ກະຈັດກະຈາຍ-ກະແຈກກະຈາຍ ແລະ ກະແສ ໃນພາສາລາວ

13/06/2024 10:05
Email Print 502
ຂປລ ຫລາຍບົດຜ່ານມາ, ຄໍລໍາ ຮັກພາສາລາວ ໄດ້ເກັບກໍາຮິບໂຮມເອົາບັນດາຄໍາສັບຈໍານວນໜຶ່ງ ທີ່ມີພື້ນສຽງພະຍັນຊະນະຕົວແກນໃກ້ຄຽງກັນ, ປະກອບຂຶ້ນດ້ວຍສະຫລະສຽງຄືກັນ ຫລື ໃກ້ຄຽງກັນ... ນັບທັງບັນດາຄໍາທ່ີມີຄວາມໝາຍໃກ້ຄຽງກັນ ມາທົບທວນເພື່ອກັນລືມ, ໃຫ້ການຂີດຂຽນ ແລະ ເວົ້າຖືກຕ້ອງຕາມຫລັກພາສາລາວເຮົາ.

    *ຫລາຍບົດຜ່ານມາ, ຄໍລໍາ ຮັກພາສາລາວ ໄດ້ເກັບກໍາຮິບໂຮມເອົາບັນດາຄໍາສັບຈໍານວນໜຶ່ງ ທີ່ມີພື້ນສຽງພະຍັນຊະນະຕົວແກນໃກ້ຄຽງກັນ, ປະກອບຂຶ້ນດ້ວຍສະຫລະສຽງຄືກັນ ຫລື ໃກ້ຄຽງກັນ... ນັບທັງບັນດາຄໍາທ່ີມີຄວາມໝາຍໃກ້ຄຽງກັນ ມາທົບທວນເພື່ອກັນລືມ, ໃຫ້ການຂີດຂຽນ ແລະ ເວົ້າຖືກຕ້ອງຕາມຫລັກພາສາລາວເຮົາ. ດັ່ງບົດນີ້ຂໍນໍາເອົາຄໍາພ້ອງຄວາມໝາຍຕາມການນິຍາມຂອງສະຖາບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງຊາດ ມາຫລໍາຄືນອີກເທື່ອໜຶ່ງ ຄືຄໍາ: ກະຈັດກະຈາຍ-ກະແຈກກະຈາຍ ແລະ ກະແສ.

    ກະຈັດກະຈາຍ ໝາຍເຖິງລັກສະນະທີ່ສິ່ງໃດໜຶ່ງຊະໄປ, ຟົ້ງໄປ ຫລື ແຕກໄປທົ່ວບໍລິເວນ ໂດຍບໍ່ມີໃຜກໍາກັບຈັດແຈງ. ໃຊ້ກັບການຊະ, ຟົ້ງໄປຂອງສິ່ງຂອງ ເພາະຖືກລົມພັດ; ໃຊ້ກັບການແຕກໜີຂອງຄົນ ເພາະຄວາມຢ້ານການໜີໄພຮ້າຍ, ສົງຄາມ ເຊັ່ນ: ສົງຄາມເຮັດໃຫ້ປະຊາຊົນແຕກໜີຢ່າງກະຈັດກະຈາຍ.

   ກະແຈກກະຈາຍ ໝາຍເຖິງຢູ່ຢັ່ງຢາຍກັນ, ຢູ່ ຫລື ເຮັດແບບບໍ່ມີການໂຮມກັນ, ຢູ່ ຫລື ເຮັດພໍໃຜພໍມັນ ເຊິ່ງກໍາລັງມີໜ້ອຍບໍ່ມີການຂັດແຍ້ງກັນ. ຄໍານີ້ໃຊ້ກັບກໍລະນີການຜະລິດຂອງກະສິກອນ ເຊັ່ນ: ການຜະລິດນ້ອຍແບບພໍໃຜພໍມັນຢາຍກັນຢູ່, ການຜະລິດກະສິກໍາແບບກະແຈກກະຈາຍ; ໃຊ້ກັບກໍລະນີການຕັ້ງບ້ານ ທີ່ມີຂະໜາດນ້ອຍຢາຍຢູ່ຫລາຍແຫ່ງ ເຊັ່ນ: ເຜົ່ານີ້ມັກຕັ້ງບ້ານຢູ່ກະແຈກກະຈາຍຕາມພູຕ່າງໆ.

    ສ່ວນຄໍາວ່າ ກະແສ ໝາຍເຖິງເສັ້ນ, ສາຍ ຫລື ແນວ. ຄໍານີ້ຄົງເປັນຄໍາຮັບມາຈາກພາສາຂະແມທີ່ຂຽນເປັນ “ແຂສ” ລາວແປງເປັນກະແສ ເຊິ່ງແປວ່າເຊືອກ, ສາຍເຊືອກ. ໃນພາສາລາວ ກະແສ ມີຄວາມໝາຍກ່ຽວກັບນໍ້າ ຫລື ລົມ ເຊັ່ນ: ກະແສລົມ, ກະແສນໍ້າ; ໃນທາງວັນນະຄະດີມັກພົບການໃຊ້ຄໍາວ່າ: ກະແສ ສາຍນໍ້າ ແລະ ສິ່ງໃດທີ່ເຄື່ອນຕໍ່ເນື່ອງເປັນດັ່ງສາຍ. ພ້ອມນ້ີຍັງໃຫ້ຄວາມໝາຍທຽບຄວາມຕໍ່ເນື່ອງ, ຄວາມເປັນສາຍຍາວຂອງອາການຈິດ, ຂ່າວຄາວ. ໃຊ້ສ້າງຄໍາໃໝ່ໄດ້ກັບຫລາຍຄໍາ ເຊັ່ນ: ກະແສແນວຄິດ, ກະແສການເງິນ, ກະແສລົມ, ກະແສຈິດ, ກະແສຄື້ນ, ກະແສສຽງ. ນອກນີ້ຍັງອາດໃຊ້ໄດ້ກັບບາງຄໍາອີກ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມກັນຄືຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.

ຮິບໂຮມໂດຍ: ພະກາ

KPL

ຂ່າວອື່ນໆ

ads
ads

Top