ປະທານປະເທດ ເດີນທາງເຖິງ ນະຄອນຫລວງ ອູລານບາຕໍ ປະເທດມົງໂກລີ

11/06/2024 15:02
Email Print 682
ຂປລ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍ ດີ ແຫ່ງ ມົງໂກລີ ໃນຕອນບ່າຍວັນທີ 11 ມິຖຸນາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງນະຄອນຫລວງ ອູລານບາຕໍ, ປະເທດມົງໂກລີ



ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຄູເຣລສຸກຄ໌ ໂອຄະນາ
 ປະທານາທິບໍ ດີ ແຫ່ງ ມົງໂກລີ ໃນຕອນບ່າຍວັນທີ 11 ມິຖຸນາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງນະຄອນຫລວງ ອູລານບາຕໍ, ປະເທດມົງໂກລີ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ທີ່ມົງໂກລີ ໃນລະຫວ່າງວັນທີ 11-12 ມິຖຸນາ 2024 ເຊິ່ງຖືກຕ້ອນຮັບໂດຍ ທ່ານ ຢາ ຊັອດບາຢາຣ໌ ຫົວໜ້າຫ້ອງວ່າການສໍານັກງານປະ ທານາທິບໍດີ ແຫ່ງ ມົງໂກລີ ພ້ອມດ້ວຍຄະນະຕ້ອນຮັບຈາກຝ່າຍມົງໂກລີ ແລະ ຝ່າຍລາວ ທີ່ສະໜາມບິນສາກົນ ຈິງກິສຄານ.

ການຢ້ຽມຢາມຄັ້ງນີ້, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ໃນໂອກາດຢ້ຽມຢາມລັດຖະກິດໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຈະດໍາເນີນການພົບປະສອງຝ່າຍກັບ ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີ, ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມມືສອງຝ່າຍ, ຢ້ຽມຊົມພິພິຕະພັນ ຈິງກິສຄານ, ຢ້ຽມຢາມເຮືອນພື້ນເມືອງ ແລະ ຊົມການສາທິດບຸນມະໂຫລານ ນາດໍາ (The Mini Naadam Festival) ແລະ ໃຫ້ກຽດປູກຕົ້ນໄມ້ ເພື່ອເປັນອານຸສອນ ຢູ່ ສວນສາທາລະນະ ວັດທະນະທໍາ ມົງໂກລີ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງການເມືອງ

      ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງ

      7/2/2025 12:13:13 PM

      ຂປລ. ​ໃນ​ໂອກາດ​ລົງ​ເຄື່ອນ​ໄຫວ​ ວຽກ​ງານ​ຢູ່​ແຂວງ​ເຊ​ກອງ ​ໃນຕອນບ່າຍວັນທີ 1 ກໍລະກົດ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ພະນັກງານການນໍາຫລັກແຫລ່ງ ແຂວງເຊກອງ ແລະ ຊຸກຍູ້ການກະກຽມດຳເນີນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ.

    • ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນການເມືອງ

      ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ

      7/2/2025 12:05:08 PM

      ຂປລ. ງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ ປະຈຳປີ 2025 ຈັດຂຶ້ນໃນລະຫວ່າງວັນທີ 1-3 ກໍລະກົດ 2025 ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ ໂດຍມີຕົວແທນວິສາຫະກິດ ຈາກແຂວງຢຸນນານ ສປ ຈີນ 20 ກວ່າບໍລິສັດ ແລະ ຜູ້ປະກອບການຈາກ ສປປ ລາວ ຈຳນວນໜຶ່ງ ໄດ້ນຳເອົາຜະລິດຕະພັນ ມາຮ່ວມວາງສະແດງ.

    • ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງການເມືອງ

      ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງ

      7/2/2025 11:54:47 AM

      ຂປລ. ໃນວັນທີ 30 ມິຖຸນາ 2025 ຜ່ານມານີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຈັນທະ​ພອນ ແກ້ວ​ມາລາ​ວົງ ຫົວໜ້າບໍລິຫານ, ພິທີການ ແລະ ການເງິນ ຫສນຍ (ຜູ້ເກົ່າ) ແລະ ທ່ານ ນາງ ວິລະ​ສະຕີ ສົມບູນ​ຂັນ ຫົວໜ້າບໍລິຫານງານ, ພິທີການ ແລະ ການເງິນ (ຜູ້ໃໝ່); ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມນິຕິກໍາ (ຜູ້ເກົ່າ) ແລະ ທ່ານ ປາດຖະໜາ ສຸກອາລຸນ ຮັກສາການຫົວໜ້າກົມນິຕິກໍາ ແລະ ທ່ານ ນາງ ວິລະສະຕີ ສົມບູນຂັນ ຫົວໜ້າກົມປະຊາສໍາພັນ (ຜູ້ເກົ່າ) ແລະ ທ່ານ ຄົມ​ສັນ ໄຊ​ຍະ​ສານ ຫົວໜ້າກົມປະຊາສຳພັນ (ຜູ້ໃໝ່)

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ

      7/2/2025 11:45:14 AM

      ຂປລ. ໃນລະຫວ່າງວັນທີ 30 ມິຖຸນາ ຫາ 03 ກໍລະກົດ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງ ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍ ການສະໜອງທຶນເພື່ອການພັດທະນາ ຄັ້ງທີ 4 ຢູ່ເມືອງເຊີວີລ, ປະເທດເເອັດສະປາຍ.​

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ads
ads

Top