ຂປລ
*ສວນ ປອດສານພິດ “ມາມົວຟາມ” ເປັນອີກສວນໜຶ່ງ ທີ່ກໍາລັງໄດ້ຮັບຄວາມນິຍົມຈາກສັງຄົມ ເນື່ອງຈາກ ວ່າເພີ່ນ ໄດ້ເປີດສວນໃຫ້ກິນໝາກເງາະສົດໆໃໝ່ໆ ແບບບຸບເຟ້ ຢູ່ສວນເລີຍ.

*ສວນ ປອດສານພິດ “ມາມົວຟາມ” ເປັນອີກສວນໜຶ່ງ ທີ່ກໍາລັງໄດ້ຮັບຄວາມນິຍົມຈາກສັງຄົມ ເນື່ອງຈາກວ່າເພີ່ນໄດ້ເປີດສວນໃຫ້ກິນໝາກເງາະສົດໆໃໝ່ໆ ແບບບຸບເຟ້ ຢູ່ສວນເລີຍ ໃນລາຄາຜູ້ໃຫຍ່ພຽງ 110.000 ກີບ, ເດັກນ້ອຍພຽງ 80.000 ກີບເທົ່ານັ້ນ ບອກເລີຍວ່າລາຄານີ້ ສຸດຄຸ້ມເພາະບໍ່ໄດ້ກິນແຕ່ໝາກເງາະ, ຍັງມີມາກສິດາໄຈແດງ,ຂາວ ແລະ ຕໍາໝາກຫຸງ ໄວ້ບໍລິການລູກຄ້າອີກດ້ວຍ.
ນາງ ແສງພະຈັນ ມົວຊົງດຣ່າ ລຸ້ນສືບທອດ ສວນປອດສານພິດ “ມາມົວຟາມ” ເວົ້າສູ່ຟັງວ່າ: ສໍາຈຸດເລີ່ມຕົ້ນຂອງສວນ ມາມົວຟາມ ແມ່ນຜູ້ເປັນພໍ່ເພີ່ນຮຽນຈົບ ມາຈາກປະເທດອົດສະຕຣາລີ ບວກກັບມີການສົ່ງເສີມ ຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ ໝາກຫາດດອກແກ້ວ ນະຄອນຫລວງວຽງຈັນ, ພໍ່ຈຶ່ງຕັດສິນໃຈເລີ່ມປູກແຕ່ປີ 2000 ໃນເນື້ອທີ່ 15 ເຮັກຕາ ເຊິ່ງແບ່ງປູກພືດຫລາຍຊະນິດ ປະສົມປະສານກັນ, ໃນນັ້ນພືດຫລັກໆຈະມີໝາກຫຸ່ງ, ໝາກສິດາແດງ, ສິດາຂາວ,ໝາກມອນ,ໝາກຕ້ອງ,ໝາກມັງກອນ, ໝາກ ເງາະ ແລະ ອື່ນໆຫລາກຫລາຍກວ່າ 30 ຊະນິດ ຢູ່ໃນສວນຂອງພວກເຮົາ ເວົ້າລວມ ເວົ້າສະເພາະ ໝາກເງາະແມ່ນມີ 2 ເຮັກຕາ ສາມາດປູກໝາກເງາະໄດ້ 400 ຕົ້ນ, ແຕ່ວ່າການປູກແມ່ນປູກເປັນລຸ້ນໄປ ມີທັງໝົດ 3 ລຸ້ນ ນັບແຕ່ລຸ້ນພໍ່ແມ່ປູກ ແລະ ກໍ່ມາປູກອີກ 100 ປາຍ ຕົ້ນ ການປູກແມ່ນປູກສອງສາຍພັນ ຄື ສາຍພັນໂຮງຮຽນ ແລະ ສີທອງ. ສຳລັບສອງພັນນີ້ຈະແຕກຕ່າງກັນ, ພັນໂຮງຮຽນຈະເນື້ອກອບລົດຊາດ ຫອມຫວານ, ພັນສີທອງ ຈະມີລົດຊາດສົ້ມຫວານ ເປືອກໜາ ແຕ່ກໍແຊບທັງສອງສາຍພັນ, ສ່ວນແນວພັນ ແມ່ນນໍາມາຈາກປະ ເທດເພື່ອນບ້ານ (ໄທ). ໂດຍທົ່ວໄປແລ້ວການປູກ ແມ່ນໃຊ້ເວລາ 3 ປີ ກໍຈະອອກດອກ, ຖ້າເຫັນວ່າຕົ້ນຍັງນ້ອຍ ໃຫ້ກໍ່ປິດດອກອອກ ເພື່ອມັນລ້ຽງລໍາຕົ້ນໃຫ້ແຂງແຮງກ່ອນ ປະມານ 4 ຫາ 5 ປີກ່ອນຈຶ່ງເກັບຜົນ. ສໍາລັບການປູກ ແມ່ນໄລຍະຫ່າງ 8X8 ແມັດ, ສວນຂອງ ພວກເຮົາ ແມ່ນປູກແບບປອດສານພິດ 100 ເປີເຊັນເລີຍ ບໍ່ໄດ້ນຳໃຊ້ສານເຄມີ, ໃສ່ແຕ່ຝຸ່ນຄອກ ເຊິ່ງການປູກແບບນີ້ ກໍມີຜົນເສຍຫລາຍຢ່າງໜຶ່ງຄື ບໍ່ສາມາດຄວບຄຸມໄດ້ ເລື່ອງຄວາມເສຍຫາຍຈາກແມງໄມ້, ເຊື້ອລາ ແລະ ເພ້ຍຕ່າງໆ ແມ່ນປ່ອຍຕາມທໍາມະຊາດ, ແຕ່ຖ້າ ປ້ອງກັນ ແມ່ນໃຊ້ຢາພື້ນເມືອງພຽງຢ່າງດຽວ ຈົນກວ່າໝາກເງາະ ຈະໃຫ້ຜົນຜະລິດໄລຍະເດືອນ 6-7 ແຕ່ກໍ່ແລ້ວແຕ່ສະພາບດິນຟ້າອາກາດ ຄືປີນີ້ໄດ້ເກັບໄວ ແຕ່ຈະໄດ້ຜົນກະທົບຈາກພາຍຸ ຈົນບາງຕົ້ນກໍ່ບໍ່ເປັນໝາກເລີຍ, ສ່ວນຕົ້ນໃດເປັນໝາກ ກໍສາມາດໃຫ້ຜົນຜະລິດໄດ້ ປະມານ 400-500 ກິໂລ/ຕົ້ນ. ສຳລັບລາຄາຖ້າທຽບໃສ່ປີກາຍແມ່ນບໍ່ສູງ ແລະ ບໍ່ຕໍ່າຫລາຍ, ລາຄາຂາຍສົ່ງແມ່ນກິໂລລະ 30.000 ກີບ ໂດຍມີແມ່ຄ້າພໍ່ຄ້າມາຮັບເອົາ ຢູ່ກັບສວນສະເພາະເລີຍ ແລະ ກໍ່ໄດ້ໄປສົ່ງແມ່ຄ້ານຳຈຳນວນໜຶ່ງ.ນອກນີ້ ຍັງນໍາໄປຂາຍຢູ່ຕະຫລາດ ປອດສານ ຢູ່ໄອເຕັກ ໃນວັນພຸດ ແລະ ວັນເສົາ. ນອກຈາກຂາຍໝາກແລ້ວສວນພວກເຮົາຍັງຂາຍເບ້ຍສາຍພັນໂຮງຮຽນອີກດ້ວຍ. ເວົ້າລວມແລ້ວ ລາຍຮັບຈາກການຂາຍຜົນລະປູກໃນປີກາຍນີ້ ສາມາດສ້າງລາຍຮັບໄດ້ 400-500 ລ້ານກີບຕໍ່ປີ ແຕ່ນີ້ຍັງບໍ່ທັນຫັກຄ່າສິ້ນ ເປືອງຕ່າງໆ ທີ່ຕ້ອງເສຍເປັນຕົ້ນແມ່ນ ຄ່າຝຸ່ນ, ຄ່າໄຟ ແລະ ຄ່າແຮງງານຕ່າງໆ.

ນາງ ແສງພະຈັນ ເວົ້າຕື່ມວ່າ: ປັດຈຸບັນ ທາງສວນປອດສານພິດ “ມາມົວຟາມ” ໄດ້ເປີດສວນໃຫ້ເຂົ້າມາກິນແບບບຸມເຟ້ ໃນລາຄາ ຜູ້ໃຫຍ່ 110.000 ກີບ, ເດັກນ້ອຍຜູ້ລະ 80.000 ກີບ ໃນລາຄານີ້ ບໍ່ໄດ້ແຕ່ໝາກເງາະ ແຕ່ຍັງມີໝາກສີດາ ແລະ ຕໍາໝາກ ຫຸງອີກ ດ້ວຍ, ທີ່ສຳຄັນແມ່ນບໍ່ໄດ້ກໍານົດໂມງ ຈົນກວ່າຈະປິດສວນ ແຕ່ຈະເປີດສະເພາະ ວັນເສົາ ແລະ ວັນອາທິດ. ສະນັ້ນ, ຈຶ່ງຢາກເຊີນຊວນລູກຄ້າ ໃຫ້ເຂົ້າມາສໍາຜັດບັນຍາກາດທີ່ສົດຊື່ນ, ສວຍງາມ ແລະ ມາຊິມໝາກໄມ້ ທີ່ປອດສານພິດ ປິດເອົາເອງຈາກຕົ້ນ ສົດໆເໜືອນກັບ ສວນຕົນເອງເລີຍ ເຊິ່ງມັນເປັນອີກບັນຍາກາດໜຶ່ງທີ່ຫາຍາກ. ສຳລັບການມາທ່ຽວສວນ ນອກຈາກຈະໄດ້ກິນບຸບເຟ້ໝາກໄມ້ແລ້ວ, ທາງສວນຍັງມີອາຫານຂາຍ ອາດຈະມີແກໜໍ່ໄມ້, ປີ້ງປາ, ໄກ່ທໍາມະຊາດ, ມີເຂົ້າ ໄວ້ຄອຍບໍລິການລູກຄ້າອີກດ້ວຍ.
ສວນ “ມາມົວຟາມ” ແມ່ນຕັ້ງຢູ່ບ້ານດົງບຸດດີ ເມືອງໄຊທານີ ນະຄອນຫລວງວຽງຈັນ,ສາມາດມາໄດ້ສອງທາງ ທ່ານສາມາດສອບຖາມທາງໄດ້ທີ່ເບີ 020 23965165 ຫລື ເບີ 020 55016901.
ໂດຍ: ມາລີດາ
KPL