ຂປລ
ຂປລ. ໃນວັນທີ 10 ກໍລະກົດນີ້, ຄະນະທັບນັກກິລາ ຢູ 13 ດັບເບິນຢູໄອຈີ ນາຄາ (WIG NAGA) ຕົວແທນໜຶ່ງດຽວຈາກ ສປປ ລາວ ໄດ້ເດີນທາງກັບຄືນ ເຖິງນະຄອນຫລວງວຽງຈັນ ຫລັງສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ.

ຂປລ. ໃນວັນທີ 10 ກໍລະກົດນີ້, ຄະນະທັບນັກກິລາ ຢູ 13 ດັບເບິນຢູໄອຈີ ນາຄາ (WIG NAGA) ຕົວແທນໜຶ່ງດຽວຈາກ ສປປ ລາວ ໄດ້ເດີນທາງກັບຄືນ ເຖິງນະຄອນຫລວງວຽງຈັນ ຫລັງສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ ຊຶ່ງເປັນລາຍການໃຫຍ່ລະດັບສາກົນ ຫລື IBER Cup 2025 ທັງໄດ້ສ້າງຊື່ສຽງ ໃຫ້ກັບປະເທດຊາດໃນເວທີສາກົນ.
ການເດີນທາງກັບຄືນສູ່ ສປປ ລາວ ຄະນະທັບນັກກິລາ ໄດ້ຖືກຕ້ອນຮັບຢ່າງອົບອຸ່ນ ສົມກຽດທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ທີ່ນະຄອນຫລວງວຽງຈັນ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ຖະໜອມ ຈຽງທອງ ປະທານແນວລາວສ້າງຊາດ ນະຄອນຫລວງວຽງຈັນ. ຫລັງຈາກນັ້ນ ທັບນັກກິລາກໍ່ຖືກຕ້ອນຮັບ ຢ່າງສົມກຽດຕື່ມ ທີ່ີປະຕູໄຊ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ກິ່ງມະໂນ ໂພມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ. ຂະນະທີ່ຫ້ອງວ່າການນະຄອນຫລວງ ທ່ານ ອາດສະພານທອງ ສີພັນດອນ ເຈົ້າຄອງນະຄອນຫລວງ ກໍ່ໄດ້ໃຫ້ກຽດຕ້ອນຮັບຢ່າງສົມກຽດ.

ລາຍການນີ້ ມີສະໂມສອນຈາກທົ່ວໂລກເຂົ້າຮ່ວມ ໂດຍສະເພາະຈາກທະວີບເອີຣົບ, ອາຟຣິກາ, ອາຊີ, ອາເມຣິກາໃຕ້ ແລະ ຄອນຄາເຄັບ, ສ່ວນຕົວແທນຈາກອາຊີ ນອກຈາກ ດັບເບິນຢູໄອຈີ ນາຄາ ຊຶ່ງເປັນທີມທຳອິດຈາກ ສປປ ລາວ ໃນທະວີບອາຊີ ທີ່ເຂົ້າຮ່ວມ ກໍຍັງມີ ມາເລເຊຍ, ສປ ຈີນ, ສະຫະລັດອາຣັບເອມິເຣດ, ມາເກົາ ສປ ຈີນ, ເນປານ, ຕັວກເມນິດສະຖານ, ອູຊະເບກິດສະຖານ ແລະ ຟີລິບປິນ.
ສະເພາະ ຢູ13 ລາຍການນີ້ ມີ 48 ທີມ ຈາກ 15 ປະເທດເຂົ້າຮ່ວມຄື: ປັອກຕຸຍການ ເຈົ້າພາບ, ແອັດສະປາຍ, ໂຄຣອາຊີ, ເອັດໂຕນີ, ຣູມານີ, ບຣາຊິວ, ສະຫະລັດອາເມຣິກາ, ສປປ ລາວ, ສະຫະລັດອາຣັບ ເອມິເຣດ, ອາຟຣິ ກາໃຕ້, ເອຢິບ, ແທນຊານີ, ກາບົງ, ເບີມູດາ ແລະ ເກາະເຄແມນ.

ໃນຈຳນວນ 48 ທີມ ແບ່ງອອກເປັນ 12 ກຸ່ມ, ກຸ່ມລະ 4 ທີມ ແຂ່ງພົບກັນໝົດແລ້ວຄັດເອົາພຽງທີ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າຮອບ Playoff Gold ຫລື ລາຍການລະດັບສູງສຸດ ຂອງລາຍການ, ສ່ວນທີ 2 ຂອງກຸ່ມໄປແຂ່ງຂັນລະດັບ ດິວິຊັນ 2 ຫລື ລາຍການ Playoff Silver ແລະ ທີ 3 ຂອງແຕ່ລະກຸ່ມ ໄປແຂ່ງຂັນລະດັບ ດິວິຊັນ 3 Playoff Bronze.
ຜ່ານການແຂ່ງຂັນຢ່າງເຂັ້ມຂຸ້ນ ຜົນປາກົດວ່າ ທັບນັກເຕະບານເຍົາວະຊົນລາວ ດັບເບິນຢູໄອຈີ ນາຄາ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຢ່າງສະໝ່ຳສະເໝີ ດ້ວຍການເກັບໄຊຊະນະໃນແຕ່ລະນັດ ຕັ້ງແຕ່ນັດທຳອິດຈົນຮອດຮອບ 4 ທີມສຸດທ້າຍ ເຮັດໃຫ້ສາມາດຜ່ານເຂົ້າສູ່ຮອບ ຊີງຊະນະເລີດໄດ້ສຳເລັດ ໄປພົບກັບ ສະໂມສອນ ເອັບຊີ ໂອດ ເບເລເນັດ (CF os Belenenses) ທີມຈາກເຈົ້າພາບ ປະເທດປັອກຕຸຍການ ຊຶ່ງຜ່ານການແຂ່ງຂັນກໍຖື ວ່າເປັນໄປຕາມເປົ້າໝາຍ ຢູ-13 ດັບເບິນຢູໄອຈີ ນາຄາ ໂຊຟອມເກັ່ງເອົາຊະນະ ທີມເຈົ້າພາບໄປໄດ້ 2-0 ປະຕູ ຄວ້າແຊັມລາຍການດັ່ງກ່າວ ມາຄອງ ທັງໄດ້ສ້າງຊື່ສຽງ ໃຫ້ກັບປະເທດຊາດໃນເວທີສາກົນ.
ໂດຍ: ຢ່າຕົ່ງ
KPL