຈ້ງໃຫ້ຮູ້ວ່າ: ໄດ້ບັນລຸ ຂໍ້ຕົກລົງ ຊົ່ວຄາວ ກ່ຽວກັບ ງົບປະມານປີ 2026 , ຄາດວ່າ ມີມູນຄ່າ ປະມານ 192,8 ຕື້ ເອີໂຣ (ເທົ່າກັບ 224 ຕື້ໂດລາສະຫະລັດ). ພາຍຫລັງ ການເຈລະຈາ ລະຫວ່າງ ຜູ້ຕາງໜ້າບັນດາ ປະເທດສະມາຊິກ ແລະ ລັດຖະສະພາ ເອີຣົບ (EP) ທີ່ໄດ້ດຳເນີນ ໃນວັນດຽວກັນ. ໃນນັ້ນ ຈະຫັກເອົາເງິນ 715 ລ້ານເອີໂຣ ເພື່ອສ້າງກອງທຶນສຳຮອງ ເພື່ອຮັບມືກັບ ບັນດາ ກໍລະນີ ທີ່ເກີດຂຶ້ນ ຢ່າງກະທັນຫັນ. ການສ້າງຕັ້ງບ້ວງເງິນ ສຳຮອງນີ້ ແມ່ນມີຄວາມເໝາະສົມກັບ ການຂໍ້ສະເໜີ ຈາກບັນດາ ປະເທດສະມາຊິກ ທີ່ມີ ຄວາມປາດຖະໜາ ຢາກເພີ່ມລັກສະນະໄຫວພິບ ທາງດ້ານການເງິນ ຂອງກຸ່ມ ໃນໄລຍະ ຂາດສະຖຽນລະພາບ. ຂໍ້ຕົກລົງຊົ່ວຄາວ ດັ່ງກ່າວນີ້ ຈະຕ້ອງໄດ້ຮັບ ການອະນຸມັດ ຈາກສະພາ ອີຢູ ໃນວັນທີ 24 ພະຈິກ ກ່ອນທີ່ຈະຍື່ນສະເໜີ ຕໍ່ EP ຮັບຮອງເອົາ ໃນວາລະປະຊຸມ ຄົບຄະນະ ທີ່ຈະດຳເນີນ ໃນທ້າຍອາທິດນີ້. /
KPL