ຂປລ
ເອີຣົບ ໄດ້ອະນຸມັດ ເປົ້າໝາຍ ຫລຸດການປ່ອຍ ແກັສກາກບອນ ຂອງ ສະຫະພາບ ເອີຣົບ (ອີຢູ) ສຳລັບ ປີ 2040 ເພື່ອສະໜັບສະໜູນ ຂໍ້ຕົກລົງ ທີ່ບັນດາ ປະເທດ ສະມາຊິກ ໄດ້ເຈລະຈາກັນ ເມື່ອອາທິດຜ່ານມາ.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ ເມື່ອບໍ່ດົນມານີ້ວ່າ: ລັດຖະສະພາ ເອີຣົບ ໄດ້ອະນຸມັດ ເປົ້າໝາຍ ຫລຸດການປ່ອຍ ແກັສກາກບອນ ຂອງ ສະຫະພາບ ເອີຣົບ (ອີຢູ) ສຳລັບ ປີ 2040 ເພື່ອສະໜັບສະໜູນ ຂໍ້ຕົກລົງ ທີ່ບັນດາ ປະເທດ ສະມາຊິກ ໄດ້ເຈລະຈາກັນ ເມື່ອອາທິດຜ່ານມາ.
ສະມາຊິກລັດຖະສະພາ ເອີຣົບ (ອີພີ) ໃນນະຄອນຫລວງ ບຣຸກແຊນ ໄດ້ລົງມະຕິ ດ້ວຍຄະແນນສຽງ 379 ຕໍ່ 248 ສຽງ ເຫັນດີ ໃຫ້ຫລຸດການ ປ່ອຍແກັສ ເຮືອນແກ້ວ ລົງ 90% ເມື່ອທຽບກັບ ລະດັບ ປີ 1990 . ຊຶ່ງຖືເປັນບາດກ້າວສຳຄັນ ໄປສູ່ເປົ້າໝາຍ ຂອງ ອີຢູ ໃນການປ່ອຍ ກາກບອນ ເປັນສູນ ໃນກາງທົດສະວັດນີ້.
ລັດຖະສະພາ ເອີຣົບ ໄດ້ກຳນົດ ໃຫ້ຕັ້ງແຕ່ປີ 2036 ເປັນຕົ້ນໄປ ເຄດິດ ກາກບອນ ລະຫວ່າງ ປະເທດ ຈະໄດ້ຮັບອະນຸຍາດ ໃຫ້ນໍາໄປນັບລວມ ໃນ 5% ຂອງ ເປົ້າໝາຍປີ 2040 ຊຶ່ງອາດຈະຊ່ວຍຫລຸດ ອັດຕາສ່ວນ ຂອງ ການປ່ອຍແກັສເຮືອນແກ້ວ ພາຍໃນປະເທດ./
KPL