ສໍາເລັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ສື່ມວນຊົນໃນການເປັນຄູຝຶກນັກຂ່າວ

19/10/2024 10:31
Email Print 309
ຂປລ ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນໃນການເປັນຄູຝຶກນັກຂ່າວ ພາຍໃຕ້ຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ’’ ໃນວັນທີ 18 ຕຸລາ 2024 ໂດຍມີທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ອະດີດຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີທ່ານ ທອງຫລໍ່ ດວງສະຫວັນ ຜູ້ອຳນວຍການໃຫຍ່ໜັງສືພິມພາສາຕ່າງປະເທດ, ທ່ານນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນ



ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນໃນການເປັນຄູຝຶກນັກຂ່າວ ພາຍໃຕ້ຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ’’ ໃນວັນທີ 18 ຕຸລາ 2024 ໂດຍມີທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ອະດີດຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ
, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີທ່ານ ທອງຫລໍ່ ດວງສະຫວັນ ຜູ້ອຳນວຍການໃຫຍ່ໜັງສືພິມພາສາຕ່າງປະເທດ, ທ່ານນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມ ຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນ ສປປ ລາວ ຈາກອົງການແຄຣ ນານາຊາດປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ຊຸດຮົມໃນຄັ້ງນີ້, ໄດ້ດໍາເນີນເປັນຄັ້ງທໍາອິດ ພາຍໃຕ້ໂຄງການແກມຊິວ ໂດຍເລີ່ມແຕ່ ວັນທີ 14-18 ຕຸລາ 2024 ເພື່ອສ້າງຄວາມອາດສາມາດ
, ທັກສະ ແລະ ວິທີການສິດສອນ ກໍຄື ວິທີການສົ່ງຄວາມຮູ້ໃນເວລາຂື້ນສິດສອນ, ມີຜູ້ເຂົ້າຮ່ວມຊຸດຝຶກອົບ ທັງໝົດ 13 ທ່ານ ເຊິ່ງຈຸດປະສົງຂອງ ຊຸດຝຶກອົບຮົມຄູຝຶກ ເພື່ອບັນລຸຕາມແຜນຍຸດທະສາດ ຂອງສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ແຜນການດຳເນີນ ກິດຈະກຳຂອງໂຄງການແກມຊິວ ໃນການສ້າງຄວາມອາດສາມາດ ຫ້ແກ່ຜູ້ທີ່ເຮັດວຽກງານ ຂະແໜງຖະແຫລງຂ່າວສື່ມວນຊົນ ໃນຂອບເຂດທົ່ວປະເທດ ໃຫ້ກາຍເປັນຄູຝຶກນັກຂ່າວ ໃນອະນາຄົດ ແລະ ພ້ອມກັນນັ້ນ ກໍຍັງຈະໄດ້ສືບຕໍ່ເຂົ້າຮ່ວມການເຄື່ອນໄຫວ ກິດຈະກຳ ການຝຶກອົບຮົມຕ່າງໆ ທີ່ຈະໄດ້ຈັດຂຶ້ນໂດຍສະມາ ຄົມນັກຂ່າວແຫ່ງ ສປປ ລາວ ຕະຫລອດໄລຍະຂອງໂຄງການ.

ຂ່າວ-ພາບ: ສົມຫວັງ
KPL

ຂ່າວອື່ນໆ

ads
ads

Top