ຂປລ
ສ.ອາເມລິກາ ໄດ້ຈັດຕັ້ງຄະນະວຽກງານສະເພາະກິດຮ່ວມກັບ ຫລາຍໜ່ວຍງານ ເພື່ອແນໃສ່ທຳລາຍເຄືອຂ່າຍອາຊະຍາກຳຫລອກລ່ວງຂ້າມຊາດ ເຊິງມີຖານ ໃນອາຊຽນ.
ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອບໍ່ດົນມານີ້. ສ.ອາເມລິກາ ໄດ້ຈັດຕັ້ງຄະນະວຽກງານສະເພາະກິດຮ່ວມກັບ ຫລາຍໜ່ວຍງານ ເພື່ອແນໃສ່ທຳລາຍເຄືອຂ່າຍອາຊະຍາກຳຫລອກລ່ວງຂ້າມຊາດ ເຊິງມີຖານ ໃນອາຊຽນ.
ກະຊວງ ຍຸດຕິທຳ ສ.ອາເມລິກາ ປະກາດຈັດຕັ້ງ ໜ່ວຍໂຈມຕີສູນສໍ້ໂກງ ( Scam Centre Strike Force) ເພື່ອຕໍ່ສູ້ກັບ ການສໍ້ໂກງ ການລົງທຶນ ໃນສະກຸນເງິນ ດິຈິຕອນທີ່ເພີ່ມສູງຂຶ້ນ, ໂດຍແມ່ນ ອົງກອນອາຊະຍາກຳຫລອກລວງຂ້າມຊາດ ທີ່ມີຖານ ໃນອາຊຽນ.
ຄະນະເຮັດວຽກ ສະເພາະກິດ ດັ່ງກ່າວ ເປັນການຮ່ວມມື ລະຫວ່າງ ໜ່ວຍງານ ຫລາຍແຫ່ງ ທີ່ກ່ຽວຂ້ອງ ລວມເຖິງ ສຳນັກງານ ໄອຍະການເຂດ ໂກໂລມບີ ກອງອາຊະຍາກຳ ຂອງ ກະຊວງ ຍຸດຕິທຳ ຂອງ ສ.ອາເມລິກາ , ສຳນັກງານສອບສວນກາງ (ເອຟບີໄອ) ແລະ ສຳນັກງານພາລະກິດລັບ ເພື່ອສອບສວນຂັດຂວາງ ແລະ ດຳເນີນຄະດີກັບ ຜູ້ທີ່ກ່ຽວຂ້ອງກັບ ອາຊະຍາກຳ ຫລອກລວງ ອອນລາຍ ຫລື ສະແກມເມີ, ຊຶ່ງ ລັດຖະບານ ສ.ອາເມລິກາ ປະເມີນວ່າ ຫລອກລວງຊາວ ສ.ອາເມລິກາ ດ້ວຍມູນຄ່າ ເກືອບ 10.000 ລ້ານໂດລາສະຫະລັດຕໍ່ປີ. ນອກຈາກນັ້ນ ຜູ້ເສຍຫາຍ ຢູ່ໃນສ.ອາເມລິກາ ມັກຖຶກ ຫລອກລວງ ໃຫ້ໂອນເງິນໄປ ຍັງເວັບໄຊ ແລະ ແອບພີເຄຊັນ ສະກຸນເງິນ ດິຈິຕອນປອມ ຂອງບໍລິສັດ ເຖິງແມ່ນວ່າ ຈະມີຊື່ຈົດທະບຽນ ຢູ່ໃນປະເທດ ແຕ່ເງິນດັ່ງກ່າວນັ້ນ ຈະຖືກໂອນໄປຍັງ ຕ່າງປະເທດ ເພື່ອຟອກເງິນ./
KPL