ລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ຍີ່ປຸ່ນ ທົບທວນໝາກຜົນການຮ້ວມມື

11/07/2025 14:24
Email Print 112
ຂປລ ຂປລ. ໃນວັນທີ 10 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການ ຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16 ທີ່ຫໍປະຊຸມແຫ່ງຊາດ ກົວລາລຳເປີ, ປະເທດມາເລເຊຍ

ຂປລ. ໃນວັນທີ 10 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການ ຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16 ທີ່ຫໍປະຊຸມແຫ່ງຊາດ ກົວລາລຳເປີ, ປະເທດມາເລເຊຍ, ເຊິ່ງຈັດຂຶ້ນຄຽງຄູ່ກັບ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸຍ ແທັງ ເຊິນ(Bui Thanh Son) ຮອງນາຍົກລັດຖະມົນຕີ,​ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ທ່ານ IWAYA Takeshi ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ, ມີບັນດາລັດຖະມົນຕີ ແລະ ຫົວໜ້າຄະນະຜູ້ແທນຈາກປະເທດສະມາຊິກແມ່ນໍ້າຂອງ ຄື: ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ  ຫວຽດນາມ ເຂົ້າຮ່ວມ.

 ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16 ໄດ້ຮ່ວມກັນທົບທວນ ຄືນໝາກຜົນຂອງການຮ່ວມມື ລະຫວ່າງ ບັນດາປະເທດສະມາຊິກແມ່ນ້ຳຂອງ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາ ໂດຍ ສະເພາະການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຕ່າງໆ ທີ່ນອນຢູ່ໃນແຜນຍຸດທະສາດໂຕກຽວ 2024 ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ພ້ອມທັງປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດແຜນ ແມ່ບົດເຊື່ອມຈອດຂອງອາຊຽນ ແລະ ແລວເສດຖະກິດຕາ ເວັນອອກ-ຕາເວັນຕົກ ໄດ້ເປັນຢ່າງດີ. ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ຮ່ວມກັນປຶກສາຫາລື ກ່ຽວກັບທິດທາງ ການຮ່ວມມືໃນຕໍ່ໜ້າ ລວມທັງແຜນການຈັດກອງປະຊຸມ ສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 13 ຄຽງຄູ່ກັບກອງປະ ຊຸມສຸດຍອດອາຊຽນ ໃນທ້າຍປີ 2025.

ກອງປະຊຸມຄັ້ງນີ້, ໄດ້ຮັບຊາບເອກະສານສໍາຄັນຂອງກອງປະຊຸມ 1 ສະບັບ ຄື: ຖະແຫລງການຂອງປະ ທານຮ່ວມກອງປະຊຸມ (Co-Chairs’ Statement) ເພື່ອເປັນບ່ອນອີງໃຫ້ແກ່ການສືບຕໍ່ເພີ່ມທະວີການຮ່ວມມື ໃນການພັດທະນາ ເສດຖະກິດ-ສັງຄົມ ລະຫວ່າງ ບັນດາປະເທດສະມາຊິກແມ່ນໍ້າຂອງ ແລະ ຍີ່ປຸ່ນ ໃນຕໍ່ໜ້າ.  

 ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ ຂອບການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ຕະຫລອດໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນ ສຳຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ກໍຄື ຂອງ ສປປ ລາວ ເປັນຕົ້ນ  ການພັດທະນາພື້ນຖານໂຄງລ່າງທີ່ມີ ຄຸນນະພາບ ເພື່ອຜັນຂະຫຍາຍແຜນຍຸດທະສາດຂອງ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດ ກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ ທາງບົກໃນພາກພື້ນ, ທັງເປັນການອຳນວຍຄວາມສະດວກ ດ້ານການຄ້າການລົງ ທຶນ ແລະ ການເຂົ້າເຖິງຕະຫລາດພາກພື້ນ ແລະ ທົ່ວໂລກ.


ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ

KPL

ຂ່າວອື່ນໆ

ads
ads

Top