ຊັ້ນມັດທະຍົມສຶກສາ ທົ່ວປະເທດ ກຽມເສັງຈົບຊັ້ນ ກາງເດືອນມິຖຸນານີ້

04/06/2024 11:18
Email Print 2848
ຂປລ ຂປລ. ໃນສົກຮຽນ 2023-2024 ທົ່ວປະເທດ ມີນັກຮຽນຜູ້ມີສິດສອບເສັງ ຈົບຊັ້ນມັດທະຍົມຕອນຕົ້ນ (ມ4) ແລະ ຊັ້ນມັດທະຍົມຕອນປາຍ (ມ7) ທັງໝົດ 115.594 ຄົນ, ເຊິ່ງຈະສອບເສັງ ໃນກາງເດືອນມິຖຸນາ 2024 ນີ້ ໂດຍມີ 8 ແຂວງຈະນໍາໃຊ້ເຄື່ອງຈັກກວດບົດສອບເສັງຈົບ ໃນຂັ້ນ ມ7 ເປັນຄັ້ງທຳອິດ.




ຂປລ. ໃນສົກຮຽນ
2023-2024 ທົ່ວປະເທດ ມີນັກຮຽນຜູ້ມີສິດສອບເສັງ ຈົບຊັ້ນມັດທະຍົມຕອນຕົ້ນ (ມ4) ແລະ ຊັ້ນມັດທະຍົມຕອນປາຍ (ມ7) ທັງໝົດ 115.594 ຄົນ, ເຊິ່ງຈະສອບເສັງ ໃນກາງເດືອນມິຖຸນາ 2024 ນີ້ ໂດຍມີ 8 ແຂວງຈະນໍາໃຊ້ເຄື່ອງຈັກກວດບົດສອບເສັງຈົບ ໃນຂັ້ນ ມ7 ເປັນຄັ້ງທຳອິດ.

ກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາ ມ4 ແລະ ມ7 ປະຈຳສົກຮຽນ 2023-2024 ຢ່າງເປັນທາງການ ໃນຮູບແບບເຊິ່ງໜ້າ ແລະ ອອນລາຍ ໃນວັນທີ 3 ມິຖຸນາ 2024 ທີ່ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານຂອງທ່ານ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຕາງໜ້າຈາກກົມສາມັນສຶກສາ, ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫລວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.





ທ່ານ ນາງ ຄຳປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາ ໃຫ້ຮູ້ວ່າ: ໃນສົກຮຽນ
2023-2024 ທົ່ວປະເທດມີໂຮງຮຽນມັດທະຍົມ ທັງໝົດ 1.852 ແຫ່ງ, ເອກະຊົນ 140 ແຫ່ງ ໃນນັ້ນ, ໂຮງຮຽນ ມັດທະຍົມຕອນຕົ້ນ 978 ແຫ່ງ, ໂຮງຮຽນມັດທະຍົມຕອນປາຍ 32 ແຫ່ງ ແລະ ໂຮງຮຽນມັດທະຍົມສົມບູນ 842 ແຫ່ງ. ປັດຈຸບັນ, ທຸກແຂວງໄດ້ສໍາເລັດ ການຈັດການຮຽນ-ການສອນ ຕາມຫລັກສູດ, ສໍາເລັດການເກັບກໍາສະຖິຕິ ຈໍານວນສູນສອບເສັງ, ຫ້ອງສອບເສັງ, ນັກສອບເສັງ, ກະກຽມສະຖານທີ່, ອາຄານ, ຫ້ອງຮຽນ, ວັດຖຸ-ອຸປະກອນ ລວມເຖິງງົບປະມານ ຮັບໃຊ້ການສອບເສັງເປັນຢ່າງດີ. ນອກຈາກນີ້, ພະແນກສຶກສາທິການ ແລະ ກິລາແຂວງ ແມ່ນໄດ້ສຳເລັດການແຕ່ງຕັ້ງ ຄະນະກໍາມະການຊີ້ນຳ ແລະ ຕັດສິນຜົນການສອບເສັງຈົບຊັ້ນ ມ4 ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ສຳເລັດ ການແຕ່ງຕັ້ງຄະນະກຳມະການຊີ້ນຳ ແລະ ຕັດສິນຜົນການສອບເສັງຈົບຊັ້ນ ມ7. ສໍາລັບ ມ4 ມີນັກສອບເສັງ 68.850 ຄົນ ຍິງ 32.217 ຄົນ ໃນນີ້, ມີນັກສອບເສັງບີແລັງ 250 ຄົນ ຍິງ 150 ຄົນ, ນັກສອບເສັງສົງ 997 ອົງ, ທຽບໃສ່ສົກຮຽນ 2022-2023 ຫລຸດລົງ 7.472 ຄົນ ພ້ອມນີ້, ມີສູນສອບເສັງທັງໝົດ 579 ສູນ ຊຶ່ງຈະສອບເສັງ ໃນລະຫວ່າງ ວັນທີ 11-13 ມິຖຸນາ 2024 ແລະ ຈະມີການ ເສັງຄືນສໍາລັບນັກຮຽນ ທີ່ຂາດສອບເສັງມີເຫດຜົນ ໃນວັນທີ 18-20 ມິຖຸນາ 2024. ສ່ວນ ມ7 ມີນັກສອບເສັງທັງໝົດ 46.744 ຄົນ ຍິງ 22.338 ຄົນ ໃນນີ້, ມີນັກສອບເສັງບີແລັງ 159 ຄົນ, ຍິງ 103 ຄົນ, ນັກສອບເສັງສົງ 590 ອົງ, ຖ້າທຽບໃສ່ສົກຮຽນ 2022-2023 ຫລຸດລົງ 3.532 ຄົນ ແລະ ມີສູນສອບເສັງທັງໝົດ 292 ສູນ ໂດຍຈະສອບເສັງໃນລະຫວ່າງ ວັນທີ 19-21 ມິຖຸນາ 2024 ແລະ ສອບເສັງຄືນສໍາລັບນັກຮຽນ ທີ່ຂາດສອບເສັງມີເຫດຜົນ ໃນວັນທີ 25-27 ມິຖຸນາ 2024. ສົກຮຽນນີ້ ເປັນສົກຮຽນທຳອິດ ທີ່ອະນຸມັດໃຫ້ 8 ແຂວງມີ: ແຂວງວຽງຈັນ, ຫລວງພະບາງ, ຫົວພັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ ແລະ ນະຄອນຫລວງວຽງຈັນ ນໍາໃຊ້ເຄື່ອງຈັກ ກວດບົດສອບເສັງຈົບຊັ້ນ ມ7. ສຳລັບ ວິຊາພາສາລາວ-ວັນນະຄະດີ ພາກອັດຕະໄນ ແມ່ນຍັງນໍາໃຊ້ກຳມະການ ກວດບົດສອບເສັງ ໂດຍຈະປະກາດຜົນສອບເສັງ ລົງເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນອາທິດທີ 3 ຂອງເດືອນກໍລະກົດ 2024.





ໂອກາດນີ້
, ທ່ານ ສຳລານ ພັນຄະວົງ ໄດ້ຮຽກຮ້ອງໃຫ້ຄະນະນໍາຂັ້ນທ້ອງຖິ່ນ, ຜູ້ບໍລິຫານການສຶກສາທຸກຂັ້ນ, ທະຫານ, ຕໍາຫລວດ, ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຄະນະພັດທະນາ ການສຶກສາຂັ້ນບ້ານ, ສະມາຄົມພໍ່ແມ່ຜູ້ປົກຄອງນັກຮຽນ, ຊຸມຊົນ, ຄູສອນ ແລະ ນັກຮຽນທຸກຂັ້ນ, ທຸກພາກສ່ວນຈົ່ງຊ່ວຍກັນເປັນຫູເປັນຕາ ໃນການຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕະຫລອດໄລຍະ ຂອງການສອບເສັງ ເພື່ອຫລີກລ້ຽງປະກົດການຫຍໍ້ທໍ້ ສິ່ງທີ່ບໍ່ເພິ່ງປາຖະໜາຈະເກີດຂຶ້ນ.

ຂ່າວ: ບົວລະພາ
KPL

ຂ່າວອື່ນໆ

ads
ads

Top