ຂປລ
ຂປລ. ໃນວັນທີ 10 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະປຶກສາຫາລືສອງຝ່າຍ ກັບ ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ໃນໂອກາດນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງ ປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ (AMM) ຄັ້ງທີ 58 ໃນວັນທີ 7-11 ກໍລະກົດ 2024 ທີ່ ກົວລາລໍາເປີ, ມາເລເຊຍ.

ສອງຝ່າຍ ໄດ້ຕີລາຄາສູງການພົບປະສອງຝ່າຍ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຣັດເຊຍ ໃນໂອກາດເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນ ໄດ້ກາຍເປັນປະເພນີປະຕິບັດຮ່ວມກັນເປັນປະຈຳຂອງ ທັງສອງປະເທດ ຊຶ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ເພີ່ມທະວີການຮ່ວມມືອັນດີງາມ ບົນພື້ນຖານຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ສ ຣັດ ເຊຍ. ບົນຈິດໃຈດັ່ງກ່າວ, ສອງຝ່າຍ ໄດ້ທົບທວນຄືນ ແລະ ຕິີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະຜ່ານມາ, ພ້ອມທັງໄດ້ຕົກລົງເຫັນດີເພີ່ມທະວີ ການພົວພັນ ສອງ ຝ່າຍໃນຫລາຍຂົງເຂດໃນອະນາຄົດ ເຊັ່ນ: ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ວຽກງານຊີວະພາບ, ການສຶກສາ, ການທະຫານ, ດ້ານກົດໝາຍ, ວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ອື່ນໆ ທີ່ສອງຝ່າຍມີທ່າແຮງ ເພື່ອນໍາມາຊຶ່ງຜົນປະໂຫຍດຮ່ວມກັນ.

ໃນຂອບການພົວພັນຫລາຍຝ່າຍ, ໄດ້ພ້ອມກັນຕີລາຄາສູງຕໍ່ການແລກປ່ຽນ ທັດສະນະຮ່ວມກັນ ໃນເວທີຫລາຍ ຝ່າຍ, ລວມທັງການສະຫນັບສະໜູນເຊິ່ງກັນ ແລະ ກັນ ໃນເວທີສາກົນ. ນອກນີ້, ຍັງໄດ້ຕີລາຄາສູງຕໍ່ການຮ່ວມມື ຂອບອາຊຽນ-ຣັດເຊຍ ໃນໄລຍະຜ່ານມາ.

KPL