ທ່ານ ໂຕເລີມ ເດີນທາງເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

22/09/2026 06:24
ຂປລ ທ່ານ ໂຕເລີມ, ເລຂາທິການໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດ ສະໜາມບິນສາກົນ J.F. Kennedy, ນະຄອນ ນິວຢອກຂອງ ສ.ອາເມລິກາ ເພື່ອເຂົ້າຮ່ວມວາ​ລະ​ປຶ​ກ​ສາ​ຫາ​ລື ​ລວມຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ(ສປຊ) ຄັ້ງທີ 81

ຂປລ.ວິທະຍຸ ກະຈ່າຍສຽງຫວຽດນາມ, ວັນທີ 20 ກັນຍານິ້, ທ່ານ ໂຕເລີມ, ເລຂາທິການໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດ ສະໜາມບິນສາກົນ J.F. Kennedy, ນະຄອນ ນິວຢອກຂອງ ສ.ອາເມລິກາ ເພື່ອເຂົ້າຮ່ວມວາ​ລະ​ປຶ​ກ​ສາ​ຫາ​ລື ​ລວມຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ(ສປຊ) ຄັ້ງທີ 81, ສົມ​ທົບ​ກັບການເຄື່ອນໄຫວ ສອງຝ່າຍຢູ່ ສ.ອາເມລິກາ. ທ່ານ ເລຂາທິການໃຫຍ່, ປະທານ ປະເທດ ໂຕເລີມ ເຂົ້າ​ຮ່ວມ​ສັບ​ປະ​ດາ ຂັ້ນສູງ​ກອງ​ປະ​ຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ​ໄດ້ຢັ້ງຢືນການ​ຖື​ເປັນ​ສຳ​ຄັນ​ຂອງພັກ ແລະ ລັດ ຫວຽດນາມ ຕໍ່​ລັດທິ ຫລາຍຝ່າຍ ແລະ ບົດບາດໃຈກາງຂອງ ສະຫະປະຊາຊາດ. ນີ້ກໍ​ແມ່ນ​ການ​ສະ​ແດງໃຫ້ເຫັນ​ແນວ​ທາງ ການຕ່າງປະເທດ ​ທີ່ສະ​ເໝີ​ຕົ້ນ ​ສະ​ເໝີ​ປາຍ, ເອກະລາດ, ເປັນ​ເຈົ້າເອງ, ​ເຂັ້ມ​ແຂງ​ດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ​ຫັນການພົວພັນ ຕ່າງປະເທດ​ຂອງ ສສ ຫວຽດ​ນາມ ເປັນ​ຫລາຍ​ຮູບ​ ຫລາຍ​ແບບ​ ແລະ ຫລາຍ​ຝ່າຍ.ໃນ​ຂະ​ນະ​ນັ້​ນ, ການໄປ​ປະ​ຕິ​ບັດ​ງານ ແລະ ເຄື່ອນ​ໄຫວວຽກງານ​ສອງ​ຝ່າຍຢູ່ ສ.ອາເມລິກາ ຂອງເລຂາທິການໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ ​ເພີ່ມ​ທະ​ວີ ​ການ​ພົບ​ປະ​ຂັ້ນ​ສູງ ແລກປ່ຽນກ່ຽວກັບ ບັນຫາທີ່ມີຄວາມໝາຍ ​ຍຸດ​ທະ​ສາດ, ຍາວນານ​ ສຳ​ລັບ ການພົວພັນ​ຂອງສອງ​ປະ​ເທດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top