ເສດຖະກິດ ຫວຽດນາມ ຈະເຕີບໂຕ 6% ໃນປີ 2024

12/06/2024 15:39
Email Print 404
ຂປລ ທະນາຄານ ຢູໂອບີ (UOB) ຂອງສິງກະໂປ ປະກາດ ບົດລາຍງານ ການເຕີບໂຕ ເສດຖະກິດຫວຽດນາມ ໃນໄຕມາດທີ 2 ໂດຍ ຄາດວ່າ ລວມຍອດ ຜະລິດຕະພັນ ພາຍໃນ ປະເທດ (GDP) ຂອງ ຫວຽດນາມ ຈະເພີ່ມຂຶ້ນ 6%

ຂປລ. ສຳນັກຂ່າວ ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 10 ມີຖຸນາ,  ທະນາຄານ ຢູໂອບີ (UOB) ຂອງສິງກະໂປ ປະກາດ ບົດລາຍງານ ການເຕີບໂຕ ເສດຖະກິດຫວຽດນາມ ໃນໄຕມາດທີ 2 ໂດຍ ຄາດວ່າ ລວມຍອດ ຜະລິດຕະພັນ ພາຍໃນ ປະເທດ (GDP) ຂອງ ຫວຽດນາມ ຈະເພີ່ມຂຶ້ນ 6% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2023 ແລະ ຄາດວ່າ ຈະເພີ່ມຂຶ້ນ 6% ໃນປີ 2024.

ຄຽງຄູ່ກັນນັ້ນ ຍັງລະບຸວ່າ ຫວຽດນາມ ໄດ້ບັນລຸ ລະດັບ ການເຕີບໂຕ ຫລາຍກວ່າ 5.6% ໃນໄຕມາດທີ 1 ຜ່ານມາ, ຍ້ອນ ການຟື້ນຟູ ທັງໃນ ຂົງເຂດຜະລິດ, ການບໍລິການ ແລະ ການຄ້າ ກັບ ພາຍນອກ. ການລົງທຶນໂດຍກົງ ຈາກຕ່າງປະເທດ (FDI) ມີທ່າອຽງດິຂຶ້ນ ເນື່ອງຈາກ ບັນດາ ນັກລົງທຶນ ມີຄວາມ ເຊື່ອໝັ້ນ ສະພາບການເມືອງ ແລະ ຄວາມສາມາດ ໃນການແກ້ງແຍ່ງ ຂອງ ຫວຽດນາມ. ໃນຂະນະດຽວກັນ ຢູ່ ມາເລເຊຍ, ບໍລິສັດ Maybank Research Pte Ltd ກໍ່ ປະກາດ GDP ຂອງ ຫວຽດນາມ ຈະບັນລຸ ລະດັບ ການເຕີບໂຕທີ່ດີ ໃນປີ 2024 ແລະ 2025 ເຊັ່ນກັນ./

 

KPL

ຂ່າວອື່ນໆ

ads
ads

Top