5990

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 24.10.2024 ປີທີ 23 ສະບັບທີ 6.045 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີັັີີັີັັີີັີັັີີັີັັີີັີັັີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po xtmkoltrkcsj '-kf ]k;{dex6 g9p rq [xtlv'/j kp lv'g]0kmy dko.spj ]k;{9u o rq [xtlv'/j kp grnj vIa fc|h odkoIj ;,,n lts]v';a ovksko3]d c]t ;a olkdq o{ la [xtfkcsj '-kf grn j v]b []h k'7;k,m5 dpkd ຂປລ. ໃນວັນທີ 22 ຕຸລາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບ ປະສອງຝ່າຍກັບ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ແລະ ຄະນະ ໃນໂອກາດ ເດີນທາງເຂົ້າຮ່ວມກອງປະຊຸມສຸດ ຍອດກຸ່ມ BRICS ແລະ ປະເທດກໍາ ລັງພັດທະນາໃນເຂດໂລກໃຕ້ ທີ່ເມືອງ ກາຊານ, ສ ຣັດເຊຍ. ໂອກາດນີ້, ສອງຝ່າຍໄດ້ປຶກສາ ຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ຮ່ວມກັນ ເພື່ອສົ່ງເສີມການພົວພັນຮ່ວມ ມືລະຫວ່າງສອງປະເທດ ກໍຄື ການສະ ໜັບສະໜູນເຊິ່ງກັນ ແລະ ກັນໃນເວທີ ພາກພື້ນ ແລະ ສາກົນ ໂດຍໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບ ອັນເປັນ ມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ, ໝັ້ນຄົງ, ຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ໄດ້ຮັບການ ເສີມຂະຫຍາຍດ້ວຍຄຸນນະພາບ, ມາດ 4tcs]'dko 0v'37lq ddt-;' dko8j k'xtgmf csj ' lxx ]k; ຂປລ. ສປປ ລາວ ໄດ້ຮັບຊາບຂ່າວການໂຈມຕີເຮືອນພັກ ຂອງ ຫົວໜ້າສໍານັກ ງານ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ທີ່ປະເທດ ຊູດັງ ໃນວັນທີ 30 ກັນຍາ 2024 ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງ ຫລວງຫລາຍ. ສະນັ້ນ, ສປປ ລາວ ຈຶ່ງກ່າວປະນາມຕໍ່ເຫດການດັ່ງກ່າວ, ຊຶ່ງເປັນການລະ ເມີດກົດໝາຍສາກົນ ໂດຍສະເພາະສົນທິສັນຍາກຸງວຽນ ວ່າດ້ວຍການພົວພັນ ການທູດ ປີ 1961 ທີ່ໄດ້ລະບຸວ່າ ສໍານັກງານຕາງໜ້າການທູດ ແລະ ເຮືອນພັກ ນັກການທູດຕ່າງປະເທດ ຈະຕ້ອງໄດ້ຮັບການປົກປ້ອງ ແລະ ເຄົາລົບ. ຂປລ.ກະຊວງກະສິກຳແລະປ່າໄມ້ ຮ່ວມກັບອົງການອາຫານ ແລະ ການ ກະເສດ ຈັດພິທີສະເຫລີມສະຫລອງ ວັນອາຫານໂລກ ພາຍໃຕ້ຄໍາຂັນ “ສິດ ໃນການເຂົ້າເຖິງອາຫານ ເພື່ອຊີວິດ ແລະ ອະນາຄົດທີ່ດີຂຶ້ນ ເພື່ອໃຫ້ພວກ ເຮົາພ້ອມກັນກ້າວໄປໜ້າ”ແລະລະນຶກ ຖຶງວັນສາກົນແລະສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ພາຍໃຕ້ ຄໍາຂວັນທີ່ວ່າ: “ຢຸດຕິການປະຕິບັດທີ່ບໍ່ ຖືກຕ້ອງຂອງສັງຄົມ ແລະ ສະຖາບັນ ຕໍ່ຜູ້ທຸກຍາກ, ຈົ່ງຮ່ວມກັນສ້າງສັງຄົມ ທີ່ມີສ່ວນຮ່ວມ, ມີຄວາມສະຫງົບສຸກ ແລະ ຍຸຕິທຳ”, “ສັງຄົມທີ່ມີສັນຕິພາບ ແລະ ເປັນເອກະພາບກັນ” ໃນວັນທີ23 ຕຸລາ 2024 ຢູ່ນະຄອນຫລວງວຽງ ຈັນ ໂດຍການເຂົ້າຮ່ວມເປັນປະທານ ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສ້າງ ຄວາມເຂັ້ມແຂງກ່ຽວກັບວຽກງານ ການຮ່າງເອກະສານທາງການໃຫ້ແກ່ ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການຂອງຫ້ອງການ, ກົມ, ສະຖາບັນ, ຫ້ອງການທຽບເທົ່າກົມ ແລະ ສູນອ້ອມຂ້າງ ກະຊວງສຶກສາທິ ການ ແລະ ກິລາ ໃນວັນທີ22-23 ຕຸລາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ພິມມະສອນ ສີສະອາດ ຮອງຫົວ ໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ທ່ານ ແສງດາວເດດ ກັດຕິ lld lh k'7;k,g0A ,c0' ;Pd[= ]y sko75h ,7v' gvdtlkomk'dko ເປີດງານຂອງ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ທ່ານ ນາງ ມາຕິນ ເທເລີ, ຜູ້ຕາງໜ້າ ອົງການສະຫະປະຊາຊາດ ເພື່ອການ ພັດທະນາ(UNDP) ປະຈຳ ສປປ ລາວ, ທ່ານນາງ ຄະຢອງ ມີຄິມຜູ້ຕາງ ໜ້າ ອົງການ ອາຫານ ແລະ ການກະ ເສດ (FAO) ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ລິນຄໍາ ດວງສະຫວັນ ລັດ ຖະມົນຕີ ກະຊວງກະສີກຳ ແລະ ປ່າໄມ້ ໄດ້ມີຄໍເຫັນວ່າ: ຄວາມທຸກຍາກ ແລະ ໄພອຶດຫິວ ໄດ້ເປັນບັນຫາໃຫຍ່ຂອງ ໂລກມາເປັນເວລາຫລາຍສັດຕະວັດ. ຕະຫລອດໄລຍະຜ່ານມາ, ໂລກຂອງ ພວກເຮົາ ໄດ້ຜະເຊີນກັບຄວາມຫຍຸ້ງ F ອ່ານຕໍ່ໜ້າ 2 ຂປລ. ທ່ານ ໄຊສົມພອນພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະ ອານາຈັກກຳປູເຈຍ ໃນວັນທີ 23 ຕຸລາ 2024, ທີ່ນະຄອນຫລວງວຽງຈັນ ໃນ ໂອກາດທີ່ ສົມເດັດ ນໍາພາຄະນະຜູ້ ແທນສະພາແຫ່ງຊາດກຳປູເຈຍ ເດີນ ທາງມາເຂົ້າຮ່ວມ ກອງປະຊຸມໃຫຍ່ ສະມັດຊາລັດຖະສະພາລະຫວ່າງຊາດ F ອ່ານຕໍ່ໜ້າ 2 ຂປລ. ເມື່ອບໍ່ດົນມານີ້, ກົມການ ຄ້າຕ່າງປະເທດ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ອົງການພັດ ທະນາສາກົນ ສະຫະລັດອາເມລິກາ ຜ່ານໂຄງການສ້າງສະພາບແວດລ້ອມ g9Q k|h kmuj {z6h xtdv[dko 5 c0;' rkdg|n v IPoI6h ;Pd'ko vu -u 3v ທີ່ເອື້ອອຳນວຍໃຫ້ແກ່ພາກທຸລະກິດ (USAID) ຈັດຝຶກອົບຮົມ ກ່ຽວກັບ ການນຳໃຊ້ລະບົບອອກໃບຢັ້ງຢືນແຫລ່ງ ກຳເນີດສິນຄ້າທາງເອເລັກໂຕຣນິກ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 4 ]k;{s;Pfok, rq [xt c]dxj Po;Pdxh v'da og0f-kpcfo gzu pczj goN v.odv'xt-5 ,7q [7tot gmnj vmu 3 ltw\mu 20 0v'ra ddv,,6 oy f9u o ຂປລ. ຄະນະໂຄສະນາອົບຮົມສູນ ກາງພັກ ຮ່ວມກັບ ຄະນະພົວພັນຕ່າງ ປະເທດສູນກາງພັກແລະຫ້ອງວ່າການ ສູນກາງພັກ ຈັດຕັ້ງພິທີປາຖະກະຖາ ກ່ຽວກັບເນື້ອໃນກອງປະຊຸມຄົບຄະນະ ເທື່ອທີ 3 ສະໄໝທີ 20 ຂອງພັກກອມ ຂລ. ໃນລະຫວ່າງວັນທີ 22-24 ຕຸລາ 2024 ນີ້, ຄະນະຜູ້ແທນພັກກອມ ມູນິດຈີນ ນໍາໂດຍ ສະຫາຍ ຊູ ຊິງຊານ ກຳມະການສູນກາງພັກ, ປະທານສະພາ ຄົ້ນຄວ້າປະຫວັດສາດ ແລະ ເອກະສານ ພັກ ຂອງສູນກາງພັກກອມມູນິດຈີນ ໄດ້ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຕາມແຜນການຮ່ວມມື Iv'xtmkoxtgmf 8h voIa [ 7totz6 h cmora ddv,,6 oy f9u o ລະຫວ່າງ ສອງພັກ ລາວ-ຈີນ ປະຈຳປີ 2024 ເພື່ອຊຸກຍູ້ເສີມຂະຫຍາຍການ ພົວພັນຮ່ວມມືຄູ່ຮ່ວມຍຸດທະສາດຮອບ ມູນິດຈີນ ໃນວັນທີ 23 ຕຸລາ 2024 ໂດຍການປາຖະກະຖາ ຂອງ ສະຫາຍ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 ຂປລ. ເມື່ອບໍ່ດົນມານີ້, ກົມການຄ້າ ຕ່າງປະເທດ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນ ກອງເລຂາ ຄະນະກໍາມະການອໍານວຍຄວາມສະ ດວກທາງດ້ານການຄ້າ ແລະ ການຂົນ ສົ່ງຂັ້ນສູນກາງ(ກຄອຄຂສ)ຈັດກອງ ປະຊຸມປຶກສາຫາລື ກ່ຽວກັບການແກ້ ໄຂບັນຫາຂອງພາກທຸລະກິດ ທີ່ຕິດພັນ ກັບການຄ້າ ແລະ ການຂົນສົ່ງ ໂດຍການ ເປັນປະທານຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ, ຫົວໜ້າ ກຄອຄຂສ, ຜູ້ຊີ້ນໍາໜ່ວຍງານອໍານວຍ ຄວາມສະດວກທາງດ້ານການຄ້າຂັ້ນ ສູນກາງ (ອນຄສ) ໂດຍມີຜູ້ຕາງໜ້າ ຈາກພາກລັດ ແລະ ພາກທຸລະກິດ ເຂົ້າ sk]n dkoveo;p 7;k,ltf;d mk'fh kodko7h k{ dko0q olqj ' F ອ່ານຕໍ່ໜ້າ 2

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 24/10/2024 xtgmf]k; ສອງເລຂາທິການໃຫຍ່... ປະທານສະພາຊາດ... ຕະຖານ ແລະ ລະດັບສູງກວ່າເກົ່າ ອັນ ໄດ້ປະກອບສ່ວນສໍາຄັນ ເຂົ້າໃນພາ ລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດ ຂອງແຕ່ລະຝ່າຍຢ່າງ ໝັ້ນຄົງ. ສອງຜູ້ນໍາ ລາວ-ຈີນ ເຫັນດີຈະສືບ ຕໍ່ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາຂໍ້ຕົກ ລົງທີ່ສອງຝ່າຍ ໄດ້ເປັນເອກະພາບ ຮ່ວມກັນ ໂດຍສະເພາະແຜນແມ່ບົດວ່າ ດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວຈີນ, ຈີນ-ລາວ ສະບັບໃໝ່ ໃຫ້ເປັນຮູບ ປະທໍາຍິ່ງຂຶ້ນ, ພ້ອມທັງສືບຕໍ່ປຶກສາຫາ ລືກ່ຽວກັບການເຊື່ອມໂຍງ, ເຊື່ອມຈອດ ທາງດ້ານພື້ນຖານໂຄງລ່າງ, ການຄົມ ມະນາຄົມທາງບົກ ແລະ ທາງລົດໄຟ, ດ້ານເສດຖະກິດ, ການຄ້າ, ພະລັງງານ ອາຊຽນ (AIPA) ຄັ້ງທີ 45 ທີ່ ສປປ ລາວ. ທ່ານ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມກອງ ປະຊຸມໄອປາ ຂອງຄະນະຜູ້ແທນສະພາ ແຫ່ງຊາດກຳປູເຈຍ ຄັ້ງນີ້, ເປັນການ ປະກອບສ່ວນສືບຕໍ່ເສີມຂະຫຍາຍສາຍ ພົວພັນມິດຕະພາບທີ່ມີມູນເຊື້ອ, ການ ພົວພັນແບບຄູ່ຮ່ວມຍຸດທະສາດຮອບ ດ້ານ ແລະໝັ້ນຄົງຍາວນານ ລະຫວ່າງ ສອງປະເທດລາວ-ກໍາປູເຈຍ. ພ້ອມທັງ ຖືໂອກາດນີ້, ຝາກຄວາມຢື້ຢາມຖາມ ຂ່າວ ແລະ ຄໍາເຊື້ອເຊີນ ຜ່ານສົມເດັດ ປະທານສະພາແຫ່ງຊາດໄປຍັງສົມເດັດ ຮຸນເຊນ ປະທານສະພາສູງ ແຫ່ງ ຣາ ຊະອານາ ຈັກກຳປູເຈຍ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນ ເວລາທີ່ເໝາະສົມ ຊົມເຊີຍຕໍ່ບັນດາ ຜົນສຳເລັດອັນໃຫຍ່ຫລວງ ໃນຫລາຍ ດ້ານ ທີ່ປະຊາຊົນກໍາປູເຈຍຍາດມາໄດ້, ເປັນການປະກອບສ່ວນເຮັດໃຫ້ຣາຊະ ອານາຈັກກໍາປູເຈຍ ມີສະຖຽນລະພາບ ດ້ານການເມືອງ, ເສດຖະກິດມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການ ເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວ ແປງດີຂຶ້ນເປັນກ້າວt ແລະ ບົດບາດ ອິດທິພົນຊື່ສຽງຂອງກໍາປູເຈຍ ນັບມື້ ນັບໄດ້ຮັບການຍົກສູງຂຶ້ນ ໃນເວທີພາກ ພື້ນ ແລະ ສາກົນ. ປັດຈຸບັນ ສປປ ລາວ ສຸມໃສ່ກະ ກຽມປັບປຸງລັດຖະທໍາມະນູນ ແລະ ກົດ ໝາຍທີ່ກ່ຽວຂ້ອງຕ່າງt ຕາມແນວ ທາງປ່ຽນແປງໃໝ່ ຢ່າງຮອບດ້ານທີ່ມີ ຫລັກການຂອງພັກ ເຮັດໃຫ້ການຄຸ້ມ ຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍມີຄວາມເຂັ້ມງວດ ແລະ ສັກສິດເປັນກ້າວt, ສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດ ໝາຍ ໃນທົ່ວສັງຄົມ ໄດ້ຮັບການຍົກສູງ ຂຶ້ນ ໄດ້ສ້າງເງື່ອນໄຂພື້ນຖານໃຫ້ແກ່ ການສ້າງລັດ ສປປ ລາວ ໃຫ້ເປັນລັດ ທີ່ປົກຄອງ ດ້ວຍກົດໝາຍເທື່ອລະກ້າວ ແລະ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ 9II ຂອງພັກໃນຕົ້ນປີ 2026 ແລະ ສະ ພາແຫ່ງຊາດລາວ ກໍຫ້າງຫາກະກຽມ ໃຫ້ແກ່ກອງປະຊຸມສະໄໝສາມັນ ເທື່ອ ຂອງສະພາແຫ່ງຊາດ ຊຸດທີ I9 ໃນ ເດືອນພະຈິກ 2024 ທີ່ຈະມາເຖິງນີ້. ການພົວພັນແລະຮ່ວມມືລະຫວ່າງ ສອງປະເທດ ລາວ ແລະ ກຳປູເຈຍ ໄດ້ ຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ ເນື່ອງ ສະແດງອອກໃນການແລກປ່ຽນ ຄະນະຜູ້ແທນຂັ້ນສູງສຸດແລະຂັ້ນຕ່າງt ນັບແຕ່ສູນກາງຮອດທ້ອງຖິ່ນ ຢ່າງ ເປັນປົກກະຕິ. ນອກນີ້, ບັນດາຂະແໜງ ການຂອງສອງປະເທດກໍມີການພົວພັນ ຮ່ວມມື ແລະ ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໄດ້ມີສົນທິສັນຍາ, ສັນຍາ, ບົດ ບັນທຶກ ແລະ ນິຕິກໍາອື່ນt ນໍາກັນທີ່ພົວ ພັນເຖິງການຮ່ວມມື ດ້ານການເມືອງ- ການຕ່າງປະເທດ, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ເສດ ຖະກິດ, ການຄ້າ, ການລົງທຶນດ້ານພະ ລັງງານ, ການຄົມມະນາຄົມ-ຂົນສົ່ງ, ການສຶກສາ-ກິລາ, ການທ່ອງທ່ຽວ ແລະ ອື່ນt. ການພົວພັນຮ່ວມມື ລະຫວ່າງ ສະ ພາແຫ່ງຊາດລາວ ແລະ ກຳປູເຈຍ ໄດ້ ມີມູນເຊື້ອແຫ່ງການພົວພັນຮ່ວມມືທີ່ດີ ງາມສະໜິດສະໜົມແຕ່ດົນນານ ເປັນ ການສະແດງອອກໃນການຈັດຕັ້ງປະຕິ ບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືລະຫວ່າງສອງອົງການິ ຕິບັນຍັດ ເປັນຕົ້ນ ການແລກປ່ຽນຢ້ຽມ ຢາມທຸກtຂັ້ນທີ່ຕິດພັນກັບການແລກ ປ່ຽນບົດຮຽນ, ປະສົບການ ໃນການປະ ຕິບັດພາລະບົດບາດດ້ານນິຕິບັນຍັດ. ອັນພົ້ນເດັ່ນ ໃນເດືອນທັນວາ 2023, ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາ ແຫ່ງຊາດກໍາປູເຈຍ ໄດ້ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະ ສະພາ ກຳປູເຈຍ-ລາວ-ຫວຽດນາມ (C-7) ຄັ້ງທີ 1. ທ່ານ ໄຊສົມພອນ ພົມວິຫານ ໄດ້ ສະເໜີບາງທິດທາງການຮ່ວມມື ໃນ ຕໍ່ໜ້າເຊັ່ນ: ສືບຕໍ່ຈັດຕັ້ງປະຕິບັດບົດບັນ ທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ທີ່ສອງສະພາແຫ່ງຊາດ ໄດ້ລົງນາມ ຮ່ວມກັນ ໃນໄລຍະຜ່ານມາ ໃຫ້ເປັນຮູບ ປະທໍາກວ່າເກົ່າ ໂດຍສືບຕໍ່ແລກປ່ຽນ ການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນ ສູງ ແລະ ຂັ້ນຕ່າງt ນັບແຕ່ສູນກາງ ຮອດທ້ອງຖິ່ນ ຢ່າງເປັນປົກກະຕິ ໂດຍ ສະເພາະການແລກປ່ຽນຢ້ຽມຢາມ ລະຫວ່າງ ສະພາປະຊາຊົນຂັ້ນແຂວງ ທີ່ມີຊາຍແດນຕິດຈອດກັນ ເພື່ອແລກ ປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະ ຕິບັດພາລະບົດບາດ ຂອງອົງການນິຕິ ບັນຍັດນໍາກັນ ສືບຕໍ່ຊຸກຍູ້ແລະສົ່ງເສີມ ໃຫ້ຂະແໜງການຂອງສອງລັດຖະ ບານ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະ ຕິບັດບັນດາສົນທິສັນຍາ, ສັນຍາ ແລະ ນິຕິກຳອື່ນt ທີ່ສອງຝ່າຍໄດ້ລົງນາມ ຮ່ວມກັນ ໃຫ້ມີປະສິດທິຜົນສູງກວ່າເກົ່າ ແລະ ນໍາເອົາປະໂຫຍດອັນແທ້ຈິງ ມາ ສູ່ປະຊາຊົນສອງຊາດ ສອງຝ່າຍສືບ ຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການ ພົວພັນຮ່ວມມື ທີ່ເປັນມູນເຊື້ອທີ່ດີງາມ ມາແຕ່ດົນນານ ຂອງສອງອົງການນິຕິ ບັນຍັດ ໃນການສະໜັບສະໜູນ ແລະ ຮ່ວມມືກັນ ໃນເວທີລັດຖະສະພາພາກ ພື້ນ ແລະ ສາກົນ. ຂ່າວ: ກິດຕາ ພາບ: ຂັນໄຊ ຂປລ. ງານພົບປະແລກປ່ຽນມິດຕະ ພາບ ວຽກງານປ້ອງກັນຊາດ ເຂດຊາຍ ແດນ ລະຫວ່າງ ລັດຖະມົນຕີກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ຄັ້ງທີ 2 ຈັດຂຶ້ນໃນ ວັນທີ 22 ຕຸລາ 2024 ຢູ່ແຂວງ ເຊີນລາ ສສຫວຽດນາມ ໂດຍການເປັນ ປະທານຮ່ວມຂອງ ສະຫາຍ ພົນເອກ ຟານວັນຢາງ ກໍາມະການກົມການເມືອງ ສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການ ກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ, ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງປ້ອງກັນ ປະ ເທດລາວ, ມີຄະນະຜູ້ແທນຂັ້ນສູງຂອງ ກະຊວງປ້ອງກັນປະເທດ ທັງສອງ ຝ່າຍເຂົ້າຮ່ວມ. ການພົບປະຄັ້ງນີ້, ສະຫາຍ ພົນ ເອກ ຟານວັນຢາງ ໄດ້ຕີລາຄາສູງ ຕໍ່ຜົນສໍາເລັດຂອງການປະຕິບັດເນື້ອ ໃນອະນຸສັນຍາການຮ່ວມມືຊ່ວຍເຫລືອ ລະຫວ່າງສອງກະຊວງປ້ອງກັນປະ ເທດ ຫວຽດນາມ-ລາວ, ລາວ-ຫວຽດ ນາມ ໃນຊຸມປີຜ່ານມາ. ຈາກນັ້ນ, ສະ ຫາຍພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄໍາເຫັນວ່າ: ການພົບປະແລກ ປ່ຽນບົດຮຽນໃນ ຄັ້ງນີ້ ເປັນນິມິດໝາຍ ສໍາຄັນຍິ່ງ ໃນການສືບຕໍ່ຈັດຕັ້ງຜັນຂະ ຫຍາຍເນື້ອໃນແຜນການຮ່ວມມື ທັງ ເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອ ແຫ່ງຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງ ຊາດ, ສອງກອງທັບລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ຈະເລີນງອກງາມ ຍິ່ງtຂຶ້ນ. ພ້ອມນັ້ນ, ຍັງໄດ້ຕີລາສູງ ຕໍ່ການພົວພັນຮ່ວມມືລະຫວ່າງ ສອງ ກອງທັບໃນໄລຍະຜ່ານມາ ເປັນຕົ້ນ ໄດ້ ພົບປະແລກປ່ຽນກ່ຽວກັບແຜນການ ຮ່ວມມືຍຸດທະສາດປ້ອງກັນຊາດເປັນ ປະຈໍາ, ກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຊ່ວຍເຫລືອອຸປະກອນການ ທະຫານ, ໂຄງການກໍ່ສ້າງພື້ນຖານ ໂຄງລ່າງຕ່າງt, ການຮ່ວມມືໃນການ ກໍ່ສ້າງກໍາລັງ, ການຮ່ວມມືຊອກຄົ້ນ, ທ້ອນໂຮມ, ຈັດສົ່ງອັດຖິທະຫານອາສາ ສະໝັກ ແລະ ຊ່ຽວຊານການທະຫານ ຫວຽດນາມ ທີ່ເສຍສະຫລະຊີວິດໃນ ປາງສົງຄາມ ແລະ ການຮ່ວມມືທາງ ດ້ານເສດຖະກິດ ກັບການປ້ອງກັນຊາດ ໂດຍລວມແລ້ວ, ໃນຊຸມປີຜ່ານມາການ ປະຕິບັດອະນຸສັນຍາຮ່ວມມື ລະຫວ່າງ ສອງກະຊວງປ້ອງກັນປະເທດລາວຫວຽດນາມ ໄດ້ບັນລຸໝາກຜົນຢ່າງໜ້າ ພາກພູມໃຈ, ກົນໄກການຈັດຕັ້ງປະຕິ ບັດອະນຸສັນຍາ ໄດ້ມີຄວາມກົມກຽວ ກັນ, ມີການປະສານສົມທົບກັນແໜ້ນ ແຟ້ນ ແລະ ມີປະສິດທິຜົນດີ, ບົນຈິດໃຈ ຄວາມສາມັກຄີພິເສດ ແລະ ການພົວ ພັນຮ່ວມມືຮອບດ້ານ ລະຫວ່າງ ສອງ ຊາດ, ສອງກອງທັບລາວ-ຫວຽດນາມ ອັນແທ້ຈິງ ເຊິ່ງເປັນພື້ນຖານອັນໜັກ ແໜ້ນ ໃນການສືບຕໍ່ເສີມຂະຫຍາຍການ ຮ່ວມມືກັນໃນຊຸມປີຕໍ່ໜ້າ. ລາວ-ຫວຽດນາມ... ດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ- ຈີນ ໃຫ້ສືບຕໍ່ກ້າວສູ່ລວງເລິກ ແລະ ເຜີຍແຜ່ ຜົນສໍາເລັດກອງປະຊຸມ ຄົບຄະ ນະ ເທື່ອທີ 3 ສະໄໝທີ 99 ຂອງພັກ ກອມມູນິິດຈີນ ທີ່ໄດ້ດໍາເນີນໃນເດືອນ ກໍລະກົດ 2024 ຜ່ານມາ. ໄລຍະຢ້ຽມຢາມຄັ້ງນີ້, ຄະນະໄດ້ ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ ສູນກາງພັກ, ຜູ້ປະຈໍາການຄະນະເລ ຂາທິການສູນກາງພັກ, ຮອງປະທານ ປະເທດ ແຫ່ງ ສປປ ລາວ ໃນວັນທີ 23 ຕຸລາ 2024 ເຊິ່ງການພົບປະດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງ ຄວາມຊົມເຊີຍ ຕໍ່ການມາເຄື່ອນໄຫວ ຢ້ຽມຢາມໃນຄັ້ງນີ້ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງ ພັກ, ສອງລັດແລະປະຊາຊົນສອງຊາດ ລາວ-ຈີນ ໂດຍສະເພາະແມ່ນການຈັດ ຕັ້ງປະຕິບັດ ບັນດາແຜນການຮ່ວມມື ລະຫວ່າງ ສອງພັກ ປະຈໍາປີ 2024 ແລະ ແຜນແມ່ບົດ ວ່າດ້ວຍການສ້າງຄູ່ ຮ່ວມຊາຕາກໍາ ລາວ-ຈີນ ຍິນດີສືບຕໍ່ ຮ່ວມກັບຝ່າຍຈີນ ຈັດຕັ້ງຜັນຂະຫຍາຍ ຄວາມຮັບຮູ້ ທີ່ເປັນເອກະພາບ ລະ ຫວ່າງ ການນຳສູງສຸດຂອງສອງພັກ, ສອງລັດ ລາວ-ຈີນ ກ່ຽວກັບການສືບ ຕໍ່ຮັກສາການໄປ ມາຫາສູ່ກັນຢ່າງເປັນ ປົກກະຕິ, ການແລກປ່ຽນບົດຮຽນ ໃນ ການຄຸ້ມຄອງພັກ-ບໍລິຫານປະເທດ, ການກໍ່ສ້າງພັກ-ພະນັກງານ ແລະ ການ ຊຸກຍູ້ເພີ່ມທະວີແລກປ່ຽນ ດ້ານວັດທະ ນະທຳ-ສັງຄົມ ແລະ ການໄປມາຫາສູ່ ກັນລະຫວ່າງປະຊາຊົນສອງຊາດລາວ- ຈີນ ຊົມເຊີຍຕໍ່ຜົນສຳເລັດການພົບ ປະເຮັດວຽກກັບພາກສ່ວນກ່ຽວຂ້ອງ ຂອງພັກ ປປ ລາວ ແລະ ການປາຖະ ກະຖາ ຂອງ ສະຫາຍ ຊູ ຊິງຊານ ເຊິ່ງມີ ເນື້ອໃນອຸດົມສົມບູນແລະ ເປັນບົດຮຽນ ອັນສຳຄັນ ຕໍ່ບັນດາການນຳຂອງສູນ ກາງພັກ-ລັດລາວ. ໃນໂອກາດນີ້, ສະຫາຍ ຊູ ຊິງຊານ ໄດ້ຕີລາຄາການພົວພັນຮ່ວມມື ລະ ຫວ່າງສອງພັກ,ສອງປະເທດລາວ-ຈີນ ໃນໄລຍະຜ່ານມາ ຈົນຮອດປັດຈຸບັນ ສະແດງຄວາມປິຕິຊົມຊື່ນ ແລະ ພາກ ພູມໃຈ ທີ່ເຫັນວ່າການພົວພັນຮ່ວມມື ສອງຝ່າຍ ກໍຄື ການຈັດຕັ້ງປະຕິບັດ ຂໍ້ຕົກລົງຮ່ວມຂອງການນຳສູງສຸດ ຂອງສອງພັກ, ສອງລັດ ລາວ-ຈີນ ໃນ ຜ່ານມາ ແມ່ນໄດ້ຮັບການຈັດຕັ້ງປະ ຕິບັດຢ່າງມີໝາກມີຜົນຕົວຈິງ, ພ້ອມ ທັງໄດ້ລາຍງານແຜນກ ານເຄື່ອນໄຫວ ຂອງຕົນໃນໄລຍະການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້. ໃນໂອກາດການຢ້ຽມຢາມດັ່ງ ກ່າວ, ຄະນະຍັງໄດ້ພົບປະເຮັດວຽກກັບ ສະຫາຍ ຄໍາພັນເຜີຍຍະວົງເລຂາທິການ ສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດ ສະດີສູນກາງພັກປປລາວ ເພື່ອລົງເລິກ ການພົວພັນຮ່ວມມືດ້ານວຽກງານໂຄ ສະນາ-ແນວຄິດ, ການຄົ້ນຄວ້າທິດ ສະດີ ແລະ ເອກະສານພັກ ລະຫວ່າງ ສອງພັກ ລາວ-ຈີນ ໃນຕໍ່ໜ້າ. ຮອງປະທານປະເທດ... ເຜີຍແຜ່... ຊູ ຊິງຊານ ກຳມະການສູນກາງພັກ ກອມມູນິດຈີນ, ປະທານສະພາຄົ້ນຄວ້າ ປະຫວັດສາດພັກ ແລະ ເອກະສານພັກ ສູນກາງພັກກອມມູນິດຈີນ, ມີສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມ ການເມືອງສູນກາງພັກ,ຮອງນາຍົກລັດ ຖະມົນຕີ, ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ, ປະ ທານສະພາທິດສະດີສູນກາງພັກ, ມີບັນ ດາສະຫາຍກຳມະການກົມການເມືອງ, ເລຂາທິການສູນກາງພັກ, ກຳມະການ ສູນກາງພັກສົມບູນ ແລະ ສໍາຮອງ, ມີ ເລຂາ, ຮອງເລຂາຄະນະພັກ, ຄະນະ ປະຈຳພັກ, ຄະນະພັກ, ພະນັກງານຂັ້ນ ກົມ, ທຽບເທົ່າ ຈາກກະຊວງ-ອົງການ, ພ້ອມດ້ວຍພະນັກງານຫລັກແຫລ່ງ ຈາກຄະນະໂຄສະນາອົບຮົມ ນະຄອນ ຫລວງວຽງຈັນ, ແຂວງວຽງຈັນ, ແຂວງ ບໍລິຄໍາໄຊ ແລະ ຄະນະຜູ້ແທນ ຈາກ ສປ ຈີນ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ຊູ ຊິງຊານ ໄດ້ ຍົກໃຫ້ເຫັນຜົນສຳເລັດຂອງກອງປະຊຸມ ຄົບຄະນະ ເທື່ອທີ 3 ສະໄໝທີ 20 ຂອງ ພັກກອມມູນິດຈີນ ກໍຄື ເນື້ອໃນສໍາຄັນ ຕ່າງt ທີ່ເປັນຈິດໃຈຊີ້ນໍາກວມລວມ ແລະ ເລິກເຊິ່ງ ຂອງພັກກອມມູນິດຈີນ ແທດກັບສະພາບເງື່ອນໄຂຕົວຈິງ ຂອງ ສປ ຈີນ, ມີລັກສະນະສືບທອດເພີ່ມ ເຕີມເສີມຂະຫຍາຍແຜນນະໂຍບາຍ ຂອງພັກ ໃນໄລຍະຜ່ານມາ ແລະ ສອດ ຄ່ອງກັບຍຸກສະໄໝ ໂດຍສະເພາະໄດ້ ຍົກໃຫ້ເຫັນການປະຕິຮູບຢ່າງຮອບ ດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະ ໄໝແບບຈີນ, ລວມເຖິງຄວາມໝາຍສໍາ ຄັນ ແລະ ຄວາມຈໍາເປັນຂອງການສືບ ຕໍ່ປະຕິຮູບຮອບດ້ານ ເພື່ອຊຸກຍູ້ຄວາມ ທັນສະໄໝແບບຈີນ ເຊິ່ງເປົ້າໝາຍລວມ ຂອງການລົງເລິກການປະຕິຮູບຢ່າງ ຮອບດ້ານຕື່ມອີກ ແມ່ນການສືບຕໍ່ປັບ ປຸງ ແລະ ພັດທະນາລະບອບສັງຄົມນິ ຍົມ ທີ່ມີສີສັນພິເສດຂອງຈີນ ໃຫ້ສົມ ບູນ, ຊຸກຍູ້ການຫັນເປັນທັນສະໄໝຂອງ ລະບົບແລະຄວາມສາມາດດ້ານການບໍ ລິຫານຂອງຊາດ. ນັບແຕ່ດໍາເນີນການ ປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ເປັນຕົ້ນມາ ໂດຍສະເພາະແມ່ນນັບແຕ່ ລົງເລິກການປະຕິຮູບຢ່າງຮອບດ້ານ ໃນຍຸກໃໝ່ເປັນຕົ້ນມາ ການຈັດຕັ້ງປະຕິ ບັດການນໍາພາຮອບດ້ານຂອງພັກ ຍຶດ ໝັ້ນຖືປະຊາຊົນເປັນໃຈກາງ, ຍຶດໝັ້ນ ຮັກສາທາດແທ້ ແລະ ປະດິດສ້າງໃໝ່, ຍຶດໝັ້ນຖືເອົາການສ້າງສາລະບອບລະ ບຽບການເປັນເສົາຫລັກ, ຍຶດໝັ້ນການ ປົກຄອງປະເທດ ຕາມກົດໝາຍຢ່າງ ຮອບດ້ານ, ຍຶດໝັ້ນທັດສະນະເປັນລະ ບົບ ແລະ ຫລັກການອື່ນt. ການຈັດປາຖະກະຖາໃນຄັ້ງນີ້, ເປັນການສ້າງຄວາມຮັບຮູ້ໃໝ່ ທາງ ດ້ານທິດສະດີ ໃນການກຳນົດແນວ ທາງ, ແຜນນະໂຍບາຍ ກໍຄື ບົດຮຽນ ແລະ ພຶດຕິກຳການນໍາພາ ຂອງພັກ ກອມມູນິດຈີນ ໃຫ້ແກ່ພະນັກງານນໍາ ພາຫລັກແຫລ່ງ ແຕ່ລະຂັ້ນ ຂອງ ສປປ ລາວ ນໍາໄປຄົ້ນຄວ້າໝູນໃຊ້ໃນຕົວຈິງ. ຂ່າວ: ທະນູທອງ ພາບ: ເກດສະໜາ ຫລື ອີຊີໂອ (F-CO) ໃຫ້ບັນດາເຈົ້າ ໜ້າທີ່ ແລະ ຜູ້ປະກອບການ 5 ແຂວງ ພາກເໜືອ ເຊິ່ງເປັນຄວາມພະຍາຍາມ ຢ່າງຕໍ່ເນື່ອງຂອງກະຊວງອຸດສາຫະ ກຳ ແລະ ການຄ້າ ໃນການສ້າງຄວາມ ເຂັ້ມແຂງ ແລະ ຄວາມຊໍານານໃຫ້ແກ່ ເຈົ້າໜ້າທີ່ລັດ ແລະ ຜູ້ປະກອບການ ໃນການນຳໃຊ້ລະບົບອອກໃບຍັ້ງຢືນ ແຫລ່ງກຳເນີດສິນຄ້າທາງເອເລັກໂຕຣ ນິກ ຮຸ່ນປັບປຸງໃໝ່ທີ່ໄດ້ເປີດນໍາໃຊ້ເປັນ ທາງການໃນວັນທີ 31 ກໍລະກົດ 2024 ທີ່ຜ່ານມາ. ທ່ານ ພຸດສະຫວັນ ຂຸນຈັນທະ ຮອງຫົວໜ້າ ກົມການຄ້າຕ່າງປະເທດ ໄດ້ໃຫ້ຮູ້ວ່າ: ການຝຶກອົບຮົມຄັ້ງນີ້, ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ ພາກລັດ ແລະ ພາກທຸລະກິດ ໃນການ ນຳໃຊ້ລະບົບ F-CO ແນໃສ່ອໍານວຍ ຄວາມສະດວກໃຫ້ແກ່ການສົ່ງອອກ ແລະ ປັບປຸງສະພາບແວດລ້ອມໃນການ ດຳເນີນທຸລະກິດ ແລະ ຊ່ວຍສ້າງໂອ ກາດໃໝ່tສຳລັບການເຕີບໂຕທາງດ້ານ ເສດຖະກິດຂອງ ສປປ ລາວ. ລະບົບ F-CO, ເປັນເຄື່ອງມືອຳນວຍຄວາມ ສະດວກໃນການຍື່ນຂໍແລະອອກໃບຢັ້ງ ຢືນແຫລ່ງກຳເນີດສິນຄ້າ ທີ່ໄດ້ຮັບສິດ ທິພິເສດທາງການຄ້າ, ຊ່ວຍໃຫ້ບັນດາ ວິສາຫະກິດ ສາມາດຮຽກຮ້ອງສິດທິພິ ເສດທາງການຄ້າ ລະຫວ່າງປະເທດ. ທ່ານ ຊາຍຄຳ ພົມບົວທອງ ຮອງ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ໄດ້ສະແດງ ຄວາມຂອບໃຈ ຕໍ່ກົມການຄ້າຕ່າງປະ ເທດ ແລະ ໂຄງການ USAID ທີ່ໄດ້ຈັດ ຊຸດຝຶກອົບຮົມໃນຄັ້ງນີ້, ເຮັດໃຫ້ພວກ ເຮົາມີຄວາມເຂົ້າໃຈໃນລະບົບ F-CO ຫລາຍຂຶ້ນ ແລະ ຈະຊ່ວຍປັບປຸງການ ບໍລິການອອກໃບຍັ້ງຢືນແຫລ່ງກໍາເນີດ ສິນຄ້າທາງເອເລັກໂຕຣນິກ ໃຫ້ແກ່ພາກ ທຸລະກິດພາຍໃນແຂວງອຸດົມໄຊແລະບັນ ດາແຂວງພາກເໜືອ ດີຂຶ້ນເປັນກ້າວt. ສໍາລັບພາກສ່ວນໃດທີ່ສົນໃຈໃນຂໍ້ ມູນກ່ຽວກັບການອອກໃບຢັ້ງຢືນແຫລ່ງ ເຈົ້າໜ້າທີ່... ກໍາເນີດສິນຄ້າທາງເອເລັກໂຕຣນິກ ທີ່ ໄດ້ຮັບສິດທິພິເສດ ສາມາດສອບຖາມ ລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມ ຄອງແຫລ່ງກຳເນີດສິນຄ້າ, ກົມການ ຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະການຄ້າ.ສາມາດຕິດຕໍ່ໄດ້ທີເບີໂທ: 021 450 255 ຫລື ສຶກສາຂໍ້ມູນ ໄດ້ ທີ່ເວັບໄຊ IUUQT: FDPMBP.HPW.MB . ຂໍ້ມູນ-ພາບ: ອຄ ຍາກ ແລະ ສິ່ງທ້າທາຍຕ່າງt ເຊັ່ນ: ການປ່ຽນແປງທາງດ້ານດິນຟ້າ-ອາ ກາດຂອງໂລກ, ໄພພິບັດທາງທຳມະ ຊາດ, ໄພນໍ້າຖ້ວມ-ໄພແຫ້ງແລ້ງ, ການ ລະບາດຂອງພະຍາດ, ຂໍ້ຂັດແຍ່ງ ຕ່າງtໃນບາງພູມີພາກ ເຮັດໃຫ້ລາຄາ ສິນຄ້າ, ວັດຖຸ-ອຸປະກອນ ແລະ ນໍ້າ ມັນເຊື້ອໄຟສູງຂຶ້ນ, ພ້ອມທັງສົ່ງຜົນ ກະທົບຕໍ່ປະຊາກອນໂລກ ປະສົບກັບ ຄວາມອຶດຫິວ, ຂາດສານອາຫານ ຫລາຍກວ່າ 00 ລ້ານຄົນ ແລະ ມີທ່າ ອ່ຽງເພີ່ມຂຶ້ນສູງແຕ່ລະປີ. ຕໍ່ບັນຫາ ດັ່ງກ່າວ, ອົງການອາຫານ ແລະ ການ ກະເສດ ຂອງສະຫະປະຊາຊາດ ໄດ້ກຳ ນົດເອົາວັນທີ 16 ຕຸລາ ຂອງທຸກປີເປັນ ວັນອາຫານໂລກ, ເລີ່ມແຕ່ ປີ 19 0 ເປັນຕົ້ນມາ ແລະ ອົງການສະຫະປະຊາ ຊາດ ເຫັນໄດ້ຄວາມສໍາຄັນຂອງວຽກ ງານດັ່ງກ່າວ, ລັດຖະບານແຫ່ງ ສປປ ລາວ ກໍໄດ້ກຳນົດເອົາ ວັນທີ 1 -24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບ ລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ. ການໂຮມຊຸມນຸມຄັ້ງນີ້, ແມ່ນມີ ຄວາມໝາຍຄວາມສໍາຄັນ ບໍ່ສະເພາະ ແຕ່ແນໃສ່ປູກຈິດສໍານຶກ ໃຫ້ປະຊາຊົນ ໃນທົ່ວໂລກເຂົ້າໃຈເຖິງຄວາມທຸກ ຍາກ ແລະ ໄພອຶດຫິວ ວ່າ: “ຄວາມທຸກ ຍາກນີ້ ແມ່ນປະກົດການທາງສັງຄົມ ທີ່ສາມາດແກ້ໄຂໄດ້” ໃຫ້ປະຊາຊົນ ມີກໍາລັງໃຈ, ມີຄວາມກ້າຫານແລະ ສາ ມາດບືນຕົວອອກຈາກຄວາມທຸກຍາກ ແລະ ໄພອຶດຫິວໄດ້. ພ້ອມນັ້ນ, ກໍຖືໂອ ກາດນີ້ສ້າງຄວາມຮັບຮູ້ ແລະ ຮຽກ ຮ້ອງໃຫ້ທຸກພາກສ່ວນມີສ່ວນຮ່ວມ ໃນ ການຜະລິດອາຫານ ທີ່ຫລາກຫລາຍ, ມີຄຸນນະພາບ ແລະ ຍືນຍົງ. ທ່ານ ລິນຄໍາ ດວງສະຫວັນ ຍັງ ໃຫ້ຮູ້ອີກວ່າ: ສໍາລັບວຽກງານການຜະ ລິດສະບຽງອາຫານ, ຂະແໜງກະ ສິກຳ ແລະ ປ່າໄມ້ ໄດ້ຮ່ວມກັບບັນດາ ຂະແໜງການ, ທ້ອງຖິ່ນ, ຄູ່ຮ່ວມພັດ ທະນາ ແລະ ຜູ້ປະກອບການ ສຸມໃສ່ຈັດ ຕັ້ງປະຕິບັດ ວຽກງານຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຈັດຕັ້ງປະຕິບັດວຽກງານພັດທະນາ ຊົນນະບົດ ຊຶ່ງພົ້ນເດັ່ນ ແມ່ນໄລຍະ 9 ເດືອນຕົ້ນປີການຜະລິດເຂົ້າຈະສາມາດ ບັນລຸໄດ້ປະມານ 3, ລ້ານໂຕນ, ເທົ່າ ກັບ 95 ຂອງແຜນການ ຊຶ່ງເຫັນ ວ່າສາມາດຮັບປະກັນການສະໜອງ ໃຫ້ແກ່ການບໍລິໂພກ ພາຍໃນໄດ້ຢ່າງ ພຽງພໍ ການຜະລິດພືດສະບຽງອາ ຫານໄດ້ປະມານ 2,5 ລ້ານໂຕນ ເທົ່າ ກັບ 99 ຂອງແຜນການ ການຜະ ລິດຊີ້ນ, ໄຂ່, ປາ ໄດ້ປະມານ400.000 ໂຕນ, ເທົ່າກັບ 5 ຂອງແຜນການ. ການສົ່ງອອກສິນຄ້າບັນລຸໄດ້ປະມານ 1.200 ລ້ານໂດລາສະຫະລັດ ( ເດືອນຕົ້ນປີ) ຊຶ່ງໄດ້ປະກອບສ່ວນສໍາ ຄັນເຂົ້າໃນການຄໍ້າປະກັນຄວາມໝັ້ນ ຄົງທາງດ້ານສະບຽງອາຫານ, ຜະລິດ ເປັນສິນຄ້າ ແລະ ລຶບລ້າງຄວາມອຶດ ຫິວ, ເພື່ອແກ້ໄຂບັນຫາການຂາດແຄນ ອາຫານ. ສໍາລັບການພັດທະນາຊົນນະບົດ ອີງຕາມມາດຖານໃໝ່ ຂອງດໍາລັດ 34 ລບ ນັ້ນ, ມາຮອດປັດຈຸບັນ, ມີ ເມືອງພົ້ນທຸກ 1 ເມືອງ ເທົ່າກັບ4 , ບ້ານພົ້ນທຸກປະມານ 5. 00 ກວ່າ ບ້ານ ເທົ່າກັບ 69. 0 ແລະ ຄອບ ຄົວພົ້ນທຸກຫລາຍກວ່າ 1.026.000 ຄອບຄົວ ເທົ່າກັບ 3 , ມີຄອບຄົວ ພັດທະນາ 41.400ຄອບຄົວ ເທົ່າກັບ 6 , ບ້ານພັດທະນາປະມານ2. 00 ບ້ານ ເທົ່າກັບ 34 , ບ້ານໃຫຍ່ເປັນ ຕົວເມືອງນ້ອຍໃນຊົນນະບົດ 31 ຈຸດ ແລະ ເມືອງເຂັ້ມແຂງຮອບດ້ານ 9 ເມືອງ ຊຶ່ງທັງໝົດເຫລົ່ານັ້ນ ໄດ້ເປັນພື້ນ ຖານອັນສໍາຄັນໃນການນໍາເອົາປະເທດ ຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ແລະ ບັນລຸເປົ້າ ໝາຍການພັດທະນາ ແບບຍືນຍົງ (SD(T). ຂ່າວ: ວຽງສະຫວັນ ພາບ: ວສລ ສະຫລອງວັນອາຫານໂລກ... ຫາລື... ຮ່ວມທັງແບບເຊິ່ງໜ້າ ແລະ ທາງໄກ. ກອງປະຊຸມຄັ້ງນີ້, ໄດ້ສຸມໃສ່ປຶກ ສາຫາລື, ປະກອບຄໍາເຫັນ ແລະ ຊອກ ຫາແນວທາງແກ້ໄຂ ຫລາຍບັນຫາສຳ ຄັນ ຄື: ການສະເໜີຂະຫຍາຍເວລາບໍ ລິການຢູ່ດ່ານ ການກໍານົດນໍ້າໜັກລົດ ຂົນສົ່ງ ໂຄງສ້າງລາຄານໍ້າມັນ ແລະ ການຢອດສານມາເກີ້ ການໃຫ້ສິດທິພິ ເສດໃນການແລກປ່ຽນເງິນຕາ ການ ເກັບຄ່າບໍລິການຢູ່ທ່າບົກວັງເຕົ່າສູງ ແລະ ການເກັບຄ່າບໍລິການທ່າບົກເປັນ ສະກຸນເງິນຕາ ເຊິ່ງກອງປະຊຸມ ໄດ້ເຫັນ ດີເປັນເອກະພາບຕໍ່ການລາຍງານບັນ ຫາ ແລະ ຂໍ້ສະເໜີວິທີການແກ້ໄຂທີ່ໄດ້ ປຶກສາຫາລື, ພ້ອມທັງມອບໃຫ້ກອງ ເລຂາເຮັດເປັນບົດບັນທຶກກອງປະຊຸມ ແລະ ເຮັດບົດລາຍງານຫາ ຫົວໜ້າຄະ ນະກໍາມະການອໍານວຍຄວາມສະດວກ ທາງດ້ານການຄ້າແລະການຂົນສົ່ງຂັ້ນ ສູນກາງ ເພື່ອຊາບ ແລະ ໃຫ້ທິດຊີ້ນຳ. ທ່ານ ມະໂນທອງ ວົງໄຊ ໄດ້ກ່າວ ວ່າ: ການແກ້ໄຂບັນຫາ ແລະ ການອໍາ ນວຍຄວາມສະດວກທາງດ້ານການຄ້າ ແລະການຂົນສົ່ງມີບົດບາດສໍາຄັນແລະ ຈໍາເປັນຕໍ່ກັບການພັດທະນາເສດຖະ ກິດ-ສັງຄົມ ໂດຍສະເພາະການແກ້ ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດການເງິນ, ບັນຫາເງິນເຟີ້, ອັດຕາແລກ ປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຂອງ ປະເທດ ລວມທັງການຫລຸດຜ່ອນຂັ້ນ ຂອດ, ເວລາ ແລະ ຕົ້ນທຶນທາງດ້ານ ການຄ້າ ແລະ ການຂົນສົ່ງໃນການດໍາ ເນີນທຸລະກິດ ລ້ວນແລ້ວແຕ່ເປັນສິ່ງ ທີ່ຈໍາເປັນ ທີ່ຕ້ອງໄດ້ຮັບການແກ້ໄຂ ເພື່ອເພີ່ມຄວາມອາດສາມາດໃນການ ແຂ່ງຂັນຂອງ ສປປ ລາວ ແນໃສ່ເຮັດ ໃຫ້ການແກ້ໄຂບັນຫາທາງດ້ານທຸລະ ກິດຕ່າງt ທັນກັບສະພາບການ, ມີ ຄວາມສະດວກ ແລະ ຄ່ອງຕົວຂຶ້ນ ກວ່າເກົ່າ. ຂໍ້ມູນ-ພາບ: ອຄ ພ້ອມນີ້, ສະຫາຍຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ປະເທດລາວ ຍັງໄດ້ແລກປ່ຽນບົດຮຽນ ຫລາຍຂົງເຂດສໍາຄັນ ກ່ຽວກັບວຽກ ງານປ້ອງກັນຊາດ ເພື່ອສືບຕໍ່ເສີມຂະ ຫຍາຍ, ຮັດແໜ້ນຄວາມສາມັກຄີແບບ ພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງສອງຊາດ, ສອງກອງທັບ ລາວຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບ ມື້ແຕກດອກອອກຜົນຂຶ້ນເລື້ອຍt. ພາຍຫລັງສໍາເລັດພິທີພົບປະ ຄະນະ ຜູ້ແທນທັງສອງຝ່າຍ ໄດ້ເຂົ້າຮ່ວມຊົມ ການຖ່າຍທອດສົດງານສະແດງສິລະ ປະ, ງານພົບປະແລກປ່ຽນວຽກງານ ການເມືອງ ແລະ ນາຍທະຫານໜຸ່ມ ສອງກອງທັບ ລາວ-ຫວຽດນາມ ພາຍ ໃຕ້ຫົວຂໍ້ “ຄວາມເຊື່ອໝັ້ນທີ່ບໍລິສຸດ ຢ່າງສະເໝີຕົ້ນສະເໝີປາຍ” ຕື່ມອີກ. ກ່ອນຈັດງານພົບປະຄັ້ງນີ້, ຄະນະ ຜູ້ປທນສອງຝ່າຍ ໄດ້ເຄື່ອນໄຫວຫລາຍ ກິດຈະກຳທີ່ປິ່ນອ້ອມ ເປັນຕົ້ນກິດຈະ ກຳແຂ່ງຂັນກິລາແລ່ນມາລາທອນ ນາຍທະຫານໜຸ່ມ, ມອບແນວພັນງົວ ໃຫ້ຄອບຄົວທີ່ທຸກຍາກ, ເຄື່ອນໄຫວ ກວດສຸຂະພາບ, ປິ່ນປົວພະຍາດ ແລະ ຈ່າຍຢາໂດຍບໍ່ເສຍຄ່າ ໃຫ້ປະຊາຊົນ ເມືອງສົບເບົາແຂວງຫົວພັນສປປລາວ ແລະ ປະຊາຊົນບໍລິເວນດ່ານລ້ອງເຊິບ ເມືອງມົກເຈົາແຂວງເຊີນລາສສຫວຽດ ນາມ, ເຄື່ອນໄຫວສະແດງແລກປ່ຽນ ສິລະປະ-ວັດທະນະທໍາ ຢູ່ເມືືອງແອດ, ເມືອງຊຽງຄໍ້, ເມືອງສົບເບົາ ແຂວງ ຫົວພັນ ແລະ ເມືອງມົກເຈົາ ແຂວງ ເຊີນລາ. ຂ່າວ: ໜັງສືພິມກອງທັບ

RkJQdWJsaXNoZXIy MTc3MTYxMQ==