ຂປລ
: ເມື່ອບໍ່ດົນມານິ້, ບັນດາ ບໍລິສັດນໍ້າມັນ ແລະ ແກັສໃນ ນອກແວ ໄດ້ປັບເພີ່ມ ຄາດການລົງທຶນ ສຳລັບ ປີ 2026 ໃຫ້ສູງຂຶ້ນກວ່າ ທີ່ປະເມີນໄວ້ ເມື່ອ 3 ເດືອນຜ່ານມາ. ເຖິງແມ່ນວ່າ ການລົງທຶນ ຍັງມີທ່າອ່ຽງ ຫລຸດລົງ ກໍ່ຕາມ.
ຂປລ. ສຳນັກງານ ສະຖິຕິແຫ່ງຊາດ ນອກແວ ລະບຸວ່າ: ເມື່ອບໍ່ດົນມານິ້, ບັນດາ ບໍລິສັດນໍ້າມັນ ແລະ ແກັສໃນ ນອກແວ ໄດ້ປັບເພີ່ມ ຄາດການລົງທຶນ ສຳລັບ ປີ 2026 ໃຫ້ສູງຂຶ້ນກວ່າ ທີ່ປະເມີນໄວ້ ເມື່ອ 3 ເດືອນຜ່ານມາ. ເຖິງແມ່ນວ່າ ການລົງທຶນ ຍັງມີທ່າອ່ຽງ ຫລຸດລົງ ກໍ່ຕາມ.
ສຳລັບ ປີ 2025 ຄາດວ່າ ອຸດສາຫະກຳນໍ້າມັນ ແລະ ແກັສ ຈະມີການລົງທຶນສູງ ເຖິງ 2,75 ແສນລ້ານໂຄຣນນອກແວ (ປະມານ 2,74 ໝື່ນລ້ານໂດລາ ສະຫະລັດ) ເປັນປະຫວັດສາດ. ເຖິງຢ່າງໃດກໍ່ຕາມ ທ່າອ່ຽງການລົງທຶນໂດຍລວມ ຈະຫລຸດລົງ ໃນປີ 2026. ຄາດວ່າ ການລົງທຶນ ໃນເບື້ອງຕົ້ນ ໃນປີ 2026 ຈະລວມມີ 2,486 ແສນລ້ານໂຄຣນນອກແວ , ເປັນຕົວເລກສູງກວ່າ ທີ່ ກຳນົດໄວ້ 2,294 ແສນລ້ານໂຄຣນນອກແວ ເມື່ອເດືອນສິງ ທີ່ຜ່ານມາ. ປັດໄຈທີ່ເຮັດໃຫ້ ການລົງທຶນໃນປີນີ້ ເພີ່ມຂຶ້ນ ເນື່ອງຈາກ ໂຄງການ ຈຳນວນຫລາຍ ທີ່ ບໍລິສັດນໍ້າມັນຕ່າງໆ ໄດ້ອະນຸມັດຕັ້ງແຕ່ປີ 2022 ໂດຍໄດ້ຮັບແຮງ ຊຸກຍູ້ ຈາກ ມາດຕະການດຶງດູດ ທາງດ້ານພາສີຊົ່ວຄາວ ຂອງ ລັດຖະບານ./
KPL