ບົດບາດຂອງຄູ

09/10/2024 07:15
Email Print 512
ຂປລ ວັນທີ 7 ຕຸລາ ແມ່ນວັນຄູແຫ່ງ ຊາດ ເຊິ່ງມີປະຫວັດຄວາມເປັນມາສໍາຄັນ ພົວພັນເຖິງບົດບາດຂອງຜູ້ມີອາຊີບສິດສອນໃຫ້ຄວາມຮູ້ກໍ່ຄືຄູ.

           *ວັນທີ 7 ຕຸລາ ແມ່ນວັນຄູແຫ່ງຊາດ ເຊິ່ງມີປະຫວັດຄວາມເປັນມາ ສໍາຄັນ ພົວພັນເຖິງບົດບາດຂອງຜູ້ ມີອາຊີບສິດສອນໃຫ້ຄວາມຮູ້ ກໍ່ຄືຄູ. ພັກເຮົາ ຖືເອົາການສ້າງເສດຖະກິດ ເປັນໜ້າທີ່ໃຈກາງແມ່ນເພື່ອສ້າງເງື່ອນໄຂ ແລະ ເພີ່ມຂີດຄວາມສາມາດໃນການພັດທະນາຄົນ ແລະ ການພັດທະນາສັງຄົມ (ສຶກສາ, ກິລາ, ສາທາລະນະສຸກ, ວັດທະນະ ທໍາ, ແຮງງານ-ສະຫວັດດີການ, ການປະດິດສ້າງ ແລະ ການຮັກສາສິ່ງແວດລ້ອມ...) ເຊິ່ງເນື້ອແທ້ ແມ່ນການສ້າງຄວາມຈະເລີນດ້ານວັດຖຸ ແລະ ການສ້າງຄວາມສີວິໄລທາງດ້ານຈິດໃຈໄປພ້ອມໆກັນ.

            ຕະຫຼອດໄລຍະທີ່ຜ່ານມາ ພາຍໃຕ້ການນໍາພາຂອງພັກ ແລະ ລັດ ຖະບານບວກໃສ່ກັບຄວາມເອົາໃຈໃສ່ພະຍາຍາມຂອງຜູ້ບໍລິຫານການສຶກສາ ແລະ ກິລາ, ຄູ-ອາຈານ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ ທຸກພາກສ່ວນໃນສັງຄົມທັງພາກລັດ ແລະ ພາກເອກະຊົນ, ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນຄູ່ຮ່ວມພັດທະນາຕໍ່ການພັດທະນາການສຶກສາ ແລະ ກິລາກໍ່ຄື ການພັດທະນາຖັນແຖວຄູ-ອາຈານ ເຮັດໃຫ້ເຂົາເຈົ້າມີໂອກາດໄດ້ພັດທະນາຕົນເອງຫລາຍຂຶ້ນ ແລະ ກາຍເປັນກໍາລັງແຮງທີ່ສໍາຄັນໜຶ່ງໃນການພັດທະນາການສຶກສາ ແລະ ກິລາໃຫ້ມີການຫັນປ່ຽນໃໝ່ທີ່ດີ ຂຶ້ນເປັນລໍາດັບທີ່ເປັນຮູບປະທໍານັບທັງດ້ານປະລິມານ ແລະ ຄຸນະພາບ, ເຊິ່ງສະແດງອອກໃນສະຖານການສຶກສາລະດັບຕ່າງໆໂດຍສະເພາະສາຍສາມັນສຶກສາທັງພາກລັດ ແລະ ພາກເອກະຊົນໄດ້ເພີ່ມຂຶ້ນ ໃນແຕ່ລະປີ ເປັນການສ້າງເງື່ອນໄຂ ແລະ ໂອກາດໃຫ້ປະຊາຊົນລາວບັນດາເຜົ່າໄດ້ເຂົ້າເຖິງການສຶກສາຫລາຍຂຶ້ນ.

            ເຖິງຢ່າງໃດກໍ່ດີ, ຕິດພັນການພັດທະນາຊັບພະຍາກອນມະນຸດ ສໍາຄັນອັນໜຶ່ງກໍ່ແມ່ນວຽກງານຄູ, ສະນັ້ນ ຈຶ່ງຂໍຍົກເອົາບາງເນື້ອໃນຈິດໃຈ ທິດຊີ້ນໍາຂອງທ່ານ ທອງ ລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດຕໍ່ກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ ເມື່ອບໍ່ດົນນີ້ມາພ້ອມກັນທົບທວນແລກປ່ຽນຄໍາເຫັນນໍາກັນວ່າ ຈະເຮັດແນວໃດ ເພື່ອຈະເຮັດໃຫ້ແນວຄິດຊີ້ນໍາບັນລຸຜົນຕາມເງື່ອນໄຂຕົວຈິງໄດ້ ໃນນັ້ນ ເພິ່ນໄດ້ເນັ້ນໜັກວ່າ: “...ໃນຕໍ່ໜານີ້ ຕ້ອງວາງແຜນກໍ່ສ້າງ, ບໍາລຸງຖັນແຖວຄູອາຈານ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ເພື່ອສູ້ຊົນເຮັດໃຫ້ໂຮງຮຽນມີຄູພຽງພໍຕາມເກນ ທີ່ວາງໄວ້; ຄູເປັນແມ່ພິມຂອງຊາດ, ເປັນຜູ້ມີບົດບາດສໍາຄັນຕໍ່ການສຶກສາ, ຕ້ອງປັບປຸງນະໂຍບາຍຊຸກຍູ້, ສົ່ງເສີມທີ່ຖືກຕ້ອງ, ເໝາະສົມຕໍ່ຄູ, ສອດຄ່ອງກັບສະພາບເສດຖະກິດ-ສັງຄົມ (ລະບອບເງິນເດືອນ, ເງິນອຸດໜູນ, ສະຫວັດດີການ, ສິດທິປະໂຫຍດອື່ນໆ...); ດຶງນັກຮຽນເກັ່ງໄປຮຽນວິຊາຄູຕາມທິດນາຍຄູເກັ່ງ ລູກສິດຈຶ່ງເກັ່ງ; ສຸມໃສ່ສ້າງຖັນແຖວຄູ-ອາຈານ ໃຫ້ໄດ້ມາດຕະຖານດ້ານວິຊາການ ແລະ ມີຈັນຍາບັນໜັກແໜ້ນ ເພື່ອສະໜອງໃຫ້ການສຶກສາທຸກລະດັບ; ເອົາໃຈໃສ່ຄັດເລືອກ, ເລືອກເຟັ້ນ, ສອບບັນຈຸຄູທີ່ຮັບປະກັນມາດຕະຖານ; ຄະນະພັກ, ອັງການປົກຄອງ, ຜູ້ບໍລິຫານການສຶກສາ, ຄູຕ້ອງເຂົ້າແກັບ-ເຂົ້າເກຍ ແລະ ໄປລວງດຽວໃນການປະຕິບັດທິດນໍາ, ນະໂຍບາຍດ້ານການສຶກສາໂດຍສະເພາະແກ້ໄຂບັນຫາຄູອາສາ ແລະ ການຂາດແຄນຄູສອນຢູ່ຊົນນະບົດຫ່າງໄກສອກຫລີກ, ຢູ່ ຮາກຖານບ້ານ; ປະຕິບັດນະໂຍບາຍ ນໍາໃຊ້ຄູຈາກຫລາຍພາກສ່ວນ ໂດຍສະເພາະເອົາທະຫານ, ຕໍາຫລວດ ໄປເປັນຄູ ຫລື ເອົາຄູອາສາເຂົ້າເປັນທະຫານ, ເປັນຕໍາຫລວດ...”.

           ສະຫລຸບວ່າ ຄູແມ່ນຜູ້ມີບົດບາດ ຕໍ່ການພັດທະນາຊັບພະຍາກອນມະນຸດ ເຊິ່ງເນື້ອແທ້ກໍ່ແມ່ນການພັດທະນາຄົນ, ພວກເຮົາບໍ່ອາດປ່ອຍປະເປັນໄປຕາມມີຕາມເກີດ, ແນ່ນອນຕ້ອງສຸມທຸກກໍາລັງແຮງ ກໍ່ຄືທ່າແຮງທີ່ເຮົາມີ ເພື່ອສ້າງ ແລະ ພັດທະນາຄູ ໃຫ້ສົມຄູກັບການພັດທະນາແຕ່ລະໄລຍະ. ຜູ້ທີ່ເປັນຄູແລ້ວ ກໍ່ຕ້ອງບືນຕົວ ຝຶກຝົນຫລໍ່ຫລອມຕົນເອງຢູ່ສະເໝີ ເພື່ອໃຫ້ທັນສະພາບແຫ່ງ ຄວາມຕ້ອງການຕົວຈິງ.

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

    • ສະຫລອງວັນເດັກຍິງສາກົນ ແລະ ວັນເກີດ ນາງ ນ້ອຍ ຄົບຮອບ 18 ປີສຶກສາ-ກິລາ

      ສະຫລອງວັນເດັກຍິງສາກົນ ແລະ ວັນເກີດ ນາງ ນ້ອຍ ຄົບຮອບ 18 ປີ

      10/15/2024 3:54:14 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA), ບັນດາຄູ່ຮ່ວມງານທັງພາຍໃນ ແລະ ຕ່າງປະເທດ ຈັດສະ​ເຫລີ​ມສະຫລອງ ​ວັນ​ເດັກ​ຍິງ​ສາກົນ ​ແລະ ວັນສ້າງ​ຕັ້ງ​ແຜນ​ງານ​ ນາງ​ນ້ອຍ ​ຄັ້ງ​ທີ 8 ຄົບຮອບ 18 ປີ ພາຍ​ໃຕ້​ຫົວ​ຂໍ້: “ວິ​ໄສ​ທັດ​ຂອງ​ເດັກ​ຍິງ​ ເພື່ອ​ອະນາຄົດ ​ໃນ​ວັນ​ທີ 15 ຕຸລາ 2024.

    • ທົບທວນບາງຄຳສັບ ທີ່ມັກຂຽນບໍ່ຖືກ ສຶກສາ-ກິລາ

      ທົບທວນບາງຄຳສັບ ທີ່ມັກຂຽນບໍ່ຖືກ

      10/10/2024 6:18:55 PM

      ຄືດັ່ງໄດ້ສະເໜີຜ່ານມາ, ຄໍາ ສັບໃນພາສາລາວ ຈໍານວນໜຶ່ງມີ ພື້ນສຽງ ເວລາອ່ານຄ້າຍຄືກັນ.

    • ພັກ-ລັດຖະບານ ເວລາໃດກໍໃຫ້ ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ຄູ ສຶກສາ-ກິລາ

      ພັກ-ລັດຖະບານ ເວລາໃດກໍໃຫ້ ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ຄູ

      10/7/2024 1:44:24 PM

      ຂປລ. ພັກ ແລະ ລັດຖະບານ ເວລາໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ຄູ ແລະ ຖືເອົາຄູສອນເປັນກົກ ໃນການຍົກສູງຄຸນນະພາບ ຂອງການສຶກສາ ກໍຄື ການພັດທະນາ ຊັບພະຍາ ກອນມະນຸດ ເພາະວ່າຄູມີບົດບາດສໍາຄັນ ໃນການສ້າງອະນາຄົດ ໃຫ້ຄົນແຕ່ລະຮຸ່ນໃຫ້ມີຄວາມຮູ້ ຄວາມສາມາດດ້ານຕ່າງໆ ໃຫ້ກ້າວໜ້າເຂັ້ມແຂງ.

    • ຄູ ມີຄວາມສຳຄັນຫລາຍຕໍ່ການ ພັດທະນາຊັບພະຍາກອນມະນຸດສຶກສາ-ກິລາ

      ຄູ ມີຄວາມສຳຄັນຫລາຍຕໍ່ການ ພັດທະນາຊັບພະຍາກອນມະນຸດ

      10/3/2024 8:51:47 PM

      ຂປລ. ຄູຄືແມ່ພິມຂອງຊາດ ​ເປັນຜູ້ທີ່ມີຄວາມສຳຄັນຫລາຍ ໃນການພັດທະນາຊັບພະຍາກອນມະນຸດ, ເປັນຜູ້ຖ່າຍທອດບົດຮຽນ, ຖ່າຍທອດຄວາມຮູ້ຄວາມສາມາດ ໃຫ້ກັບຄົນທຸກຮຸ່ນ, ທຸກໄວໃນທົ່ວສັງຄົມ, ທັງເປັນຜູ້ສ້າງບຸກຄະລາກອນ ທີ່ມີຄວາມຮູ້, ຄວາມສາມາດອອກສູ່ສັງຄົມ ເພື່ອສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.

    • ບົດບາດສຳຄັນ ຂອງຄູ ໃນການປົກປ້ອງ ແລະ ຮັກສາຄວາມປອດໄພ ສຳລັບເດັກຢູ່ ສປປ ລາວສຶກສາ-ກິລາ

      ບົດບາດສຳຄັນ ຂອງຄູ ໃນການປົກປ້ອງ ແລະ ຮັກສາຄວາມປອດໄພ ສຳລັບເດັກຢູ່ ສປປ ລາວ

      10/2/2024 2:50:27 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າເຖິງ ການສຶກສາຂັ້ນພື້ນຖານຢູ່ໃນ ສປປ ລາວ (ແຜນງານບີຄວາ) ຈັດຝຶກອົບຮົມວຽກງານການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ໃນຂະແໜງການສຶກສາ ​ໃນວັນທີ 2 ຕຸລາ 2024 ທີ່ວິທະຍາໄລຄູຄັງໄຂ, ແຂວງຊຽງຂວາງ

ads
ads

Top