ສພຊ ຮັບຮອງເອົາບົດລາຍງານ ການປະຕິບັດ ຄາດໝາຍພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ

13/06/2024 13:11
Email Print 911
ຂປລ ຂປລ. ໃນວັນທີ 13 ມິຖຸນາ 2024 ນີ້, ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ (ສພຊ) ໄດ້ຖະແຫລງກ່ຽວກັບ ຜົນສຳເລັດການພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຄາດໝາຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ




ຂປລ. ໃນວັນທີ
13 ມິຖຸນາ 2024 ນີ້, ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ (ສພຊ) ໄດ້ຖະແຫລງກ່ຽວກັບ ຜົນສຳເລັດການພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຄາດໝາຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ ຕິດພັນກັບ ການຈັດຕັ້ງປະຕິບັດມະຕິ ເລກທີ 82/ສພຊ ເຊິ່ງລັດຖະບານ ໄດ້ມີຄວາມພະຍາຍາມ ຈັດຕັ້ງປະຕິບັນດາຄາດໝາຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມມະຕິກອງປະຊຸມສະໄໝສາມັນ ເທື່ອທີ 04 ຂອງສະພາແຫ່ງຊາດ ຊຸດທີ IX (ເລກທີ 82/ສພຊ, ລົງວັນທີ 30 ທັນວາ 2022) ເປັນຕົ້ນແມ່ນ 9 ຄາດໝາຍການພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ, ອັນພົ້ນເດັ່ນແມ່ນການປັບປຸງ ແລະ ກໍ່ສ້າງບັນດາພື້ນຖານໂຄງລ່າງ ຮັບໃຊ້ການຜະລິດ ແລະ ປັບປຸງຊີວິດການປັນຢູ່ຂອງປະຊາຊົນຢູ່ ເຂດຈຸດສຸມພັດທະນາ ທີ່ເປັນບຸລິມະສິດ, ເຂດຊົນນະບົດ, ຫ່າງໄກສອກຫລີກ, ເຂດລຽບຕາມຊາຍແດນ, ເຂດຈຸດສຸມພັດທະນາຊົນນະບົດໃໝ່ ແລະ ເຂດພື້ນຖານການປະຕິວັດ; ຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງຍົກລະດັບສູງຂຶ້ນ; ປະຊາຊົນສາມາດເຂົ້າເຖິງ ການບໍລິການດ້ານການສຶກສາ, ສາທາລະນະສຸກ, ການບໍລິການດ້ານສິນເຊື່ອ ແລະ ອື່ນໆ ນັບມື້ນັບສະດວກວ່ອງໄວ ຫລາຍຂຶ້ນກວ່າເກົ່າ.

ທ່ານ ຄໍາໃບ ດໍາລັດ ​ໄດ້ໃຫ້ຮູ້ອີກວ່າ: ຄຽງຄູ່ກັບຜົນງານທີ່ກ່າວມາຂ້າງເທິງ, ກອງປະຊຸມ ເຫັນວ່າຍັງມີຂໍ້ຄົງຄ້າງຈຳນວນໜຶ່ງ ຈະຕ້ອງໄດ້ສືບຕໍ່ແກ້ໄຂ ເປັນຕົ້ນ ການຈັດຕັ້ງຜັນຂະຫຍາຍ ແລະ ເຊື່ອມຊຶມບັນ ດານະໂຍບາຍ, ນິຕິກໍາທີ່ກ່ຽວຂ້ອງກັບ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ບໍ່ທັນເລິກເຊິ່ງ ແລະ ທົ່ວເຖິງ; ວຽກງານກໍ່ສ້າງຮາກຖານເມືອງ, ວຽກງານພັດທະນາ ຊົນນະບົດ-ແກ້ໄຂ ຄວາມທຸກຍາກ, ວຽກງານ 3 ສ້າງ ຍັງບໍ່ເປັນເສົາຄໍ້າເຊິ່ງກັນ ແລະ ກັນ; ຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຍັງມີ 3 ຄາດໝາຍທີ່ບໍ່ບັນລຸຕາມແຜນການ ເປັນຕົ້ນ ການສ້າງເມືອງ ພົ້ນທຸກໄດ້ 8 ເມືອງ(ຄາດໝາຍ 15 ເມືອງ), ສ້າງເມືອງເຂັ້ມແຂງຮອບດ້ານ ໄດ້ 3 ເມືອງ(ຄາດ   ໝາຍ 4 ເມືອງ) ແລະ ການຂະຫຍາຍກອງທຶນ ພັດທະນາບ້ານ ໃຫ້ບ້ານຂອງເມືອງທຸກຍາກ ໄດ້ 8 ບ້ານ (ຄາດໝາຍ 12 ບ້ານ); ຈຸດສຸມພັດທະນາ ທີ່ເປັນບຸລິມະສິດ ຂອງລັດຖະບານ ແລະ ທ້ອງຖິ່ນ ການພັດ ທະນາບາງມາດຕະຖານ ຂອງຂະແໜງການຈໍານວນໜຶ່ງ ບໍ່ບັນລຸຕາມແຜນ; ການປະເມີນມາດຕະຖານ ພົ້ນທຸກ ແລະ ມາດຕະຖານພັດທະນາ ຕາມດໍາລັດ 348/ລບ ບາງຕົວເລກຄາດໝາຍຂອງສູນກາງ ແລະ ທ້ອງຖິ່ນຄາດເຄື່ອນກັນ; ການຈັດສັນພູມລໍາເນົາ ແລະ ອາຊີບໃຫ້ປະຊາຊົນ ຕາມກົດໝາຍວ່າດ້ວຍ ການຈັດສັນພູມລໍາເນົາ ແລະ ອາຊີບ ປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ, ການຈັດສັນທີ່ດິນ ທໍາການຜະລິດໃຫ້ປະຊາຊົນ ບາງທ້ອງຖິ່ນ ຍັງບໍ່ທັນເໝາະສົມ, ປະຊາຊົນຈໍານວນໜຶ່ງ ບໍ່ທັນມີອາຊີບທີ່ໝັ້ນຄົງ; ການນໍາພາ-ຊີ້ນໍາ ວຽກງານຕົວຈິງ ຢູ່ຂັ້ນຮາກຖານ ບໍ່ທັນເຂັ້ມແຂງເທົ່າທີ່ຄວນ; ຂະແໜງການກ່ຽວຂ້ອງຈໍານວນໜຶ່ງ ຍັງຂາດຄວາມຮັບຜິດຊອບ ແລະ ຖືວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນ ຄວາມຮັບຜິດຊອບ ຂອງຂະແໜງກະສິກໍາ ແລະ ປ່າໄມ້.

ສຳລັບທິດທາງໃນຕໍ່ໜ້າ, ກອງປະຊຸມສະພາແຫ່ງຊາດ ໄດ້ມອບໃຫ້ລັດຖະບານ ຈັດຕັ້ງປະຕິບັດ ບາງມາດຕະການ ເພີ່ມຕື່ມດັ່ງນີ້: ຄົ້ນຄວ້າຄືນການແຕ່ງຕັ້ງ ຄະນະຮັບຜິດຊອບ ແລະ ກົງຈັກເສນາທິການ ຂອງວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ເປັນລະບົບຄົບຊຸດ ຕາມຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 097/ກມສພ ແລະ ບົດແນະນໍາຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 02/ຫສພ, ລົງວັນທີ 21/02/2023 ວ່າດ້ວຍການຈັດຕັ້ງປະຕິ ບັດຄໍາສັ່ງແນະນຳຂອງຄະເລຂາ ທິການສູນກາງພັກ ກ່ຽວກັບການຜັນຂະຫຍາຍຜົນສຳເລັດ ກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ ພັດທະນາ ຊົນນະບົດຮອບດ້ານ, ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ; ປັບປຸງການຈັດສັນງົບປະມານ ສະເພາະໃຫ້ວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ແຕ່ລະແຂວງ ແລະ ນະຄອນຫລວງ  ໂດຍໃຫ້ຄະນະຮັບຜິດຊອບວຽກງານດັ່ງກ່າວນີ້ ມີສ່ວນຮ່ວມເລີ່ມແຕ່ຫົວທີ ໃນການຈັດສັນງົບປະມານໃສ່ 45 ຈຸດສຸມ ຕາມຂໍ້ຕົກລົງ ສະບັບເລກທີ 72/ນຍ, ລົງວັນທີ 11/08/2022 ວ່າດ້ວຍການຮັບຮອງເອົາຈຸດສຸມພັດທະນາ ທີ່ເປັນບຸລິມະສິດ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໄລຍະ 2021-2025; ກໍານົດແຜນ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເຂດຫ່າງໄກສອກຫລີກທີ່ສຸດ ແລະ ເຂດຊົນນະບົດທີ່ຕັ້ງຢູ່ລຽບຕາມຊາຍແດນ ທີ່ຕິດພັນກັບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຈັດສັນ ງົບປະມານ ເພື່ອສ້າງ ແລະ ປັບປຸງ ສູນສົ່ງເສີມເຕັກນິກ ການກະສິກໍາທີ່ມີແລ້ວ ແລະ ສະໜອງພະນັກງານ ວິຊາການລົງນຳພາເຮັດຕົວຈິງ ເພື່ອຜະລິດເປັນສິນຄ້າ ແລະ ຫລຸດຜ່ອນການນໍາເຂົ້າ; ປັບປຸງເງື່ອນໄຂ ຂອງ ທະນາຄານນະໂຍບາຍ ເພື່ອໃຫ້ປະຊາຊົນຢູ່ບ້ານ, ກຸ່ມບ້ານເປົ້າໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ສາມາດເຂົ້າເຖິງສິນເຊື່ອ ໄດ້ສະດວກ, ວ່ອງໄວກວ່າເກົ່າ; ສ້າງແຜນແມ່ບົດ ແລະ ຍຸດທະສາດກ່ຽວກັບ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ເປັນລະບົບຄົບຊຸດ ເພື່ອເປັນບ່ອນອີງ ແລະ ສະດວກໃນການຈັດຕັ້ງປະຕິບັດ ໃນແຕ່ລະໄລຍະ; ສ້າງກົນໄກໃຫ້ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໄດ້ປະຕິບັດສິດ ແລະ ໜ້າທີ່ຂອງຕົນ ໃນການຕິດຕາມກວດກາ ວຽກງານດັ່ງກ່າວ ແຕ່ຫົວທີ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ ການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top