ຖວທ ເຊກອງ ປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ

25/10/2024 00:41
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ເຊ​ກອງ ​ໃຫ້​ຮຸ້ວ່າ: ໜ່ວຍພັກຖະແຫລງຂ່າວ-ສື່ມວນຊົນ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ແຂວງເຊກອງ ໄດ້ດຳເນີນກອງປະຊຸມກວດກາ

 

   ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ເຊ​ກອງ ​ໃຫ້​ຮຸ້ວ່າ: ໜ່ວຍພັກຖະແຫລງຂ່າວ-ສື່ມວນຊົນ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ແຂວງເຊກອງ ໄດ້ດຳເນີນກອງປະຊຸມກວດກາ, ປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ໃນວັນທີ 23 ຕຸລາ 2024 ໂດຍການເປັນປະທານຂອງສະຫາຍ ວິໄລ ອາດພູທອນ ຮອງເລຂາໜ່ວຍພັກຖະແຫລງຂ່າວ-ສື່ມວນຊົນ ​ໂດຍມີ ສະຫາຍ ບຸນທົງ ຖິ່ນດອນໂຂງ ປະທານກວດກາຄະນະພັກຮາກຖານ ພະແນກ ຖວທ ແຂວງ, ມີຄະນະໜ່ວຍພັກ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.
   ສະຫາຍ ວິໄລ ອາດພູທອນ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດ ແຜນການກໍ່ສ້າງໜ່ວຍພັກ ປອດໃສ
, ເຂັ້ມແຂງ, ໜັກແໜ້ນ ເຊິ່ງໜ່ວຍພັກຖະແຫລງຂ່າວ-ສື່ມວນຊົນ ແມ່ນອົງກອນໜຶ່ງຂອງການຈັດຕັ້ງພັກ-ລັດ, ມີພາລະບົດບາດໃນການນໍາພາ-ຊີ້ນໍາສະມາຊິກພັກ, ພະນັກງານ-ລັດຖະກອນຄົ້ນຄວ້າເຊື່ອມຊຶມມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ; ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະພະແນກ ຖວທ ແຂວງຄຸ້ມຄອງ ແລະ ພັດທະນາວຽກງານຖະແຫລງຂ່າວ-ສື່ມວນຊົນ, ເຮັດໜ້າທີ່ເປັນກະບອກສຽງອັນຄົມແຫລມຄົມ, ວ່ອງໄວ, ທັນການໃນການເຜີຍແຜ່ແນວ ທາງຂອງພັກ, ແຜນນະໂຍບາຍ, ກົດໝາຍ, ລະບຽບການຕ່າງໆ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃຫ້ປະຊາຊົນຮັບຮູ້-ເຂົ້າໃຈຢ່າງກວ້າງຂວາງ ແລະ ທົ່ວເຖິງ, ປະກອບສ່ວນເຂົ້າໃນພາ ລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
  ພ້ອມນີ້
, ບັນດາສະຫາຍສະມາຊິກພັກພາຍໃນໜ່ວຍ ກໍໄດ້ປະກອບຄຳຄິດຄຳເຫັນໃສ່ບົດປະເມີນ ແລະ ທິດທາງ ແຜນການຢ່າງສ້າງສັນ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ບົດປະເມີນຜົນ ແລະ ທິດທາງແຜນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ຂອງໜ່ວຍພັກຖະແຫລງຂ່າວ-ສື່ມວນຊົນ ກາຍເປັນຮ່າງທີ່ສົມບູນສາມາດນຳໄປຈັດຕັ້ງປະຕິບັດ ແລະ ເປັນບ່ອນອີງໃນການນຳ ພາ-ຊີ້ນຳຢ່າງສອດຄ່ອງ.
   ໃນກອງປະຊຸມ
, ບັນດາສະຫາຍສະມາຊິກພັກ ໄດ້ພ້ອມກັນລົງປະຊາມະຕິ ຕີລາຄາຄຸນນະພາບ ແລະ ການແບ່ງປະເພດໜ່ວຍພັກ ຕາມ 5 ເນື້ອໃນແມ່ນບັນລຸຕາມລະດັບຄາດໝາຍ ເຊັ່ນ: ດ້ານການເມືອງບັນລຸ 1,9 ຄະແນນ, ດ້ານແນວຄິດ 1,5 ຄະແນນ, ດ້ານການຈັດຕັ້ງ 1,4 ຄະແນນ, ດ້ານແບບແຜນການນໍາພາ 1,8 ຄະແນນ ແລະ ດ້ານການປະຕິບັດຕໍ່ໜ້າທີ່ການເມືອງ 2,9 ຄະແນນ, ຄະແນນລວມ 9,5 ຄະແນນ, ໜ່ວຍພັກໄດ້ຈັດຢູ່ໃນປະເພດແຂງ.

ຂ່າວ: ສັນຍາ

KPL

ຂ່າວອື່ນໆ

ads
ads

Top