ຂປລ
ດັ່ງທີ່ເຮົາຮູ້ນຳກັນແລ້ວ, ເມື່ອກ້າວເຂ້ົາຍາມຝົນແບບນ້ີ ຝົນຈະຕົກຕິດຕໍ່ກັນຫລາຍມື້ຈົນເກີດໃຫ້ມີນໍ້າຖ້ວມຂັງໃນຫລາຍບ່ອນຈ່ຶງເປັນສາເຫດທີ່ພາໃຫ້ເກີດພະຍາດຕ່າງໆ ໜຶ່ງໃນນັ້ນກໍ່ແມ່ນພະຍາດໄຂ້ຍ່ຽວໜູ ຫລື Leptospirosis ແມ່ນພະຍາດຕິດຕໍ່ຈາກສັດສູ່ຄົນ.
*ດັ່ງທີ່ເຮົາຮູ້ນຳກັນແລ້ວ, ເມື່ອກ້າວເຂ້ົາຍາມຝົນແບບນ້ີ ຝົນຈະຕົກຕິດຕໍ່ກັນຫລາຍມື້ຈົນເກີດໃຫ້ມີນໍ້າຖ້ວມຂັງໃນຫລາຍບ່ອນຈ່ຶງເປັນສາເຫດທີ່ພາໃຫ້ເກີດພະຍາດຕ່າງໆ ໜຶ່ງໃນນັ້ນກໍ່ແມ່ນພະຍາດໄຂ້ຍ່ຽວໜູ ຫລື Leptospirosis ແມ່ນພະຍາດຕິດຕໍ່ຈາກສັດສູ່ຄົນ, ພະຍາດນີ້ຈະສົ່ງຜົນກະທົບຕໍ່ລະບົບຂັບຖ່າຍຂອງຮ່າງກາຍຄົນຖ້າບໍ່ໄດ້ຮັບການປິ່ນປົ່ວຖືກວິທີຈະພາໃຫ້ເສຍຊີວິດ ເຊິ່ງອັດຕາສ່ວນຂອງຜູ້ຕິດພະຍາດດັ່ງກ່າວສູງເຖິງ 50%. ຕາມການລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ກະຊວງ ສາທາລະນະສຸກໃຫ້ຮູ້ວ່າ: ໃນແຕ່ລະປີມີຄົນຕິດເຊື້ອຈາກພະຍາດໄຂ້ຍ່ຽວໜູໃນທົ່ວໂລກຫລາຍກວ່າ 1.000.000 ຄົນ ແລະ ເສຍຊີວິດຫລາຍກວ່າ 60.000 ຄົນ,ໃນນີ້ພົບຫລາຍທີ່ສຸດແມ່ນໃນເຂດປະເທດທ່ີມີອາກາດຮ້ອນຊຸ່ມ ໂດຍສະເພາະຂົງເຂດປະເທດໃນອາຊີເປັນຕົ້ນປະເທດອິນເດຍ, ອິນໂດເນເຊຍ, ໄທ ແລະ ສີລັງກາ.

ສຳລັບຢູ່ ສປປ ລາວ ພະຍາດດັ່ງກ່າວກໍໄດ້ເກີດຂຶ້ນໃນຫລາຍເຂດທົ່ວປະເທດ ໂດຍສະເພາະໄລຍະລະດູຝົນເຖິງວ່າຈະບໍ່ມີຕົວເລກສະຖິຕິການຕິດເຊື້ອ ແລະ ການເສຍຊີວິດທີ່ແນ່ນອນ, ແຕ່ທຸກຄົນກໍບ່ໍຄວນເບ່ິງຂ້າມຄວາມອັນຕະລາຍພະຍາດນີ້ ເຊິ່ງໄລຍະ ຜ່ານມາລັດຖະບານ ກໍຄືກະຊວງສາທາລະນະສຸກ ກໍໄດ້ເອົາໃຈໃສ່ໃນວຽກການຄວບຄຸມ ແລະ ປ້ອງກັນການລະບາດຂອງພະຍາດ ໄຂ້ຍ່ຽວໜູໂດຍການຮ່ວມມືກັບບັນດາຂະແໜງສາທາລະນະສຸກ ແລະ ຊຸມຊົນໃນທົ່ວປະເທດເປັນຕົ້ນການໂຄສະນາເຜີຍແຜ່ໃຫ້ຄວາມຮູ້ເບື້ອງຕົ້ນກ່ຽວກັບພະຍາດດັ່ງກ່າວ, ແນະນຳວິທີໃຫ້ຄົນເຮົາຫລີກເວັ້ນການສຳຜັດກັບແຫລ່ງນໍ້າເປື້ອນໃນເຂດນໍ້າຖ້ວມຂັງ ແລະ ອື່ນໆ ໂດຍຜ່ານຊ່ອງທາງຕ່າງໆເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວຄວາມອັນຕະລາຍດັ່ງກ່າວໃຫ້ຫລາຍຂຶ້ນ.
ພະຍາດໄຂ້ຍ່ຽວໜູ ແມ່ນເກີດ ມາຈາກເຊື້ອແບັກທີເຣຍ ຢູ່ໃນຕະກູນຂອງເລບໂຕສໄປຣາ (Leptospira) ແລະ ມັກລະບາດຫລາຍສຸດໃນລະດູຝົນ ໂດຍສະເພາະເຂດທີ່ມີນ້ຳຖ້ວມຂັງຊຸມຊົນແອອັດ ເຊິ່ງພະຍາດນີ້ສາມາດຕິດຕໍ່ໃສ່ຄົນໄດ້ຈາກການສຳຜັດກັບສັດທີ່ມີເຊ້ືອ ແລະ ສິ່ງແວດລ້ອມຕ່າງໆເຊັ່ນ: ດິນ ແລະ ແຫລ່ງນໍ້າທີ່ປົນເປື້ອນກັບເຊື້ອແບັກທີເຣຍ ຈາກຍ່ຽວໜູ, ຖ້າຄົນເຈັບຕິດເຊື້ອຫາກສະແດງອາການບໍ່ໄດ້ຮັບການປິ່ນປົວຈະສົ່ງຜົນກະທົບຕໍ່ລະບົບຂັບຖ່າຍຂອງຮ່າງກາຍຄົນເຮົາເຊັ່ນ: ໄຂ່ຫລັງ, ຕັບ, ລະບົບໄຫລວຽນເລືອດເກີດການອັກເສບເຫຍື້ອຫຸ້ມສະໝອງ ແລະ ເຮັດໃຫ້ຄົນຕິດເຊື້ອມີເລືອດໄຫລອອກໃນປອດຮຸນແຮງ ແລະ ພາໃຫ້ເສຍຊີວິດໄດ້ສູງເຖິງ 50%. ສ່ວນອາການເບື້ອງຕົ້ນຂອງຜູ້ຕິດພະຍາດໄຂ້ຍ່ຽວໜູໃນທຸກເພດໄວເກືອບ 90% ຂອງຜູ້ຕິດເຊື້ອຈະສະແດງອາການໄຂ້ສູງ, ເຈັບຫົວ, ປວດເມື່ອຍຕາມກ້າມຊີ້ນບໍລະເວນກົກຂາ ຫລື ສົ້ນນ່ອງ, ມີອາການປວດຮາກ, ຮາກ, ຖອກທ້ອງ, ເຈັບທ້ອງໄອ ແລະ ບາງຄັ້ງມີຜື່ນຂຶ້ນຕາມຜີວໜັງເຊິ່ງພະຍາດດັ່ງກ່າວສາມາດບົ່ມເຊື້ອໃນຮ່າງກາຍຄົນເຮົາປະມານ 2-30 ມື້ ແລະ ມີອາການສະແດງອອກປະມານ 5-14 ມື້ ໃນນີ້ອາການຜູ້ຕິດເຊື້ອບາງຄັ້ງຍັງມີອາການຄ້າຍຄືກັບໄຂ້ເລືອດອອກ, ຖ້າປິ່ນປົວບໍ່ທັນຈະມີອາການປວດກ້າມຊີ້ນຮຸນແຮງ, ຕາແດງ ຫລື ເລືອດອອກບໍລິເວນຕາຂາວ ແລະ ພະຍາດແຊກຊ້ອນອື່ນໆ.ວິທີປ້ອງກັນແມ່ນຫລີກເວັ້ນການສໍາຜັດກັບນໍ້າເປື້ອນເຊັ່ນ: ການຍ່າງລຸຍນໍ້າເປັນເວລາດົນ ໂດຍສະເພາະຄົນທີ່ມີບາດຕາມຮ່າງກາຍຫ້າມຖືກນໍ້າເປື້ອນໃນເຂດນໍ້າຖ້ວມຂັງ ເພາະມີຄວາມສ່ຽງທີ່ຈະຕິດເຊື້ອສູງ, ຖ້າມີຄວາມຈໍາເປັນຕ້ອງລຸຍນໍ້າກໍຕ້ອງໃສ່ເກີບໂບກ ເພື່ອບ່ໍໃຫ້ບາດແຜຖືກນໍ້າ, ແຕ່ຖ້າຫລີກເວັ້ນບໍ່ໄດ້ເວລາຖືກນໍ້າທີ່ເປີເປື້ອນຕ້ອງຮີບອະນາໄມຮ່າງກາຍໃຫ້ສະອາດ, ເຊັດໂຕໃຫ້ແຫ້ງເພື່ອປ້ອງກັນພະຍາດດັ່ງກ່າວ ແລະ ຫ້າມກິນອາຫານທີ່ມີຮອຍແຂ້ວສັດກັດແລ້ວເພາະອາດຈະປົນເປື້ອນເຊື້ອພະຍາດດັ່ງກ່າວ, ສະນັ້ນ ພວກເຮົາທຸກຄົນຕ້ອງມີສະຕິລະວັງຕົວເພື່ອຫລີກເວັ້ນການຕິດເຊື້ອພະຍາດຍ່ຽວໜູ.
ໂດຍ: ລູກສາວຫລ້າ
KPL