ຂປລ
ຂປລ. ໃນວັນທີ 10 ກໍລະກົດ 2025 ຜ່ານມາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ຄະນະຊຸດຝຶກອົບຮົມ ຫົວຂໍ້ສະເພາະ ສຳລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3 ທີ່ ສປປ ລາວ

ຂປລ. ໃນວັນທີ 10 ກໍລະກົດ 2025 ຜ່ານມາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ຄະນະຊຸດຝຶກອົບຮົມ ຫົວຂໍ້ສະເພາະ ສຳລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3 ທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນ ໃນລະຫວ່າງ ວັນທີ 7-15 ກໍລະກົດ 2025.
ໃນໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ຄະນະຊຸດຝຶກອົບຮົມດັ່ງກ່າວ ເຊິ່ງການຈັດຊຸດຝຶກອົບຮົມຄັ້ງນີ້, ຖືເປັນການຈັດຕັ້ງປະຕິບັດ ຕາມເນື້ອໃນຈິດໃຈ ຜົນການພົບປະຜູ້ນໍາ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ ໃນ 3 ຄັ້ງຜ່ານມາ ໃຫ້ເປັນຮູບປະທຳ. ພ້ອມທັງ ຕີລາຄາສູງຕໍ່ສໍາມະນາກອນທັງ 3 ພັກ ທີ່ໄດ້ເອົາໃຈໃສ່ຝຶກອົບຮົມ ແລະ ແລກປ່ຽນຄໍາຄິດເຫັນຢ່າງສ້າງສັນ, ກົງໄປກົງມາ ແລະ ເຮັດໃຫ້ບັນດານັກສຳມະນາກອນ ເຫັນໄດ້ມູນເຊື້ອອັນດີງາມຂອງ 3 ພັກ, 3 ຊາດ ອິນດູຈີນ ທີ່ຈະຕ້ອງພ້ອມກັນສືບຕໍ່ ເສີມຂະຫຍາຍເພີ່ມພູນຄູນສ້າງ. ຊຸດຝຶກອົບຮົມໄດ້ແລກປ່ຽນບົດຮຽນ ໃນການພັດທະນາ ເສດຖະກິດ-ສັງຄົມ, ການທ່ອງທ່ຽວ, ວັດທະນະທໍາ ແລະ ອື່ນໆ ຂອງແຕ່ລະພັກ, ແຕ່ລະປະເທດ, ເປັນການປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ກໍຄື ການຮັດແໜ້ນສາຍພົວພັນ ມິດຕະພາບອັນ ເປັນມູນເຊື້ອ, ຄວາມສາມັກຄີ ແລະ ການພົວພັນຮ່ວມມືຮອບດ້ານຂອງ 3 ພັກ ແລະ ປະຊາຊົນ 3 ຊາດ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ພ້ອມນີ້, ສະຫາຍ ອາດສະພັງທອງ ສີພັນດອນ ຍັງໄດ້ເນັ້ນວ່າ: ການພົວພັນຮ່ວມມື 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ ລາວ-ຫວຽດນາມ-ກໍາປູເຈຍ ແມ່ນການພົວພັນທີ່ມີມູນເຊື້ອ ປະຫວັດສາດຍາວນານ ເຊິ່ງກາຍເປັນມໍລະດົກອັນລໍ້າຄ່າ, ເປັນກໍາລັງແຮງອັນໃຫຍ່ຫລວງ ແລະ ເປັນປັດໄຈສໍາຄັນຕັດສິນໄຊຊະນະ ຂອງການປະຕິວັດປົດປ່ອຍຊາດ ໃນເມື່ອກ່ອນກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງແຕ່ລະປະເທດໃນປັດຈຸບັນ.
ໂອກາດນີ້, ຜູ້ຕາງໜ້າສໍາມະນາກອນຂອງ ແຕ່ລະປະເທດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບຂອງ ທ່ານ ອາດສະພັງທອງ ສີພັນດອນ ທີ່ໃຫ້ຄວາມເອົາໃຈໃສ່ ແລະ ເປັນຫ່ວງເປັນໄຍຕໍ່ຄະນະ, ພ້ອມທັງຈະນໍາເອົາທິດຊີ້ນໍາ ໄປຈັດຕັ້ງປະຕິບັດ ເຂົ້າສູ່ວຽກງານຕົວຈິງຂອງຕົນ ໃຫ້ເກີດດອກ ອອກຜົນເພື່ອເປັນການ ປະກອບສ່ວນສໍາຄັນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວ ພັນການຮ່ວມມືຂອງ 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ, ພ້ອມທັງຢຶນຢັນຈະເຮັດສຸດ ຄວາມສາມາດຂອງຕົນ ຮ່ວມກັນປົກປົກຮັກສາ, ເສີມຂະຫຍາຍສາຍພົວພັນ ອັນດີງາມດັ່ງກ່າວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ຂ່າວ: ຄຕພ
KPL