ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

24/10/2024 18:50
Email Print 111
ຂປລ ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.



ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ
BRICS ແລະ ປະເທດກໍາລັງພັດທະນາ ໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.




ໃນໂອກາດດັ່ງກ່າວ
, ສອງຝ່າຍໄດ້ຕີລາຄາການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນໄລຍະຜ່ານມາ ພ້ອມທັງໄດ້ປຶກສາຫາລື ເພື່ອສົ່ງເສີມການຮ່ວມມືໃນຕໍ່ໜ້າ ເຊິ່ງສອງຝ່າຍໄດ້ເຫັນດີ ຈະສືບຕໍ່ຜັນຂະຫຍາຍ ຢ່າງມີປະສິດທິພາບ ຕໍ່ຜົນສໍາເລັດ ຂອງການເດີນທາງຢ້ຽມຢາມລັດຖະກິດ ທີ່ ສສ ຫວຽດນາມ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍຄື ຜົນການພົບປະຂອງສອງກົມການເມືອງ ລາວ-ຫວຽດນາມ ໂດຍສະເພາະບັນດາໂຄງການ ທີ່ສອງຝ່າຍໄດ້ເປັນເອກະພາບກັນ ເຊັ່ນ: ການເຊື່ອມຈອດທາງດ້ານພື້ນຖານໂຄງລ່າງ ໂດຍສະເພາະແມ່ນທາງດ້ານຄົມ ມະນາຄົມ ຜ່ານໂຄງການເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ຫວຸງອ່າງ ແລະ ໂຄງການເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ການເຊື່ອມໂຍງທາງດ້ານລະບົບ, ລະບຽບ, ນະໂຍບາຍ, ການເງິນ ແລະ ພະລັງງານ. ພ້ອມນັ້ນ, ສອງຝ່າຍຍັງເຫັນດີຈະສືບຕໍ່ ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ.



ໃນໂອກາດນີ້
, ສະຫາຍ ທອງລຸນ ສີສຸລິດ ໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ເຖິງ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ແລະ ບັນດາສະຫາຍການນໍາຂອງຫວຽດນາມ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ ສະຫາຍ ເລືອງ ເກື່ອງ ທີ່ໄດ້ຮັບການເລືອກຕັ້ງໃຫ້ ດໍາລົງຕໍາແໜ່ງເປັນ ປະທານປະເທດ ແຫ່ງ ສສ ຫວຽດນາມ ຄົນໃໝ່ ໃນກອງປະຊຸມ ຄັ້ງທີ 8 ຂອງສະພາແຫ່ງຊາດ ຊຸດທີ 15 ຂອງ ສສ ຫວຽດນາມ. ພ້ອມນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ບັນດາການນໍາພັກ-ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ເພື່ອໃຫ້ ສປປ ລາວ ສາມາດເຮັດສໍາເລັດໜ້າທີ່ ການເປັນປະທານອາຊຽນ 2024 ແລະ ເປັນເຈົ້າພາບຈັດກອງປະຊຸມ ໄອປາ ຄັ້ງທີ 45.



ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານ

      10/24/2024 6:54:33 PM

      ຂປລ. ໃນວັນທີ 23 ຕຸລາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອິວຮາມ ເຮດາ ອັກລື ອາລີເຢບ (H.E. Mr. Ilham Heydar oglu Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ເມືອງກາຊານ, ສ ຣັດ ເຊຍ ເພື່ອປຶກສາຫາລືສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

    • ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດ

      10/24/2024 6:43:31 PM

      ຂປລ. ໃນວັນທີ 16 ຕຸລາ 2024 ຜ່ານ​ມາ, ທີ່ພະຣາຊະວັງເຈົ້າຊີວິດ, ນະຄອນຫລວງສະຕ໋ອກໂຮມ, ປະເທດຊູແອດ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ຄາຣ໌ ກຸດສະຕາບຟ໊ ທີ XVI ແຫ່ງ ຣາຊະອານາຈັກ ຊູແອດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ຊູແອດ.

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍ

      10/24/2024 6:31:38 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກ (H.E. Mr. Aleksandr Lukashenko) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ

    • ອົງການໄອຍະການທະຫານພາກກາງ ລົງເຮັດວຽກຢູ່ ຮວຜທການເມືອງ

      ອົງການໄອຍະການທະຫານພາກກາງ ລົງເຮັດວຽກຢູ່ ຮວຜທ

      10/24/2024 6:26:51 PM

      ຂປລ. ໃນວັນທີ 24 ຕຸລາ 2024 ນີ້, ອົງການໄອຍະການທະຫານພາກກາງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ນໍາໂດຍ ທ່ານ ພັນເອກ ເຄນວິໄຊ ແພງວິໄລ ຫົວໜ້າອົງການໄອຍະການທະຫານພາກກາງ ພ້ອມຄະນະ ໂດຍມີ ທ່ານ ພັນເອກ ນາງ ຄຳມີ ບົດນາລີ ຫົວໜ້າຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົາກອງທັບ, ມີຮອງຫົວໜ້າຫ້ອງການເມືອງ, ພະແນກໄອຍະການ, ພະແນກກວດກາ ແລະ ພະແນກປ້ອງກັນພາຍໃນ ເຂົ້າຮ່ວມ.

    • ທະນາຄານພັດທະນາອາຊີ ແຕ່ງຕັ້ງ ຫົວໜ້າຫ້ອງການປະຈຳ ສປປ ລາວ ຄົນໃໝ່ການເມືອງ

      ທະນາຄານພັດທະນາອາຊີ ແຕ່ງຕັ້ງ ຫົວໜ້າຫ້ອງການປະຈຳ ສປປ ລາວ ຄົນໃໝ່

      10/24/2024 2:47:17 PM

      ຂປລ. ທະນາຄານພັດທະນາອາຊີ (ADB) ໄດ້ແຕ່ງຕັ້ງ ທ່ານ ນາງ ແຊນນີ ແຄມເບວ ເປັນຫົວໜ້າຫ້ອງການ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​​ເພື່ອເປັນຜູ້ຊີ້ນໍາ ແລະ ນໍາພາການດໍາເນີນງານຂອງ ADB ຢູ່ ສປປ ລາວ ໃນການສະໜັບສະໜູນບັນດາເປົ້າໝາຍ ການພັດທະນາຂອງປະເທດ, ລວມທັງເປົ້າໝາຍຫລຸດຜ່ອນ ການປ່ອຍອາຍຜິດເຮືອນແກ້ວ ໃຫ້ບັນລຸ 60% ພາຍໃນປີ 2030.

ads
ads

Top