ອ່າງນໍ້າງື່ມ 1 ເປັນແຫລ່ງທ່ອງທ່ຽວຍອດນິຍົມ

04/06/2024 09:04
Email Print 1925
ຂປລ 4 ແຫລ່ງທ່ອງທ່ຽວທີ່ມີຊື່ສຽງຄື: ອ່າງນໍ້າງື່ມໜ້າເຂື່ຶອນໄຟຟ້ານໍ້າ ງື່ມ 1-2, ຫາດຊາຍຂາວ, ພູເຂົາຄວາຍ ແລະ ປ່າແປກ ໄດ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວຍອດນິຍົມທີ່ໜ້າຄົ້ນຫາ.

    *4 ແຫລ່ງທ່ອງທ່ຽວທີ່ມີຊື່ສຽງຄື: ອ່າງນໍ້າງື່ມໜ້າເຂື່ຶອນໄຟຟ້ານໍ້າ ງື່ມ 1-2, ຫາດຊາຍຂາວ, ພູເຂົາຄວາຍ ແລະ ປ່າແປກ ໄດ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວຍອດນິຍົມທີ່ໜ້າຄົ້ນຫາ ແລະ ຄວນໄປສໍາຜັດທັງໃນລະດູແລ້ງ, ລະດູຝົນ ແລະ ລະດູໜາວທ່າມກາງທໍາມະຊາດທີ່ອຸດົມສົມບູນ ແລະ ມີປະຫວັດຄວາມເປັນມາເຊື່ອງຊ້ອນຢ່າງຫລວງຫລາຍ. ລະຫວ່າງ 3-4 ປີຜ່ານອໍານາດການປົກຄອງແຂວງ ວຽງຈັນ ໄດ້ມີຄວາມພະຍາຍາມບໍ່ໜ້ອຍເພື່ອພັດທະນາແຫລ່ງທ່ອງທ່ຽວຕ່າງໆ ໃຫ້ກາຍເປັນຈຸດເຕົ້າໂຮມນັກທ່ອງທ່ຽວ.

   

   ຫລ້າສຸດ ທ່ານ ຄໍາຟອງ ພັນປະດິດ ປະທານບໍລິສັດ ຄໍາຟອງກຣູບ ຈຳກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ໂຄງການພັດທະນາປັບປຸງ ແລະ ຍົກລະດັບແຫລ່ງທ່ອງທ່ຽວອ່າງນໍ້າງື່ມ ໂດຍໄດ້ຮັບທຶນຊ່ວຍເຫລືອຈາກການທະນາຄານພັດທະນາອາຊີ (ADB) ເພື່ອຊ່ວຍເຫລືອລັດຖະບານລາວ ເຊິ່ງພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ ເປັນເຈົ້າຂອງໂຄງການໄດ້ຈັດຕັ້ງປະຕິບັດມາແຕ່ ວັນທີ 1/7/2021 ແລະ ກຳນົດສຳເລັດໃນວັນທີ 30/6/2023 ໃຊ້ໄລຍະເວລາການກໍ່ສ້າງ 24 ເດືອນ, ມູນຄ່າການກໍ່ສ້າງຕາມສັນຍາເບື້ອງຕົ້ນແມ່ນ 4.669.065 ໂດລາ, ແຕ່ເນື່ອງຈາກວ່າໃນການກໍ່ສ້າງໂຄງການໄດ້ມີໜ້າວຽກເພີ່ມພາຍຫລັງທີ່ໄດ້ປະຕິບັດຕົວຈິງດັ່ງນັ້ນ ຈຶ່ງໄດ້ມີການຕໍ່ສັນຍາອອກໄປອີກ 1 ປີໂດຍເລີ່ມແຕ່ວັນທີ 1/7/2023 ຫາ 30/6/2024 ມູນຄ່າເພີ່ມແມ່ນ 661.734,13 ໂດລາ, ລວມເປັນມູນຄ່າທັງໝົດໃນສັນຍາ 5.330.799  ໂດລາ.


     ໜ້າວຽກຕົ້ນຕໍຂອງໂຄງການ ແມ່ນແບ່ງເປັນ 2 ໜ້າວຽກຄື:1.ປັບປຸງຂະຫຍາຍເສັ້ນທາງຈາກທາງເດ່ີມປູຢາງເປັນທາງຄອນກີດຄວາມກວ້າງ 6 ແມັດ, ຄວາມຍາວທັງໝົດ 6,3 ກິໂລແມັດ ແລະ ມີຮ່ອງລະບາຍນ້ຳສອງຂ້າງທາງ. 2. ປັບປຸງເຂດທ່າຈອດເຮືອເຊິ່ງປະກອບມີທ່າຈອດເຮືອ, ອາຄານຮ້ານຄ້າ, ຈຸດຊົມທິວທັດ, ຂັ້ນໄດ ແລະ ອື່ນໆ, ໃນການຈັດຕັ້ງປະຕິບັດໂຄງການນີ້ກໍ່ຍັງມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກບາງດ້ານໃຫ້ຕ້ອງປະເຊີນແລະແກ້ໄຂ້, ໃນນັ້ນຂໍ້ສະດວກກໍ່ຄືໜ່ວຍງານທ່ີຮັບຜິດຊອບໃນໂຄງການ ໄດ້ອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດວຽກຂອງທາງບໍລິສັດເປັນຢ່າງດີ, ດ້ານຫຍຸ້ງຍາກໃນການປະຕິບັດໂຄງການກໍ່ສ້າງກໍ່ຄື: ເຂດກໍ່ສ້າງອ່າງນ້ຳງື່ມຫລາຍໜ້າວຽກແມ່ນຕິດພັນກັບລະດັບນ້ຳ, ດັ່ງນັ້ນໜ້າທີ່ວຽກແມ່ນຕ້ອງໄດ້ລໍຖ້າໃຫ້ລະດັບນ້ຳຈຶ່ງສາມາດກໍ່ສ້າງໄດ້, ແຕ່ລະດັບນ້ຳຈະລົດລົງຮອດລະດັບກໍ່ສ້າງແມ່ນຊ່ວງທີ່ໃກ້ຈະຮອດລະດູຝົນ, ເຮັດໃຫ້ການກໍ່ສ້າງມີຄວາມຫຍຸ້ງຍາກ, ການຍົກຍ້າຍປະຊາຊົນຜູ້ທີ່ຖືກຜົນກະທົບໃນເຂດກໍ່ສ້າງແມ່ນບໍ່ສາມາດປະຕິບັດຕາມແຜນທີ່ວາງໄວ້, ໂຄງການກໍ່ສ້າງດັ່ງກ່າວເມື່ອລົງມືປະຕິບັດໂຕຈິງແລ້ວໄດ້ມີການດັດແກ້ແບບເພາະແຜນໂຄງການທ່ີສ້າງມາແມ່ນບໍ່ແທດເໝາະ ຈຶ່ງໄດ້ມີການດັດແກ້ແລະ ປ່ຽນແປງ.


   ໂຄງການດັ່ງກ່າວຜ່ານການຈັດຕັ້ງປະຕິບັດມາຮອດປັດຈຸບັນແມ່ນ ສຳເລັດໄປແລ້ວ 87%  ຄາດວ່າພາຍ ໃນວັນທີ 30/6/2024 ຈະໃຫ້ສຳເລັດ, ແຕ່ມີບາງໜ້າວຽກທີ່ອາດຈະຍັງບໍ່ສຳເລັດໃນນັ້ນກໍ່ມີວຽກຕົບແຕ່ງ, ປ້າຍ ແລະ ວຽກເກັບສີ, ແຕ່ເຖິງຢ່າງໃດກໍ່ຕາມທ່ານກໍ່ໄດ້ຢັ້ງຢືນວ່າຈະພ້ອມກັນສູ້ຊົນໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ສຳເລັດຕາມຄາດໝາຍທີ່ລະບຸໄວໃນສັນຍາໃຫ້ໄດ້ 100%.ແນວໃດກໍດີ ສະເພາະເຂດບໍລິເວນອ່າງນໍ້າງື່ມຈະມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ແລະ ຄ້າງຄືນ ໂດຍສະເລ່ຍບໍ່ຕໍ່າກວ່າ 80 ພັນຄົນ ຫາ 1 ແສນຄົນຕໍ່ປີ; ສ່ວນກຸ່ມນັກທ່ອງທ່ຽວສ່ວນໃຫຍ່ມັກມາຂີ່ເຮືອເລາະຊົມທິວທັດຕາມເກາະດອນນ້ອຍ-ໃຫຍ່, ນອນຄ້າງຄືນຕາມລີສອດຕ່າງໆ.

ຂ່າວ: ເກີດຂວັນໃຈ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top