ເລຂາທິການໃຫຍ່ ຕ້ອນຮັບ ຄະນະການນໍາ ໜຸ່ມ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ

14/07/2025 13:12
Email Print 212
ຂປລ ຂປລ. ໃນວັນທີ 14 ກໍລະກົດ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ,​ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ຄະນະພະນັກງານການນໍາໜຸ່ມ ສຳລັບແຂວງທີ່ມີຊາຍແດນຕິດຈອດ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ



ຂປລ. ໃນວັນທີ
  14 ກໍລະກົດ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ,​ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ຄະນະພະນັກງານການນໍາໜຸ່ມ ສຳລັບແຂວງທີ່ມີຊາຍແດນຕິດຈອດ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ ທີ່ເຂົ້າຮ່ວມຊຸດຝຶກອົບຮົມ ຫົວຂໍ້ສະເພາະ ໂດຍການເປັນເຈົ້າພາບແລະ ຈັດຂຶ້ນໃນລະຫວ່າງ ວັນທີ 8-15 ກໍລະກົດ 2025, ທີ່ນະຄອນຫລວງວຽງຈັນ.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດ ໃນການຝຶກອົບຮົມຫົວຂໍ້ສະເພາະ ສຳລັບພະນັກງານການນໍາໜຸ່ມ 3 ພັກ ລາວ-ຫວຽດນາມ-ກຳປູເຈຍ ທີ່ຈັດຂຶ້ນເປັນ ຄັ້ງທີ III, ເຊິ່ງຄັ້ງນີ້ແມ່ນ ພັກ ປປ ລາວ ເປັນເຈົ້າພາບ, ເປັນການຈັດຕັ້ງປະຕິບັດ ຕາມເນື້ອໃນຈິດໃຈຜົນການພົບປະຜູ້ນໍາ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ, ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ນັກສໍາມະນາກອນທັງ 3 ປະເທດ ທີ່ໄດ້ເອົາໃຈໃສ່ແລກປ່ຽນ ປະກອບຄໍາຄິດເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ໂດຍສະເພາະ ແລກປ່ຽນບົດຮຽນໃນ ການພັດທະນາເສດຖະກິດ-ສັງຄົມ, ການທ່ອງທ່ຽວ, ວັດທະນະທໍາ ແລະ ອື່ນໆ ຂອງແຕ່ລະພັກ, ແຕ່ລະປະເທດ ເປັນການປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ກໍຄື ການຮັດແໜ້ນສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານຂອງ 3 ພັກ ແລະ ປະຊາຊົນ 3 ຊາດລາວ-ຫວຽດນາມ-ກໍາປຸເຈຍ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. 




ສະຫາຍ ເລຂາທິການໃຫຍ່ ໄດ້ຕີລາຄາສູງການພົວພັນຮ່ວມມືຂອງ
3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ ລາວ-ຫວຽດນາມ-ກໍາປູເຈຍ ເຊິ່ງເປັນການພົວພັນທີ່ບໍ່ສາມາດ ຕັດແຍກອອກຈາກກັນ ໄດ້ຄືກັບຄຽງ 3 ຂາ, ມີມູນເຊື້ອຄວາມສາມັກຄີສະໜິດແໜ້ນ, ມີການຊ່ວຍເຫລືອເຊິ່ງກັນ ແລະ ກັນ ເຊິ່ງກາຍເປັນຊັບສົມບັດອັນລໍ້າຄ່າ, ເປັນປັດໄຈສໍາຄັນ ແລະ ເປັນກໍາລັງແຮງອັນໃຫຍ່ຫລວງທີ່ສຸດ ໃຫ້ແກ່ພາລະກິດ ຕໍ່ສູ້ປົດປ່ອຍປະເທດຊາດ ໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງແຕ່ລະປະເທດ ໃນປັດຈຸບັນ ແລະ ຕໍ່ໜ້າ. 

ໃນໂອກາດດັ່ງກ່າວ, ສະຫາຍເລຂາທິການໃຫຍ່ ຍັງໄດ້ແຈ້ງໃຫ້ຊາບ ໂດຍຫຍໍ້ຜົນສຳເລັດ ການພັດທະນາເສດຖະກິດ-ສັງຄົມ ທີ່ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ, ຜົນການດໍາເນີນກອງປະຊຸມ ຄົບຄະນະບໍລິຫານງານ ສູນກາງພັກ ເທື່ອທີ 10 ສະໄໝທີ XI, ການກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ໃນຕົ້ນປີ 2026 ແລະ ຜົນສໍາເລັດໃນການຈັດຕັ້ງປະຕິບັດ ວຽກງານສໍາຄັນດ້ານຕ່າງໆ ທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນໃຫ້ສຳມະນາກອນ ເຫັນໄດ້ມູນເຊື້ອຄວາມສາມັກ ຄີຂອງ 3 ພັກ, 3 ຊາດອິນດູຈີນ ທີ່ຈະຕ້ອງພ້ອມກັນເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍໃຫ້ງອກງາມ ຍິ່ງໆຂຶ້ນ. 

ໃນຕອນທ້າຍ, ຕາງໜ້າສໍາມະນາກອນຂອງ 3 ປະເທດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການໃຫ້ກຽດຕ້ອນຮັບອັນອົບອຸ່ນ, ສະໜິດສະໝົມ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ ຂອງ ສະຫາຍ ທອງລຸນ ສີສຸລິດ ສະແດງເຖິງການໃຫ້ຄວາມສຳຄັນ ແລະ ເປັນຫ່ວງເປັນໄຍ ທີ່ມີຕໍ່ຄະນະ, ພ້ອມທັງຈະນໍາເອົາທິດຊີ້ນໍາຂອງ ສະຫາຍເລຂາທິການໃຫຍ່  ນໍາໄປຈັດຕັ້ງປະຕິບັດເຂົ້າສູ່ ວຽກງານຕົວຈິງຂອງຕົນ ໃຫ້ເກີດດອກອອກຜົນ, ປະກອບສ່ວນສໍາຄັນເຂົ້າໃນ ການພົວພັນຮ່ວມມືຂອງ 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ, ພ້ອມທັງຢຶນຢັນຈະເຮັດ ສຸດຄວາມສາມາດຂອງຕົນ ຮ່ວມກັນໃນການປົກປົກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນເປັນມູນເຊື້ອທີ່ດີງາມດັ່ງກ່າວ ໃຫ້ຈະ ເລີນງອກງາມຍິ່ງໆຂຶ້ນ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top