ຫ້ອງການ ອອປສ ລາວ-ຫວຽດນາມ ຮ່ວມແລກປ່ຽນບົດຮຽນ

22/05/2024 15:40
Email Print 655
ຂປລ ຂປລ. ຄະນະຜູ້ແທນອົງການ ໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນວຽກງານຫ້ອງການ, ວຽກງານ ຂ່າວທາງເວບໄຊ, ວາລະສານ ແລະ ຂ່າວໜັງສືພິມ ໃນວັນທີ 21 ພຶດສະພາ 2024 ຢູ່ຮ່າໂນ້ຍ ແຫ່ງ ສສ ຫວຽດນາມ



ຂປລ. ຄະນະຜູ້ແທນອົງການ ໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນວຽກງານຫ້ອງການ
, ວຽກງານ ຂ່າວທາງເວບໄຊ, ວາລະສານ ແລະ ຂ່າວໜັງສືພິມ ໃນວັນທີ 21 ພຶດສະພາ 2024 ຢູ່ຮ່າໂນ້ຍ ແຫ່ງ ສສ ຫວຽດນາມ ນໍາໂດຍ ສະຫາຍ ບຸນທ່ຽງ ວິໄລວົງ ຮັກສາການຫົວໜ້າຫ້ອງການ, ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ສະຫາຍ ຟ້າມແທງ ຕຶ່ງ ຫົວໜ້າຫ້ອງການອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ.



ການພົບປະຄັ້ງນີ້
, ສອງຝ່ານຕ່າງກໍໄດ້ລາຍງານສະພາບ ການເຄື່ອນໄຫວວຽກງານ, ຂອບເຂດສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນໃຫ້ກັນຊາບ, ພ້ອມທັງຕີລາຄາການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນໃນໄລຍະຜ່ານມາ. ສປປ ລາວ ແລະ ສສ ຫວຽດນາມ ກໍຄື ອົງການໄອຍະການປະຊາຊົນສູງສຸດຂອງສອງປະເທດ ແມ່ນມີມູນເຊື້ອ ສາຍພົວພັນ ຮ່ວມມືຮອບດ້ານນໍາກັນມາແຕ່ດົນນານ ແລະໄດ້ໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ດ້ວຍດີຕະຫລອດມາ.

 

ຕອນບ່າຍວັນດຽວກັນ, ຄະນະຜູ້ແທນ ຫ້ອງການອົງການໄອຍະການ ປະຊາຊົນສູງສຸດຂອງລາວ ກໍໄດ້ພົບປະກັບຄະນະ ບັນນາທິການຂ່າວສານປົກປ້ອງກົດໜາຍ ຂອງອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ວັນຖັ້ງ ຫົວໜ້າບັນນາທິການຂ່າວສານປົກປ້ອງກົດໜາຍ ເຊິ່ງສອງຝ່າຍຕ່າງໄດ້ແນະນໍາ ປະຫວັດຄວາມເປັນມາຂອງການສ້າງຕັ້ງ ວາລະສານ
, ຂ່າວໜັງສືພິມ, ຂ່າວທາງເອເລັກໂຕນິກ ແລະ ຂ່າວທາງໂທລະພາບ ລວມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ ໃຫ້ກັນຊາບ ເຊິ່ງສອງຄະນະວາລະສານພວກເຮົາ ຈະໄດ້ມີການແລກປ່ຽຮ່ວມມືນໍາກັນໄລຍະຕໍ່ໄປ ເປັນຕົ້ນ ການສ້າງພະນັກງານເຮັດວຽກງານນີ້ໂດຍສະເພາະ, ພ້ອມທັງຈັດຝຶກອົບຮົມໃຫ້ແກ່ພະນັກງານ, ການສະໜອງເຄື່ອງມືທີ່ທັນສະໄໜ ປະກອບສ່ວນເຂົ້າໃນການພັດທະນາ ເຮັດໃຫ້ສອງອົງການໄອຍະການ ລາວ-ຫວຽດນາມ ມີການພັດທະນາດີຂຶ້ນເລື້ອຍໆ.



ຈາກນັ້ນ, ຄະນະຜູ້ແທນອົງການ ໄອຍະການປະຊາຊົນສູງສຸດລາວ ຍັງໄດ້ເຂົ້າຢ້ຽມຊົມຫໍມູນເຊື້ອວັດຖຸພັນ, ຊົມຮູບພາບການເຕີບໃຫຍ່ຂະຫຍາຍຕົວ ນັບແຕ່ມື້ສ້າງຕັ້ງ ແລະ ຜົນງານທີ່ໂດດເດັ່ນຂອງອົງການ ໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ມາຮອດປັດຈຸບັນ.

ຂ່າວ: ວົງເດືອນ ສຸພັນທອງ

ພາບ: ແສງພະຈັນ ຄຳມະນີ

KPL

ຂ່າວອື່ນໆ

    • ຮຽບຮຽງເນື້ອໃນກົດໝາຍການປູກຝັງການເມືອງ

      ຮຽບຮຽງເນື້ອໃນກົດໝາຍການປູກຝັງ

      7/8/2025 1:01:18 PM

      ຂປລ. ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການປູກຝັງ (ສ້າງໃໝ່) ຈັດຂຶ້ນໃນວັນທີ 5-6 ກໍລະກົດ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ, ຄະນະປະຈຳສະພາແຫ່ງຊາດ, ມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ

    • ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກການເມືອງ

      ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກ

      7/8/2025 12:19:17 PM

      ຂປລ. ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜ່ງ ບໍລິຫານ ຂັ້ນຮອງຫົວໜ້າຫ້ອງວ່າການສູນກາງພັກ ໃນວັນທີ 7 ກໍລະກົດ 2025 ໂດຍໄດ້ແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ

    • ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມ

      7/7/2025 2:13:51 PM

      ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕ້ອບຮັບ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ເພື່ອປືກສາຫາລືກ່ຽວກັບ ການຮ່ວມມືລາວ-ໄທ

    • ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%ການເມືອງ

      ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%

      7/7/2025 2:06:34 PM

      ຂປລ. ໃນປີ 2025 ນີ້, ຄາດຄະເນວ່າ ເສດຖະກິດຂອງນະຄອນຫລວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6,6% (ລື່ນມະຕິສະພາ 0,1%) ​ເຊິ່ງປັດໄຈຕົ້ນຕໍທີ່ຈະເຮັດໃຫ້ ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫລື GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາ ຂະຫຍາຍຕົວ 8,1%, ກວມເອົາ 49%,

    • ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ IIການເມືອງ

      ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

      7/7/2025 1:50:34 PM

      ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຊຸດທີ II ໃນລະຫວ່າງວັນທີ 7-11 ກໍລະກົດ 2025 ຢູ່ອົງການປົກຄອງ ນະຄອນຫລວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ

ads
ads

Top