ຂປລ
ຄືດັ່ງພວກເຮົາຮູ້ນຳກັນແລ້ວວ່າ, ທ່ານປະທານ ສຸພານຸວົງ ກໍາເນີດໃນຄອບຄົວເຊື້ອເຈົ້າທີ່ມີຄວາມພ້ອມພຽງທາງດ້ານຕ່າງໆໃນການດໍາລົງຊີວິດ, ແຕ່ເພິ່ນໄດ້ເສຍສະລະມາເປັນສາມັນຊົນ, ນໍາພາຕໍ່ສູ້ກັບຈັກກະພັດລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ເພື່ອກອບກູ້ເອກະລາດຂອງຊາດ.
*ຄືດັ່ງພວກເຮົາຮູ້ນຳກັນແລ້ວວ່າ, ທ່ານປະທານ ສຸພານຸວົງ ກໍາເນີດໃນຄອບຄົວເຊື້ອເຈົ້າທີ່ມີຄວາມພ້ອມພຽງທາງດ້ານຕ່າງໆໃນການດໍາລົງຊີວິດ, ແຕ່ເພິ່ນໄດ້ເສຍສະລະມາເປັນສາມັນຊົນ, ນໍາພາຕໍ່ສູ້ກັບຈັກກະພັດລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ເພື່ອກອບກູ້ເອກະລາດຂອງຊາດ. ຕະຫລອດຊີວິດຂອງເພ່ິນໄດ້ອຸທິດໃຫ້ແກ່ການປະຕິວັດຕໍ່ສູ້ປົດປ່ອຍຊາດຍາດເອົາເອກະລາດມາໃຫ້ແກ່ປວງຊົນລາວ ຈາກການເປັນຂ້ອຍຂ້າມ້າໃຊ້ຂອງຈັກກະພັດລ່າເມືອງຂຶ້ນ. ດັ່ງນັ້ນ, ພວກເຮົາຄົນຮຸ່ນຫລັງຄວນຮໍ່າຮຽນເອົາແບບຢ່າງຄຸນງາມຄວາມດີຂອງປະທານ ສູພານຸວົງ, ຮຽນເອົາທັດສະນະຫລັກໝັ້ນການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ກໍຄືແນວທາງປ່ຽນແປງໃໝ່, ເອົາໃຈໃສ່ເຝິກຝົນຕົນເອງໃຫ້ກາຍເປັນພະນັກງານຮຸ່ນສືບທອດທີ່ຈົງຮັກພັກດີຕໍ່ພັກ ແລະ ຕໍ່ປະເທດຊາດ; ອອກແຮງສຶກສາຮໍ່າຮຽນທິດສະດີມາກ-ເລນິນ, ເຕັກນິກວິທະຍາສາດ, ພາສາຕ່າງປະເທດ ແລະ ວິຊາຊີບໃນຂະແໜງການຕ່າງໆເພື່ອໃຫ້ຕົນເອງມີຄວາມຮູ້ຄວາມສາມາດສູງປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ, ພ້ອມກັນນັ້ນ ກໍຕ້ອງສ້າງຕົນເອງໃຫ້ເປັນຄົນກ້າຫານ, ກ້າຄິດ, ກ້າສະແດງອອກ ເພື່ອປະກອບຄຳຄິດຄຳເຫັນທີ່ເປັນປະໂຫຍດ ໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ; ຕ້ອງດຳລົງຊີວິດດ້ວຍຄວາມຊື່ສັດປອດໃສຂາວສະອາດ, ດຸໝັ່ນໃນການອອກແຮງງານ, ສ້າງເສດຖະກິດຄອບຄົວ, ປະຢັດມັດທະຍັດບ່ໍຫລ້ິນກິນຟູມເຟືອຍພ້ອມກັນຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ໃນສັງຄົມ. ສຸມໃສ່ການຜະລິດເພື່ອແກ້ໄຂຄວາມທຸກຍາກຂອງຄອບຄົວ, ຫລຸດພົ້ນອອກຈາກປະເທດທີ່ດ້ອຍພັດທະນາ; ຕ້ອງເດັດດ່ຽວໜຽວແໜ້ນປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ຕໍ່ສູ້ທັບມ້າງກົນອຸບາຍຫັນປ່ຽນ ໂດຍສັນຕິຂອງພວກສັດຕູ, ພະຍາຍາມບຸກບືນກ້າວຂຶ້ນສ້າງສາພັດທະນາປະເທດຊາດໃຫ້ເຂັ້ມແຂງ, ສັງຄົມມີຄວາມສະເໝີພາບ ແລະ ມີຄວາມຈະເລີນຮຸ່ງເຮືອງສີວິໄລ; ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ກ່ອນອື່ນໝົດແມ່ນຄວາມສາມັກຄີລະຫວ່າງເຜົ່າ, ຊັ້ນຄົນ ແລະ ສາສະໜາໃຫ້ແໜ້ນ. ເດັດດ່ຽວສະກັດກັ້ນ ແລະ ຕີຖອຍຖ້ອຍທຳນອງ ແລະ ການເຄື່ອນໄຫວແບ່ງແຍກຄວາມສາມັກຄີພາຍໃນເຜົ່າຕ່າງໆ ແລະ ຄວາມສາມັກຄີລະຫວ່າງເຜົ່າ, ລະຫວ່າງສາສະໜາຂອງພວກອິດທິກຳລັງປໍລະປັກນັ້ນຢ່າງທັນການ. ຄະນະພັກ, ອຳນາດການປົກຄອງທຸກຂັ້ນຕ້ອງເອົາໃຈໃສ່ ແລະ ລົງກໍ່ສ້າງຮາກຖານບ້ານເມືອງໃຫ້ໜັກແໜ້ນເຂັ້ມແຂງ ເພື່ອສ້າງບ້ານ ແລະ ກຸ່ມບ້ານພັດທະນາ; ຕັ້ງໜ້າຈັດຕ້ັງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດໃຫ້ປາກົດຜົນເປັນຈິງ.
ໂດຍ: ຄະນະ ບກ
KPL