ບໍລິສັດ ທີ່ປຶກສາໄຂ່ມຸກຕາເວັນອອກຈໍາກັດ ຮ່ວມວາງສະແດງໃນກອງປະຊຸມ ໄອປາ ຄັ້ງທີ 45

20/10/2024 20:46
Email Print 242
ຂປລ ຂປລ. ໃນໂອກາດດໍາເນີນກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 17-23 ຕຸລາ 2024 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ ໄດ້ນໍາຜະລິດຕະພັນ ມາເຂົ້າຮ່ວມວາງສະແດງ ເປັນຕົ້ນ ລາຍການທ່ອງທ່ຽວ, ຮ້ານຫັດຖະກໍາ, ເຄື່ອງປະດັບ.



ຂປລ. ໃນໂອກາດດໍາເນີນກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ ຄັ້ງທີ
45 ທີ່ ສປປ ລາວ ເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 17-23 ຕຸລາ 2024 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ ໄດ້ນໍາຜະລິດຕະພັນ ມາເຂົ້າຮ່ວມວາງສະແດງ ເປັນຕົ້ນ ລາຍການທ່ອງທ່ຽວ, ຮ້ານຫັດຖະກໍາ, ເຄື່ອງປະດັບ. ພ້ອມນີ້, ຍັງມີໂຄງການກໍ່ສ້າງ ຣີສອດລາວຄົບວົງຈອນ ຢູ່ຫລັກ 62 ແຂວງວຽງຈັນ ລະຫວ່າງ ກົມໃຫຍ່ ກະຊວງປ້ອງກັນຄວາມສະຫງົບ ແລະ ບໍລິສັດທີ່ປຶກສາໄຂ່ມຸກ ຕາເວັນອອກ ຈໍາກັດ ກໍໄດ້ເຂົ້າຮ່ວມວາງສະແດງ.




ທ່ານ ນາງ ລັດດາວອນ ພູນສະຫວັດ ຮອງປະທານ ບໍລິສັດທີ່ປຶກສາໄຂ່ມຸກ ຕາເວັນອອກ ຈໍາກັດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວສໍານັກຂ່າວສານປະເທດລາວ ໃນວັນທີ
19 ຕຸລາ 2024 ນີ້ວ່າ: ໂຄງການກໍ່ສ້າງ ຣີສອດລາວຄົບວົງຈອນ ເປັນໂຄງການສ້າງຕົວເມືອງທັນສະໄໝ ທີ່ເນັ້ນໃສ່ຮັກສາ ສິ່ງແວດລ້ອມ ແລະ ວັດທະນາທໍາລາວ ເຊິ່ງຕັ້ງຢູ່ ເສັ້ນທາງເລກທີ 13 ເໜືອ ລະຫວາງບ້ານໜອງຂອນ ແລະ ບ້ານໂນນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ, ມີເນື້ອທີ່ 1.200 ເຮັກຕາ ເຊິ່ງປະກອບມີ 24 ກິດຈະກໍາເຊັ່ນ: ໂຮງແຮມ, ໂຮງຮຽນ, ໂຮງໝໍ, ສະໜາມກ໊ອຟ 36 ຫລຸມ ສາມາດແຂງຂັນ ລະດັບນາໆຊາດໄດ້, ສູນຮຽນຮູ້, ໂຮງຈັກ-ໂຮງງານນໍາໃຊ້ໃນໂຄງການ, ກະສິກໍາ, ສ້າງບ້ານຈໍາລອງເປັນສະຖານທີ່ຖ່າຍທໍາໜັງ, ສ້າງບ້ານວັດທະນະທໍາ ແລະ ກິດຈະກຳອື່ນທີ່ກ່ຽວຂ້ອງ ໂດຍໂຄງການຂອງພວກເຮົາໄດ້ເປີດກ້ວາງໃຫ້ ນັກລົງທຶນຈາກຕ່າງເທດທີ່ສົນໃຈ ສາມາດມາຮ່ວມລົງທຶນໄດ້. ໃນນັ້ນ, ໄລຍະທີໜຶ່ງ ຈະພັດທະນາ 500 ເຮັກຕາ ໂດຍຜູ້ທີ່ມາຮ່ວມລົງທຶນໃນເບື້ອງຕົ້ນແມ່ນ ສ ເກົາຫລີ.




ທ່ານ ນາງ ລັດດາວອນ ພູນສະຫວັດ ຍັງໄດ້ກ່າວຕື່ມວ່າ: ຖ້າໂຄງການດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດສໍາເລັດ ຈະສາມາດດຶງດູດນັກລົງທຶນ ຈາກຕ່າງປະເທດເຂົ້າມາລົງທຶນ ຢູ່ ສປປ ລາວ ຫລາຍຂຶ້ນ
, ພ້ອມທັງສ້າງວຽກເຮັດງານທໍາ ໃຫ້ປະຊາຊົນລາວ ເປັນຈໍານວນຫລວງຫລາຍ ໂດຍສະເພາະ ປະຊາຊົນຢູ່ອ້ອມຮອບເຂດໂຄງການ. ພ້ອມກັນນີ້, ພາຍໃນໂຄງການຍັງຈະມີສູນຮຽນຮູ້, ສົ່ງເສີມຜູ້ບໍ່ມີທຶນການສຶກສາ ສາມາດເຂົ້າມາສຶກສາຮຽນຮູ້ ຢູ່ໂຄງການຂອງພວກເຮົາໄດ້ ແລະ ນັກລົງທັງພາຍໃນ ແລະ ຕ່າງປະເທດ ຫາກມີຄວາມສົນໃຈ ຈະເຂົ້າມາສຶກສາ ຫລື ຢາກລົງມາສໍາຫລວດ ພື້ນທີ່ໂຄງການ ແລະ ລາຍລະອຽດຕ່າງໆ ສາມາດເຂົ້າມາພົວພັນນໍາບໍລິສັດໂດຍກົງ ຢູ່ບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເບີໂທ: +85620 55155596


ຂ່າວ: ວີລະວັນ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ຫາລື ບັນຫາທີ່ຕິດພັນກ່ຽວກັບການອໍານວຍ ຄວາມສະດວກທາງດ້ານການຄ້າ-ການຂົນສົ່ງວັດທະນະທຳ-ສັງຄົມ

      ຫາລື ບັນຫາທີ່ຕິດພັນກ່ຽວກັບການອໍານວຍ ຄວາມສະດວກທາງດ້ານການຄ້າ-ການຂົນສົ່ງ

      10/22/2024 4:06:15 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນ ກອງເລຂາຄະນະກໍາມະການອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂສ) ຈັດກອງປະຊຸມປຶກສາຫາລື ກ່ຽວກັບການແກ້ໄຂບັນຫາ ຂອງພາກທຸລະກິດ ທີ່ຕິດພັນກັບການຄ້າ ແລະ ການຂົນສົ່ງ

    • ເຈົ້າເມືອງປາກກະດິງ ລົງຕິດຕາມ -ຊຸກຍູ້ ການສ້ອມແປງເສັ້ນທາງວັດທະນະທຳ-ສັງຄົມ

      ເຈົ້າເມືອງປາກກະດິງ ລົງຕິດຕາມ -ຊຸກຍູ້ ການສ້ອມແປງເສັ້ນທາງ

      10/21/2024 6:53:18 PM

      ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ບຸນຄົບ ຈັນທະວົງ ເຈົ້າເມືອງປາກກະດິງ ພ້ອມຄະນະ ໄດ້ລົງຕິດຕາມ-ຊຸກຍູ້ ການສ້ອມແປງເສັ້ນທາງຫລວງທ້ອງຖິ່ນແຕ່ ທາງເລກ 11 ໃຕ້ ບ້ານບຸ່ງກວາງ ເມືອງປາກກະດິງ ແຂວງບໍລິຄຳໄຊ ຫາ ທາງເລກ 13 ໃຕ້ ບ້ານວຽງທອງ ເມືອງຫີນບູນ ແຂວງຄຳມ່ວນ.

    • ເຮືອຊ່ວງ ທະນາຄານຮ່ວມພັດທະນາ ໄດ້ລາງວັນຊະນະເລີດ ໃນບຸນຊ່ວງເຮືອ ທ່າວັດຈັນວັດທະນະທຳ-ສັງຄົມ

      ເຮືອຊ່ວງ ທະນາຄານຮ່ວມພັດທະນາ ໄດ້ລາງວັນຊະນະເລີດ ໃນບຸນຊ່ວງເຮືອ ທ່າວັດຈັນ

      10/19/2024 10:36:18 AM

      ຂປລ. ບຸນຊ່ວງເຮືອປະເພນີປະຈຳປີ 2024 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ສຳເລັດລົງ ຢ່າງຈົບງາມ ໃນວັນທີ 18 ຕຸລາ 2024 ໂດຍມີເຮືອປະເພນີ 55 ສີພາຍ ຍິງ-ຊາຍ ເຂົ້າຮ່ວມແຂ່ງຂັນທັງໝົດ 9 ລຳ. ໃນນັ້ນ, ເຮືອປະເພນີ ຊາຍ ທັງໝົດ 6 ລຳ ແລະ ເຮືອປະເພນີ ຍິງ 3 ລຳ. ຜ່ານການແຂ່ງຂັນ ເຮືອປະເພນີ ຊາຍ ຂອງທະນາຄານຮ່ວມພັດທະນາ ໄດ້ອັນດັບ 1, ອັນດັບ 2 ແມ່ນທະນາຄານພັດທະນາລາວ ແລະ ອັນດັບ 3 ເຮືອຊ່ວງຈາກບໍລິສັດແສງຈະເລີນໄຊກຣຸບ.

    • ສໍາເລັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ສື່ມວນຊົນໃນການເປັນຄູຝຶກນັກຂ່າວວັດທະນະທຳ-ສັງຄົມ

      ສໍາເລັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ສື່ມວນຊົນໃນການເປັນຄູຝຶກນັກຂ່າວ

      10/19/2024 10:31:35 AM

      ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນໃນການເປັນຄູຝຶກນັກຂ່າວ ພາຍໃຕ້ຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ’’ ໃນວັນທີ 18 ຕຸລາ 2024 ໂດຍມີທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ອະດີດຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີທ່ານ ທອງຫລໍ່ ດວງສະຫວັນ ຜູ້ອຳນວຍການໃຫຍ່ໜັງສືພິມພາສາຕ່າງປະເທດ, ທ່ານນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນ

    • ຮອງນາຍົກລັດຖະມົນ ເຂົ້າຮ່ວມບຸນ ຊ່ວງເຮືອ ປະຈໍາປີ 2024 ທີ່ນະຄອນປາກເຊວັດທະນະທຳ-ສັງຄົມ

      ຮອງນາຍົກລັດຖະມົນ ເຂົ້າຮ່ວມບຸນ ຊ່ວງເຮືອ ປະຈໍາປີ 2024 ທີ່ນະຄອນປາກເຊ

      10/18/2024 1:56:09 PM

      ຂປລ. ການຊ່ວງເຮືອ​ປະເພນີ​ ປະຈໍາປີ​ 2024​ ທີ່ນະຄອນປາກເຊ​ ແຂວງຈໍາປາສັກ​ ເປີດຂຶ້ນຢ່າງຍິ່ງໃຫຍ່​ ຢູ່ບໍລິເວນແຄມນໍ້າເຊໂດນ ບ້ານທ່າສາລາຄໍາ ໃນວັນທີ 18 ຕຸລາ 2024 ໂດຍການໃຫ້ກຽດເຂົ້າຮ່ວມ​ ທ່ານ ​ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ,​ ທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງຈຳປາສັກ,​ ມີກົງສູນໃຫຍ່ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈໍາ​ພາກໃຕ້ລາວ ທີ່ນະຄອນປາກເຊ,​ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳແຂວງຊຽງແຕງ​ ຣາຊະອານາຈັກກຳປູເຈຍ,​ ຜູ້ຕາງໜ້າກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ລາວ​

ads
ads

Top