ເຈົ້າໜ້າທີ່ ພົບຊາກເຮືອບິນ ຮອງປະທານາທິບໍດີ ມາລາວີ ຕົກເສຍຊິວິດທັງໝົດ

12/06/2024 15:39
Email Print 333
ຂປລ ທະຫານ ແລະ ເຈົ້າໜ້າຄົ້ນຫາ ໄດ້ຄົ້ນພົບ ຊາກເຮືອບິນ ຂອງ ກອງທັບ ທີ່ມີ ຮອງ ປະທານາທິບໍດີ ທ່ານ ເຊົາລອດ ຊີລີມາ ຂອງ ມາລາວີ ພ້ອມດ້ວຍ ຜູ້ໂດຍສານ ຈຳນວນ 9 ຄົນ ຊຶ່ງ ຫາຍໄປ ຈາກໜ້າຈໍຣາດາ ນັບແຕ່ວັນທີ 10 ຜ່ານມາ.

ຂປລ. ອ້າງຕາມຂ່າວ ຕ່າງປະເທດ , ວັນທີ 11 ມິຖຸນາ, ທ່ານ ລາຊາຣຸສ ຊັດເວຣາ ປະທານາທິບໍດີ ມາລາວີ ຖະແຫລງວ່າ: ທະຫານ ແລະ ເຈົ້າໜ້າຄົ້ນຫາ ໄດ້ຄົ້ນພົບ ຊາກເຮືອບິນ ຂອງ ກອງທັບ ທີ່ມີ ຮອງ ປະທານາທິບໍດີ ທ່ານ ເຊົາລອດ ຊີລີມາ ຂອງ ມາລາວີ ພ້ອມດ້ວຍ ຜູ້ໂດຍສານ ຈຳນວນ 9 ຄົນ ຊຶ່ງ ຫາຍໄປ ຈາກໜ້າຈໍຣາດາ ນັບແຕ່ວັນທີ 10 ຜ່ານມາ. ໂດຍ ເຮືອບິນ ລຳດັ່ງກ່າວ ໄດ້ຕົກໃນ ພື້ນທີ່ ປ່າຕືບໜາ ທາງພາກເໜືອ ຂອງ ປະເທດ ແລະ ພົບວ່າ ໄດ້ເສຍຊີວິດ ທັງໝົດ.

ເຮືອບິນລຳດັ່ງກ່າວນີ້ ພວມຢູ່ໃນ ລະຫວ່າງ ການເດີນທາງ ຈາກ ສະໜາມບິນ ນະຄອນຫລວງ ລິລົງເວ ຂອງ ມາລາວີ ໂດຍມີ ກຳນົດ ລົງຈອດ ຢູ່ສະໜາມບິນ ເມືອງເອັມຊູຊູ ທາງພາກເໜືອ ຂອງປະເທດ  ເພື່ອນໍາພາ ທ່ານ ເຊົາລອດ ຊີລີມາ ໃນຖານະ ຕົວແທນ ເຈົ້າໜ້າທີ່ ລັດຖະບານ ໄປເຂົ້າຮ່ວມ ໃນພິທີສົບ ອະດີດ ລັດຖະມົນຕີ ຄົນໜຶ່ງ ໃນລັດຖະບານ ທີ່ ເສຍຊີວິດ ເມື່ອ 3 ວັນກ່ອນ, ແຕ່ຜະເຊີນກັບ ສະພາບ ອາກາດ ຮ້າຍແຮງ ເຮັດໃຫ້ເຮືອບິນດັ່ງກ່າວ ຫາຍໄປ ຈາກຈໍຣາດາ ກ່ອນລົງຈອດ. ສ່ວນສາເຫດຕົ້ນຕໍ ພວມຢູ່ລະຫວ່າງ ການສືບສວນສອບສວນຂອງ ເຈົ້າໜ້າທີ່./

KPL

ຂ່າວອື່ນໆ

ads
ads

Top