ນວ ສຸມໃສ່ການປູກພືກຜັກເປັນສິນຄ້າ ຫລຸດຜ່ອນການນຳເຂົ້າ

14/07/2025 12:28
Email Print 176
ຂປລ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫລວງວຽງຈັນ (ນວ) ສຸມໃສ່ການສົ່ງເສີມການຜະລິດກະສິກໍາເປັນສິນຄ້າປະເພດພືດຜັກໃນເຂດເມືອງທີ່ມີພື້ນທີ່ເງື່ອນໄຂ ແລະ ເໝາະສົມໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບຕອບສະໜອງຕະຫລາດພາຍໃນຫລາຍຂຶ້ນ ເພື່ອຫລຸດຜ່ອນການນໍາເຂົ້າຈາກຕ່າງໆປະເທດ.

    *ພະແນກກະສິກຳ ແລະ ປ່າໄມ້ນະຄອນຫລວງວຽງຈັນ (ນວ) ສຸມໃສ່ການສົ່ງເສີມການຜະລິດກະສິກໍາເປັນສິນຄ້າປະເພດພືດຜັກໃນເຂດເມືອງທີ່ມີພື້ນທີ່ເງື່ອນໄຂ ແລະ ເໝາະສົມໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບຕອບສະໜອງຕະຫລາດພາຍໃນຫລາຍຂຶ້ນ ເພື່ອຫລຸດຜ່ອນການນໍາເຂົ້າຈາກຕ່າງໆປະເທດ. ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ໃຫ້ຮູ້ວ່າ: ເພື່ອເອົາໃຈໃສ່ວຽກງານດັ່ງກ່າວໃຫ້ມີປະສິດທິຜົນໃນໄລຍະຜ່ານມາຂະແໜງກະສິກໍາ ນວ ໄດ້ສຸມໃສ່ຊຸກຍູ້ ແລະ ນໍາພາ-ຊີ້ນໍາພະນັກງານຂັ້ນເມືອງ ທີ່ຮັບຜິດຊອບໃນຂະແໜງກະສິກໍາລົງກໍານົດພື້ນທີ່ການຜະລິດແບບມີຈຸດສຸມ ໂດຍມີການກໍານົດຊະນິດພືດເປັນສິນຄ້າ ແລະ ພື້ນທ່ີ ທີ່ເໝາະສົມ ເພື່ອໃຫ້ໄດ້ປະລິມານ ແລະ ຄຸນນະພາບທີ່ດີທີ່ສຸດຄື: ການປູກເຂົ້າເປັນສິນຄ້າທີ່ຈັດເປັນອັນ ສະເພາະໂດຍການສຸມໃສ່ພື້ນທີ່ທ່ີມີຄວາມສາມາດສະໜອງຊົນລະປະທານເຊັ່ນ: ເຂດເມືອງຫາດຊາຍຟອງ, ໄຊທານີ, ປາກງື່ມ ແລະ ເມືອງນາຊາຍທອງ; ໃນນີ້ການປູກພືດຜັກເປັນສິນຄ້າແມ່ນສຸມໃສ່ກຸ່ມການຜະລິດພືດຜັກອິນຊີ ເນື້ອທີ່ 4.950 ເຮັກຕາ, ການປູກພືດຜັກກະສິກຳທີ່ດີມີ: ເມືອງຫາດຊາຍຟອງ, ໄຊທານີ, ປາກງື່ມ, ໄຊເຊດຖາ, ສີໂຄດຕະບອງ ແລະ ເມືອງນາຊາຍທອງ ມີເນື້ອທີ່ທັງໝົດ 1.327 ເຮັກຕາ, ສ່ວນການປູກໄມ້ໃຫ້ໝາກໄດ້ສຸມໃສ່ຜູ້ປະກອບການລົງທຶນປູກເພື່ອເປັນສິນຄ້າສົ່ງອອກໃນນ້ັນມີເຂດເມືອງໄຊທານີ, ປາກງື່ມ, ນາຊາຍທອງ ແລະ ເມືອງສັງທອງ ເນື້ອທີ່ 3.215 ເຮັກຕາ. ສຳລັບ ພືດອຸດສາຫະກຳແມ່ນສຸມໃສ່ຊຸກຍ້ການປູກມັນຕົ້ນ ແລະ ສາລີອາຫານສັດ ໂດຍສຸມໃສ່ເມືອງທີ່ມີໂຮງງານປຸງແຕ່ງແປ້ງມັນຕ້ົນໂຮງງານຫົວ ອາຫານສັດເຊັ່ນ: ຢູ່ເມືອງໄຊທານີ, ປາກງື່ມ ແລະ ເມືອງສັງທອງ.

    ນອກນັ້ນ, ກໍໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງຈັດຕັ້ງເປັນກຸ່ມປູກທົ່ວໄປໃຫ້ເປັນກຸ່ມສະຫະກອນໂດຍແມ່ນທາງຂະແໜງກະສິກໍາເຮົາມີການລົງຊຸກຍູ້ຕິດຕາມຝຶກອົບຮົມ ສຳມະນາເຜີຍແຜ່ເຕັກນິກວິຊາການລະບຽບການມາດຕະຖານທາງດ້ານວິຊາການຢ່າງໃກ້ຊິດຕິດແທດ ເປັນປະຈໍາທາງສູນບໍລິການເຕັກນິກກະສິກຳ ກໍໄດ້ໃຫ້ການຊ່ວຍເຫລືອຊຸກຍູ້ກຸ່ມການຜະລິດ ແລະ ຜູ້ປະກອບການຊ່ວຍໃນການບໍລິການກົນຈັກຮັບໃຊ້ການຜະລິດຕາມນະໂຍບາຍຫັນເປັນທັນສະໄໝ ໂດຍນໍາໃຊ້ກົນຈັກເຄື່ອງມືອຸປະກອນ ກົນຈັກທີ່ທັນສະໄໝນໍາໃຊ້ນະວັດຕະກຳໃໝ່ນຳປັດໄຈການຜະລິດທ່ີມີປະສິດທິພາບຫລາຍເພື່ອຍົກສູງ ຜະລິດຕະພາບ ແລະ ຫລຸດຜ່ອນແຮງງານຄົນເຂົ້າໃນການຜະລິດ ຊຸກຍູ້ປຸກລະດົມຜູ້ປະກອບການໂຮງງານປຸງແຕ່ງເຊັ່ນ ໂຮງງານຜະລິດຫົວອາຫານສັດ, ໂຮງງານແປ້ງມັນຕົ້ນ ໃຫ້ມີສ່ວນຮ່ວມໃນການຊຸກຍູ້ສົ່ງເສີມການຜະລິດໃຫ້ກັບຊາວກະສິກອນທົ່ວໄປໃຫ້ຫັນໄປປູກ ໂດຍໃຫ້ມີເຕັກນິກໃນການປູກໃສ່ປຸ໋ຍກໍານົດເຂດປູກຢ່າງແທດເໝາະ, ປັດໄຈຮັບໃຊ້ການຜະລິດ, ວາງແຜນການຜະລິດ ແລະ ການໄລ່ລຽງ ຕົ້ນທຶນຢ່າງຊັດເຈນລວມໄປເຖິງການເຮັດສັນຍາຮ່ວມກັນລະຫວ່າງຜູ້ຜະລິດ ແລະ ຜູ້ເກັບຊື້ຢ່າງຖືກຕ້ອງ ແລະ ເໝາະສົມ.

        (ຂ້ໍມູນຈາກວຽງຈັນໃໝ່)

KPL

ຂ່າວອື່ນໆ

ads
ads

Top