ບຣາເຕີທົວ ຈະດຶງເອົານັກທ່ອງທ່ຽວຕ່າງປະເທດ ເຂົ້າມາລາວ 1 ພັນກວ່າຄົນ ໃນປີ 2024

04/06/2024 11:08
Email Print 1843
ຂປລ ຂປລ. ໃນປີ 2024 ນີ້, ບໍລິສັດ ບຣາເຕີທົວ ຈຳກັດຜູ້ດຽວ ຕັ້ງເປົ້າຈະດຶງເອົານັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ໄດ້ 800-1.000 ກວ່າຄົນ ເພື່ອປະກອບສ່ວນ ເຂົ້າໃນປີທ່ອງທ່ຽວລາວ 2024 ໃຫ້ເປັນຂະບວນການຟົດຟື້ນ ທັງດຶງດູດເອົາເງິນຕາຕ່າງປະເທດ ເຂົ້າມາ ສປປ ລາວ ໃຫ້ຫລາຍຂຶ້ນ ເພື່ອເຮັດໃຫ້ການທ່ອງທ່ຽວ ຢູ່ ສປປ ລາວ ມີທ່າອ່ຽງຂະຫຍາຍຕົວຂຶ້ນໄປເລື້ອຍໆ.





ຂປລ. ໃນປີ
2024 ນີ້, ບໍລິສັດ ບຣາເຕີທົວ ຈຳກັດຜູ້ດຽວ ຕັ້ງເປົ້າຈະດຶງເອົານັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ໄດ້ 800-1.000 ກວ່າຄົນ ເພື່ອປະກອບສ່ວນ ເຂົ້າໃນປີ ທ່ອງທ່ຽວລາວ 2024 ໃຫ້ເປັນຂະບວນການຟົດຟື້ນ ທັງດຶງດູດເອົາເງິນຕາຕ່າງປະເທດ ເຂົ້າມາ ສປປ ລາວ ໃຫ້ຫລາຍຂຶ້ນ ເພື່ອເຮັດໃຫ້ການທ່ອງທ່ຽວ ຢູ່ ສປປ ລາວ ມີທ່າອ່ຽງຂະຫຍາຍ ຕົວຂຶ້ນໄປເລື້ອຍໆ.




ທ່ານ ບຸນເຄນ ເຢຍລີເຮີ ຜູ້ອຳນວຍການ ບໍລິສັດ ບຣາເຕີທົວ ຈຳກັດຜູ້ດຽວ ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ໃນວັນທີ
3 ມິຖຸນາ 2024 ນີ້ວ່າ: ບໍລິສັດ ບຣາເຕີທົວ ເລີ່ມເປີດໃຫ້ ບໍລິການນຳທ່ຽວ ພາຍໃນປະເທດ ໃນປີ 2023 ເປັນຕົ້ນມາ ແລະ ເປັນບໍລິສັດນຳທ່ຽວ ທີ່ນຳເອົານັກທ່ອງທ່ຽວຕ່າງປະເທດ ຈາກທົ່ວທຸກມູມໂລກ ເຂົ້າມາທ່ອງທ່ຽວ ຢູ່ບັນດາແຂວງ ໃນຂອບເຂດ ທົ່ວປະເທດຂອງ ສປປ ລາວ ໄດ້ 200 ກວ່າຄົນ ເຊິ່ງນັກທ່ອງທ່ຽວສ່ວນໃຫຍ່ ແມ່ນມາຈາກ ສປ ຈີນ, ອິນເດຍ, ອົດສະຕຣາລີ, ເອີຣົບ ແລະ ອື່ນໆ ເນື່ອງຈາກເປີດບໍລິສັດໃໝ່ ຈຶ່ງເຮັດໃຫ້ຈຳນວນ ນັກທ່ອງທ່ຽວໄດ້ໜ້ອຍ.





ບໍລິສັດ ບຣາເຕີທົວ ມີຫລາກຫລາຍບໍລິການ ເປັນຕົ້ນ
ບໍລິການນຳທ່ຽວທາງດ້ານປະຫວັດສາດ, ວັດທະນະທຳ, ຮີດຄອງປະເພນີ, ນຳທ່ຽວແບບທຳມະຊາດ, ການສຶກສາ, ປະຊາຊົນມີສ່ວນຮ່ວມ ກໍຄື ນຳພານັກທ່ອງທ່ຽວ ເຂົ້າຫາແຫລ່ງທ່ອງທ່ຽວ ທາງປະຫວັດສາດ, ວັດທະນະທຳ, ທຳມະຊາດທີ່ສວຍງາມ ຢູ່ບັນດາແຂວງ ໃນຂອບເຂດທົ່ວປະເທດ ແລະ ນຳພານັກທ່ອງທ່ຽວ ເຂົ້າຫາປະຊາຊົນທ້ອງຖິ່ນ, ຊົນເຜົ່າ ເພື່ອສຶກສາ ຮຽນຮູ້ ວັດທະນະທຳ ຊີວິດການເປັນຢູ່, ການນຸ່ງຖື ຂອງປະຊາຊົນລາວບັນດາເຜົ່າ. ຢ່າງໃດກໍ່ຕາມ ບໍລິສັດ ບຣາເຕີທົວ ໄດ້ວາງເປົ້າໝາຍໃນປີ 2024 ຈະດຶງເອົານັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວ ຢູ່ບັນດາແຂວງ ໃນຂອບເຂດທົ່ວປະເທດ ໃຫ້ໄດ້ 800-1.000 ກວ່າຄົນ ເພື່ອປະກອບສ່ວນເຮັດໃຫ້ປີທ່ຽວທ່ຽວລາວ 2024 ມີບັນຍາກາດຟົດຟື້ນ ທັງປະກອບສ່ວນເຮັດໃຫ້ການທ່ອງທ່ຽວຢູ່ ສປປ ລາວ ມີບັນຍາກາດຄຶກຄື້ນ ຮັກສາໄດ້ຮີດຄອງປະເພນີ ອັນດີງາມ ຂອງຊາດລາວເຮົາ. ໃນໄລຍະ 5 ເດືອນຄົ້ນປີ ບໍລິສັດ ໄດ້ບໍລິການນຳທ່ຽວ ນັກທ່ອງທ່ຽວຕ່າງປະເທດ 200 ກວ່າເທື່ອຄົນ.





ເພື່ອກຽມແກ່ ສປປ ລາວ ເປັນເຈົ້າພາບ ຈັດກອງປະຊຸມ ຊຸດຍອດອາຊຽນ ໃນທ້າຍປີ
2024 ທີ່ຈະມາເຖິງນີ້, ບໍລິສັດ ບຣາເຕີທົວ ໄດ້ກຽມຄວາມພ້ອມຮອບດ້ານ ເພື່ອນຳພານັກທ່ອງທ່ຽວຕ່າງປະເທດ ທີ່ຈະເຂົ້າມາ ສປປ ລາວ ໄປທ່ອງທ່ຽວຊົມບັນດາແຂວງ, ເມືອງ, ບ້ານ ທີ່ມີແຫລ່ງທ່ອງທ່ຽວ ທາງດ້ານປະຫວັດສາດ, ວັດທະນະທຳ, ທຳມະຊາດ ທີ່ສວຍສົດງົດງາມ ແຕ່ເໜືອຕະຫລອດໃຕ້ ໃນຂອບເຂດ ທົ່ວປະເທດ ເພື່ອໂຄສະນາເຜີຍແຜ່ ວັດທະນະທຳ, ຮີດຄອງປະເພນີອັນດີງາມ ຂອງຊາດລາວ ອອກສູ່ສາກົນ ກໍຄື ບັນດາປະເທດ ໃນທົ່ວທຸກມູມໂລກ ໄດ້ຮັບຮູ້ ສປປ ລາວ ຢ່າງທົ່ວເຖິງ.

ຂ່າວ: ທະນູທອງ, ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

    • ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນທ່ອງທ່ຽວ

      ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນ

      7/8/2025 2:26:32 PM

      ຂປລ. ໃນລະຫວ່າງ ວັນທີ 29 ມີຖຸນາ ຫາ 3 ກໍລະກົດ 2025 ຢູ່ແຂວງກຸຍໂຈວ ສປ ຈີນ. ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ເປັນບໍລິສັດໜຶ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມພົບປະການທ່ອງທ່ຽວ ລະຫວ່າງ ພະແນກການທ່ອງທ່ຽວແຂວງກຸຍໂຈວ ແລະ ບໍລິສັດທ່ອງທ່ຽວຈາກ ສປປ ລາວ, ໄທ ແລະ ມາເລເຊຍ

    • ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟທ່ອງທ່ຽວ

      ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟ

      7/7/2025 12:19:25 PM

      ຖ້ຳນ້ຳລອດ ເຊບັ້ງໄຟ, ຖ້ຳນີ້ບໍ່ຕັ້ງຢູ່ເມືອງເຊບັ້ງໄຟຕາມຊ່ື່ເລີຍ ແລະ ກໍບໍ່ແມ່ນຕົ້ນກຳເນີດຂອງນ້ຳເຊບັ້ງໄຟ ເພາະຄວາມຈິງແລ້ວຖ້ຳແຫ່ງນີ້ຕັ້ງຢູ່ບ້ານໜອງປີງ ເມືອງບົວລະພາ ແຂວງຄຳມ່ວນ ຫ່າງຈາກຕົວເມືອງໄປທາງທິດຕາເວັນອອກສຽງເໜືອປະມານ 15 ກິໂລແມັດ.

    • 6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບທ່ອງທ່ຽວ

      6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບ

      6/30/2025 1:22:05 PM

      ຂປລ. ໄລຍະ 6 ເດືອນຕົ້ນປີ 2025, ການຈັດຕັ້ງປະຕິບັດ-ຄຸ້ມຄອງ ການຈັດເກັບລາຍຮັບ ຢູ່ແຂວງຫລວງພະບາງ ປະຕິບັດໄດ້ 1,2 ຕື້ກວ່າກີບ, ເທົ່າກັບ 61,79% ເຊິ່ງທ່າແຮງພື້ນຖານ ໃນການສ້າງລາຍຮັບຫລັກ ແມ່ນການບໍລິການດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ.

ads
ads

Top