ອົງການແຄຣ໌ ມອບເຄື່ອງຊ່ວຍເຫລືອ ປະຊາຊົນທີ່ຖືກນໍ້າຖ້ວມຢູ່ເມືອງນາແລ

25/10/2024 00:47
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ຫລວງ​ນໍ້າ​ທາ ​ໃຫ້​ຮູ້​ວ່າ: ວັນ​ທີ 23 ຕຸລາ 2024 ນີ້, ອົງການແຄຣ໌ ນານາຊາດ ປະຈໍາ ລາວ ມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນບ້ານເປົ້າໝາຍ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກໄພນໍ້າຖ້ວມ ຢູ່ເມືອງນາແລ ນໍາພາໂດຍ ທ່ານ ນາງ ພູວຽງ ທັນແສງສຸວັນ

 

ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ຫລວງ​ນໍ້າ​ທາ ​ໃຫ້​ຮູ້​ວ່າ: ວັນ​ທີ 23 ຕຸລາ 2024 ນີ້, ອົງການແຄຣ໌ ນານາຊາດ ປະຈໍາ ລາວ ມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນບ້ານເປົ້າໝາຍ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກໄພນໍ້າຖ້ວມ ຢູ່ເມືອງນາແລ ນໍາພາໂດຍ ທ່ານ ນາງ ພູວຽງ ທັນແສງສຸວັນ ຕ່າງໜ້າອົງການແຄຣ໌ ນານາຊາດປະຈໍາລາວ, ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງໃຊ້ຄົວເຮືອນທີ່ຈໍາເປັນ ແລະ ອາຫານແຫ້ງ ​ໂດຍແມ່ນອົງການແພດທີ່ບໍ່ມີພົມແດນ ປະເທດສະວິດ ເປັນຜູ້ໃຫ້ທຶນຊ່ວຍເຫລືອ ຈໍານວນ 56.050 ໂດລາສະຫະລັດ ມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນ​ໃນທົ່ວແຂວງທັງໝົດ 1.300 ຫລັງຄາເຮືອນ. ໃນນັ້ນ, ເມືອງນາແລ ມີ 15 ບ້ານ 203 ຄອບຄົວ, 1.115 ຄົນ ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ.
   ​ໂອກາດ​ນີ້, ທ່ານ ບຸນແພງ ໄຊສົງຄາມ ຫົວໜ້າກອງບັນຊາການທະຫານເມືອງນາ​ແລ ​ໄດ້ສະແດງຄວາມຂອບ ໃຈເປັນຢ່າງສູງມາ​ຍັງ ອົງການແຄຣ໌ ນານາຊາດ ປະຈໍາລາວ ທີ່​ເຫັນ​ໄດ້​ຄວາມ​ສໍາຄັນ​ໃນ​ການ​ຊ່ວຍ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນໍ້າ​ຖ້ວມ​ໃນ​ຄັ້ງ​ນີ້, ສະ​ເພາະ​ເມືອງ​ນາ​​ແລ ມີຄອບຄົວທີ່ຖືກຜົນກະທົບ 15 ບ້ານຄື: ບ້ານທົ່ງຖອນ, ບ້ານນໍ້າແຫງ, ບ້ານພູວຽງ, ບ້ານເລົາ, ບ້ານນາແລ້ງ, ບ້ານອ້ອມ, ບ້ານຜາວີ, ບ້ານຫາດເຕາະ, ບ້ານພູລາ, ບ້ານສາງອາກ, ບ້ານສະໂຫລຍ, ບ້ານຫາດນາແລ້ງ, ບ້ານຄອນຈັນ, ບ້ານວັງມີໄຊ ແລະ ບ້ານນາແລ້ງ.

ຂ່າວ: ພອນທິບ ພິລາວັນ

KPL

ຂ່າວອື່ນໆ

ads
ads

Top