ແລກປ່ຽນຄຳຄິດເຫັນ ກ່ຽວກັບການ ທົບທວນການພັດທະນາຂອງ ສປປ ລາວ

06/06/2024 19:23
Email Print 2744
ຂປລ ຂປລ. ກະຊວງ ແຜນການ ແລະ ການລົງທຶນ ຮ່ວມກັບ ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ຈັດກອງປະຊຸມປຶກສາຫາລືລະດັບສູງ ຂອງໜ່ວຍງານເສດຖະກິດ ມະຫາພາກປະຈຳປີ 2024 ໃນວັນທີ 5 ມິຖຸນາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ອາເລັກຊານເດີ ເຄຣເມີ ຫົວໜ້າຫ້ອງການ ທະນາຄານໂລກ ປະຈຳ ສປປ ລາວ ແລະ ທ່ານ ນາງ ໂຊໂນມີ ທະນາກະ ຫົວໜ້າຫ້ອງການທະນາຄານ ພັດທະນາອາຊີ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ກະຊວງ ແຜນການ ແລະ ການລົງທຶນ ຮ່ວມກັບ ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ຈັດກອງປະຊຸມປຶກສາຫາລືລະດັບສູງ ຂອງໜ່ວຍງານເສດຖະກິດ ມະຫາພາກປະຈຳປີ 2024 ໃນວັນທີ 5 ມິຖຸນາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ
, ທ່ານ ອາເລັກຊານເດີ ເຄຣເມີ ຫົວໜ້າຫ້ອງການ ທະນາຄານໂລກ ປະຈຳ ສປປ ລາວ ແລະ ທ່ານ ນາງ ໂຊໂນມີ ທະນາກະ ຫົວໜ້າຫ້ອງການທະນາຄານ ພັດທະນາອາຊີ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບການທົບທວນການພັດທະນາຂອງ ສປປ ລາວ ແລະ ມຸມມອງທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2024 ຂອງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ. ພ້ອມທັງ, ລາຍງານຄວາມຄືບໜ້າໃນ ການປັບປຸງ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນຂອງ ສປປ ລາວ ທີ່ເປັນນິຕິກຳທີ່ສໍາຄັນ ເພື່ອໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບ ການລົງທຶນໃນປດຈຸບັນ ແນໃສ່ເຮັດໃຫ້ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໄດ້ຮັບການ ປັບປຸງ ແລະ ແກ້ໄຂໄດ້ຢ່າງສອດຄ່ອງ ແລະ ທັນກັບສະພາບການ.



ທ່ານ ນາງ ພອນວັນ ອຸທະວົງ ໄດ້ມີຄຳເຫັນວ່າ: ການຈັດກອງປະຊຸມປຶກສາຫາລືລະດັບສູງ ຂອງໜ່ວຍງານເສດຖະກິດ ມະຫາພາກ ຄັ້ງທີ 1 ປະຈຳປີ 2024
  ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ການສ້າງແຜນພັດທະນາ 5 ປີ ຄັ້ງທີ 10 ຂອງ ສປປ ລາວ ໂດຍສະເພາະແມ່ນ ການຄຸ້ມຄອງ ແລະ ດັດສົມເສດຖະກິດມະຫາພາກ ໃຫ້ມີປະສິດທິຜົນສູງຂຶ້ນ ແລະ ປະກອບສ່ວນເຂົ້າໃນການແກ້ໄຂ ຄວາມຫຍຸ້ງຍາກ ທາງດ້ານເສດຖະກິດການເງິນ ເປັນຕົ້ນ ແມ່ນອັດຕາແລກປ່ຽນເງິນຕາ ແລະ ເງິນກີບອ່ອນຄ່າ. ພ້ອມກັນນີ້
, ຜົນຂອງການປຶກສາຫາລືໃນຄັ້ງນີ້, ແມ່ນຈະເປັນບ່ອນອີງສໍາຄັນ ເຂົ້າໃນການປັບປຸງບົດລາຍງານແຜນພັດທະນາ ເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2024 ຕໍ່ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ທີ່ຈະໄຂຂຶ້ນໃນອາທິດໜ້ານີ້.

ຜ່ານການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະ 6 ເດືອນຕົ້ນປີ 2024 ຂະແໜງການຕົ້ນຕໍ່ທີ່ຊຸກຍູ້ ໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ ແມ່ນມາຈາກຂະແໜງການບໍລິການ ເປັນຕົ້ນແມ່ນ ການບໍລິການທີ່ພັກອາໄສ ແລະ ຮ້ານອາຫານທີ່ຕິດພັນກັບການທ່ອງທ່ຽວ, ການຂົນສົ່ງ ແລະ ການຂາຍຍົກ-ຂາຍ ຍ່ອຍ (ການຂະຫຍາຍຕົວຂອງບັນດາຂະແໜງການເຫລົ່ານີ້, ສ່ວນໜຶ່ງ ແມ່ນມາຈາກການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ 2024 ແລະ ປີທ່ອງທ່ຽວລາວ), ເຖິງວ່າເສດຖະກິດ ຈະຂະຫຍາຍຕົວຢ່າງຕໍ່ເນື່ອງກໍຕາມ, ແຕ່ກໍບໍ່ ສາມາດຫລີກລ່ຽງສິ່ງທ້າທາຍຈໍານວນໜຶ່ງໄດ້ ໂດຍສະເພາະ ສະຖຽນລະພາບເສດຖະກິດມະຫາພາກ ເປັນຕົ້ນ ອັດຕາເງິນເຟີ້ໃນລະດັບສູງ ແລະ ໝົດປີ 2024 ຄາດວ່າຈະຢູ່ໃນລະດັບ 2 ຕົວເລກ, ຍ້ອນໄດ້ຮັບຜົນກະທົບ ຈາກຫລາຍປັດໃຈ ທັງພາຍໃນ ແລະ ພາຍນອກ.

ຂ່າວ: ວຽງສະຫວັນ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • 6 ເດືອນຕົ້ນປີ ເສດຖະກິດແຂວງຊຽງຂວາງ ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດແຂວງຊຽງຂວາງ ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງ

      7/17/2025 5:48:15 PM

      ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ຄະນະພັກ-ອົງການປົກຄອງ ແຂວງຊຽງຂວາງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງຕິດພັນກັບ ວຽກງານ 3 ສ້າງ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ ຈັງຫວະການຂະຫຍາຍຕົວ ຂອງເສດຖະກິດ ມີທ່າອ່ຽງເພີ່ມຂຶ້ນ ແລະ ລື່ນຄາດໝາຍທີ່ໄດ້ວາງໄວ້

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top