ຂປລ
ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ, ພາຍຫລັງດຳເນີນມາແຕ່ວັນທີ 7-11 ກໍລະກົດ 2025 ໃຫ້ກຽດເຂົ້າຮ່ວມມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ

ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ, ພາຍຫລັງດຳເນີນມາແຕ່ວັນທີ 7-11 ກໍລະກົດ 2025 ໃຫ້ກຽດເຂົ້າຮ່ວມມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ, ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ, ການນໍາພັກ-ລັດ ຂັ້ນນະຄອນຫລວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ ໄດ້ກ່າວປິດກອງປະຊຸມວ່າ: ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫລວງ ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ໄດ້ມີຄວາມຮັບຜິດຊອບສູງ ໃນການຄົ້ນຄວ້າ, ປະກອບຄໍາເຫັນ, ຕັ້ງຄໍາຊັກຖາມ ແລະ ຄໍາສະເໜີແນະນໍາ ວິທີການ, ມາດຕະການ-ການແກ້ໄຂບັນຫາຢ່າງມີເຫດມີຜົນ, ມີເນື້ອໃນທີ່ເລິກເຊິ່ງ, ເຈາະຈົງ, ລະອຽດຖີ່ຖ້ວນ ແລະ ມີຄວາມເປັນເອກະພາບສູງ ໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນ ຂອງນະຄອນຫລວງວຽງ ເປັນຕົ້ນ ຮັບຮອງເອົາບົດລາຍງານຂອງ ທ່ານເຈົ້າຄອງນະຄອນຫລວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງນະຄອນຫລວງວຽງຈັນ; ຮັບຟັງການລາຍງານ ການປະເມີນຕີລາຄາໂດຍສັງເຂບ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025); ການຈັດຕັ້ງປະຕິ ບັດ 8 ແຜນງານ, 20 ໂຄງການລະດັບຊາດ, ໂຄງການປິ່ນອ້ອມທີ່ກໍານົດໃນແຜນການ 5 ປີ ຂອງນະຄອນຫລວງວຽງຈັນ; ຮັບຮອງເອົາການສະເໜີ ປັບລາຄາຊົມໃຊ້ນໍ້າປະປາ ປີ 2025 ຂອງລັດວິສາຫະກິດ ນໍ້າປະປາ ນະຄອນ ຫລວງວຽງຈັນ; ຮັບຮອງເອົາການປັບປຸງກົງຈັກ ການຈັດຕັ້ງຂອງອົງການປົກຄອງ ຕາມການສະເໜີຂອງທ່ານເຈົ້າຄອງ ນະຄອນຫລວງວຽງຈັນ; ຮັບຮອງເອົາຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ ໃນນະຄອນຫລວງວຽງຈັນ; ຮັບຮອງເອົາບົດສະຫລຸບຜົນ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງສະພາປະຊາຊົນ ນະຄອນຫລວງ ຊຸດທີ II ແລະ ແຜນການເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ເພື່ອເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນນະຄອນຫລວງ ຊຸດທີ II; ຮັບຟັງການລາຍງານ ແລະ ປະກອບຄໍາເຫັນໃສ່ ແຜນພັດທະນາວຽກງານ ສະພາປະຊາຊົນ ນະຄອນຫລວງວຽງຈັນ ໄລຍະປີ 2026-2030; ຮັບຟັງການລາຍງານ ແລະ ຊີ້ແຈງບັນ ຫາສໍາຄັນ ຕາມການສະເໜີຂອງຄະນະປະຈໍາ ສະພາປະຊາຊົນ ຄື: ຮັບຟັງການລາຍງານ ການຕິດຕາມກວດກາ ແລະ ຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ ໃນຂະແໜງການທ່ອງທ່ຽວ ແລະ ບັນເທີງ; ຮັບຟັງການລາຍງານ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫລວງແຫ່ງຊາດເລກທີ 13 ໃຕ້ ເຂດບ້ານໂຄກສີວິໄລ ເມືອງໄຊທານີ ຫາ ບ້ານສົມສະຫວາດ ເມືອງປາກງື່ມ ນະຄອນຫລວງວຽງຈັນ; ຮັບຟັງການລາຍງານກ່ຽວກັບວິທີການ ແລະ ມາດຕະການແກ້ໄຂ ບັນຫານໍ້າຖ້ວມຂັງ ພາຍໃນຕົວເມືອງ ນະຄອນຫລວງວຽງຈັນ; ຮັບຟັງການລາຍງານກ່ຽວກັບ ສະພາບການເກີດອັກຄີໄພ ແລະ ວິທີການ-ມາດຕະການສະກັດກັ້ນ ແລະ ແກ້ໄຂໃນຕໍ່ໜ້າ.

ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການຊີ້ແຈງ ບາງບັນຫາສໍາຄັນຈໍານວນໜຶ່ງ ທີ່ຜູ້ແທນຊັກຖາມ ແລະ ຍົກຂຶ້ນໃນກອງປະຊຸມ ຈາກອົງການປົກຄອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຢ່າງຈະແຈ້ງຊັດເຈນ. ພ້ອມນີ້, ກອງປະ ຊຸມຍັງໄດ້ມອບໃຫ້ອົງການປົກຄອງ ນະຄອນຫລວງວຽງຈັນ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ ຈັດຕັ້ງປະຕິບັດບັນດາເນື້ອໃນ, ວິທີການ, ມາດຕະການໃນການຈັດຕັ້ງປະຕິບັດ ແລະ ແກ້ໄຂບັນຫາຕ່າງໆ ທີ່ໄດ້ລາຍງານ, ຊີ້ແຈງຕໍ່ກອງປະຊຸມຄັ້ງນີ້ ຢ່າງເອົາຈິງ-ເອົາຈັງ ແລະ ເດັດຂາດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາມະຕິ ຂອງກອງປະຊຸມຄັ້ງນີ້ ມີປະສິດທິຜົນ ແລະ ມີຜົນສັກສິດ ໂດຍສະພາປະຊາຊົນ ກໍຄື ສະມາຊິກສະພາປະຊາຊົນ ຈະໄດ້ສືບຕໍ່ຕິດຕາມກວດກາ ແລະ ຊຸກຍູ້ ຢ່າງໃກ້ຊິດຕໍ່ຄໍາໝັ້ນສັນຍາ ຂອງບັນດາທ່ານ ທີ່ຈະແກ້ໄຂບັນຫາຕ່າງໆ ໃຫ້ສໍາເລັດຕາມຄໍາຢັ້ງຢືນ ແລະ ຄໍາປະຕິຍານ ທີ່ມີໄວ້ໃນກອງປະຊຸມຄັ້ງນີ້ ຢ່າງຈົດຈໍ່.
ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ຄັ້ງນີ້, ເປັນການຜັນຂະຫຍາຍມະຕິ ກອງປະຊຸມຄົບຄະນະບໍລິຫານງານພັກ ນະຄອນຫລວງວຽງຈັນ ຄັ້ງທີ 14 ສະໄໝທີ VII ເຂົ້າສູ່ວຽກງານຕົວຈິງ, ແມ່ນໝາກຜົນຂອງສະຕິປັນຍາ, ການຍົກສູງຄວາມຮັບຜິດຊອບທາງດ້ານການ ເມືອງ, ຄວາມເປັນເຈົ້າການ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາ ສໍາຄັນພື້ນຖານຂອງນະຄອນຫລວງ, ແມ່ນການຕັດສິນໃຈສູງຂອງອົງການປົກຄອງ, ບັນດາພະແນກການ, ອົງການທີ່ກ່ຽວຂ້ອງ ເຂົ້າໃນການສືບຕໍ່ຈັດຕັ້ງປະຕິບັດແຜນການ ທີ່ແຕ່ລະອົງການໄດ້ຮັບຜິດຊອບ ໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຕ່າງໆ ທີ່ນະຄອນຫລວງ ພວມຜະເຊີນຢູ່ໃນປັດຈຸບັນ ເພື່ອສືບຕໍ່ພັດທະນາ ນະ ຄອນຫລວງວຽງຈັນ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນຢ່າງບໍ່ຢຸດຢັ້ງ.
ຂ່າວ-ພາບ: ທະນູທອງ
KPL