ສ.ອາເມລິກາ ຂາຍນໍ້າມັນໃນສາງສຳຮອງ ຍຸດທະສາດ 1 ລ້ານຖັງ

22/05/2024 16:21
Email Print 364
ຂປລ ກະຊວງ ພະລັງງານ ສ.ອາເມລິກາ ໃຫ້ຮູ້ວ່າ: ຈະຂາຍ ນໍ້າມັນ ຈຳນວນ 1 ລ້ານຖັງ ຢູ່ໃນສາງ ສຳຮອງ ຍຸດທະສາດ ຂະໜາດນ້ອຍ ໃນພາກຕາເວັນອອກ ສຽງເໜືອເພື່ອປິດສາງ ດັ່ງກ່າວ.

ຂປລ. ສຳນັກຂ່າວສານ ຫວຽດນາມ, ວັນທີ 21 ພຶດສະພາ, ກະຊວງ ພະລັງງານ ​​.ອາເມລິກາໃຫ້ຮູ້ວ່າ: ຈະຂາຍ ນໍ້າມັນ ຈຳນວນ 1 ລ້ານຖັງຢູ່ໃນສາງ ສຳຮອງຍຸດທະສາດ ຂະໜາດ​ນ້ອຍ​ ໃນ​ພາກ​ຕາ​ເວັນ​ອອກ ສຽງ​ເໜືອ​ເພື່ອ​​ປິດ​ສາງ​ ດັ່ງກ່າວ. ​ໂດຍ ທ່ານ ​ໂຈ​​ໄບ​ເດນ ປະທານາທິບໍດີ ສ.ອາ​ເມລິ​ກາ ​ກ່າວວ່າ: ການ​​ເຄື່ອນ​ໄຫວ ດັ່ງກ່າວ​ນີ້ ຈະ​ຊ່ວຍ​ໃຫ້ ລາຄາ ​ນໍ້າມັນ ຫລຸດ​ລົງ ກ່ອນຈະ​ເຖິງ ລະດູ​ຮ້ອນ, ​​ເມື່ອຊາວ​ສ.ອາ​ເມ​ລິ​ກາ ​ເດີນທາງ​ໄປ ທ່ອງ​ທ່ຽວ ພາຍ​ໃນ​ປະ​ເທດ ດ້ວຍ​ລົດ​ໃຫຍ່.

          ເຖິງ​ຢ່າງ​ໃດ​ກໍ່ຕາມ ຂໍ້​ມູນ​ ຈາກ ສຳນັກງານ ສື່ສານ​ ພະລັງງານ ສ.ອາ​ເມ​ລິ​ກາ (EIA) ລະບຸ​ວ່າ: ການ​ຂາຍ​ນໍ້າມັນ ຈຳນວນ 1 ລ້ານຖັງ ດັ່ງກ່າວ ຈະ​ບໍ່​ສົ່ງ​ຜົນ​ ກະທົບ ​ເນື່ອງ​ຈາກ ສ.ອາ​ເມ​ລິ​ກາ ບໍລິ​ໂພ​ກນໍ້າມັນ ສະ​ເລ່ຍປະມານ 9 ລ້າ​ນຖັງ ຕໍ່​ວັນ (ຕາມ​ສະຖິຕິ​ຂອງ​ປີ​ກາຍ). ການ​ຂາຍ​ນໍ້າມັນ 1 ລ້ານ​ຖັງ ຢູ່​ທີ NGSR ​ເປັນສ່ວນໜຶ່ງຂອງ ກົດໝາຍ ທີ່​ປະກາດ​ໄວ້ ​ເມື່ອ​ຕົ້ນ​ປີ​ນີ້ ​ເພື່ອ​ໃຫ້​ທຶນ ກະຊວງ ​ພະລັງງານ ​ໃນສົກ​ປີ​ ການ​ເງິນ 2024 ແລະ ອື່ນໆ./.

KPL

ຂ່າວອື່ນໆ

ads
ads

Top