ລະບົບການບຳນານ ໃນສປຈີນດຶງດູດປະຊາຊົນ ຫລາຍກວ່າ 60 ລ້ານຄົນ

12/06/2024 15:39
Email Print 421
ຂປລ ກະຊວງ ຊັບພະຍາກອນ ມະນຸດ ແລະ ປະກັນ ສັງຄົມ ຂອງ ຈີນ ເປີດເຜີຍວ່າ: ປະຊາຊົນ ຫລາຍກວ່າ 60 ລ້ານຄົນ ໄດ້ເປີດບັນຊີ ບໍານານ ສ່ວນບຸກຄົນ ນັບຕັ້ງແຕ່ ມີການລິເລີ່ມ ລະບົບ ບຳນານ ສ່ວນບຸກຄົນ ທີ່ ໄດ້ຮັບ ການສະໜັບ ສະໜູນ ຈາກລັດຖະບານ ເມື່ອເດືອນພະຈິກ ປີ 2022 ຜ່ານມາ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ຊັບພະຍາກອນ ມະນຸດ ແລະ ປະກັນ ສັງຄົມ ຂອງ ຈີນ ເປີດເຜີຍວ່າ: ປະຊາຊົນ ຫລາຍກວ່າ 60 ລ້ານຄົນ ໄດ້ເປີດບັນຊີ ບໍານານ ສ່ວນບຸກຄົນ ນັບຕັ້ງແຕ່ ມີການລິເລີ່ມ ລະບົບ ບຳນານ ສ່ວນບຸກຄົນ ທີ່ ໄດ້ຮັບ ການສະໜັບ ສະໜູນ ຈາກລັດຖະບານ ເມື່ອເດືອນພະຈິກ ປີ 2022 ຜ່ານມາ.

ລະບົບ ບຳນານ ດັ່ງກ່າວ ດຳເນີນ ໂດຍຄວາມ ສະໝັກໃຈ ແລະ ການເນັ້ນ ໄປທີ່ຕະຫລາດ  ໂດຍຄວບຄຸມ ພົນລະເມືອງ ທີ່ມີ ຄຸນສົມບັດ ຕາມມາດຕະຖານ ໃນເມືອງ ແລະ ພາກພື້ນ ນໍາຮ່ອງ 36 ແຫ່ງເຊັ່ນ: ນະຄອນຫລວງ ປັກກິ່ງ, ຊຽງໄຮ້, ກວາງໂຈວ, ຊີອັນ ແລະ ເສິງຕູ.

ກົນໄກເບື້ອງຕົ້ນ ເພື່ອອຳນວຍ ຄວາມສະດວກ ໃຫ້ແກ່ ພົນລະເມືອງ ຈີນ ຈ່າຍເງິນ ສົມທົບ ເຂົ້າໃນບັນຊີ ບຳນານ ສ່ວນບຸກຄົນ 12.000 ຢວນ ຕໍ່ປີ ເພື່ອຊື້ຜະລິດ ຕະພັນ ທາງການເງິນ ສຳລັບ ຜູ້ອາວຸໂສ ຈຳນວນໜຶ່ງ.ປັດຈຸບັນ ມີຜະລິດຕະພັນ ພິເສດ ສຳລັບ ລະບົບ ບຳນານ ດັ່ງກ່າວ ລວມມີ 762 ລາຍການ , ໃນຈຳນວນນີ້ ແບ່ງເປັນຜະລິດຕະພັນ ເງິນຝາກປະຢັດ 465 ລາຍການ, ຜະລິດຕະພັນ ກອງທຶນ 192 ລາຍການ, ຜະລິດຕະພັນ ປະກັນ 82 ລາຍການ ແລະ ຜະລິດຕະພັນ ຈັດການຊັບສິນ 23 ລາຍການ. ນອກນັ້ນ, ກຸ່ມຄົນ ທີ່ມີລາຍໄດ້ ລະດັບປານກາງ ແລະ ລະດັບສູງ ທີ່ມີ ອາຍຸ 31-40 ປີ ມີຄວາມ ສົນໃຈ ເປີດບັນຊີ ບໍານານ ແລະ ເລືອກຊື້ ຜະລິດຕະພັນ ກ່ຽວຂ້ອງຫລາຍທີ່ສຸດ ເພື່ອກຽມພ້ອມ ສຳລັບ ເກນອາຍຸ ລ່ວງໜ້າ ແລະ ຮັບສິດທິ ປະໂຫຍດ ທາງພາສີ. /

 

 

KPL

ຂ່າວອື່ນໆ

ads
ads

Top