ທາບທາມຮ່າງຂໍ້ຕົກລົງເຈົ້າຄອງ ນວ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ

15/05/2024 13:25
Email Print 702
ຂປລ ຂປລ. ກອງປະຊຸມເປີດກວ້າງ ເພື່ອທາບທາມຮ່າງຂໍ້ຕົກລົງເຈົ້າຄອງນະຄອນຫລວງວຽງຈັນ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ນະຄອນຫລວງວຽງຈັນ(ນວ) ຈັດຂຶ້ນວັນທີ 14 ພຶດສະພາ 2024​

  

      ຂປລ. ກອງປະຊຸມເປີດກວ້າງ ເພື່ອທາບທາມຮ່າງຂໍ້ຕົກລົງເຈົ້າຄອງນະຄອນຫລວງວຽງຈັນ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ນະຄອນຫລວງວຽງຈັນ(ນວ) ຈັດຂຶ້ນວັນທີ 14 ພຶດສະພາ 2024​ ໂດຍເປັນປະທານຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ປະທານຄະນະກຳມະການຄຸ້ມຄອງໄພພິບັດ ນວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.    ທ່ານ ພູວົງ ວົງຄຳຊາວ ໄດ້ໃຫ້ຮູ້ວ່າ: ວຽກງານຄຸ້ມຄອງໄພພິບັດ ແມ່ນໜ້າທີ່ຂອງພົນລະເມືອງລາວທຸກຄົນໃນສັງຄົມ ຕ້ອງມີພັນທະໃນການຈໍາກັດ ແລະ ສະກັດກັ້ນໄພພິບັດດ້ວຍການຕິດຕາມ, ລາຍງານສະພາບຄວາມສ່ຽງໄພພິບັດ ແລະ ມີສ່ວນຮ່ວມໃນການກຽມພ້ອມຕອບໂຕ້, ຫລຸດຜ່ອນຄວາມເສຍຫາຍ ລວມທັງໃຫ້ການຊ່ວຍເຫລືອບັນເທົາທຸກ ແລະ ການຟື້ນຟູຫລັງໄພພິບັດ ພ້ອມທັງປະກອບ ສ່ວນເຂົ້າໃນກອງທຶນຄຸ້ມຄອງໄພພິບັດໃຫ້ຫລາຍຂຶ້ນ. ໄລຍະຜ່ານມາ ເຫດການໄພພິບັດທີ່ເກີດຂຶ້ນຢູ່ ນວ             ສ່ວນຫລາຍມີສາເຫດເກີດຈາກຝົນຕົກໜັກເຮັດໃຫ້ນໍ້າຖ້ວມຂັງ, ນໍ້າໄຫລຊຸ, ດິນເຊາະເຈື່ອນ, ລົມພະຍຸພັດ, ໄຟໄໝ້ເຮືອນ, ໄຟໄໝ້ປ່າ ແລະ ອື່ນໆ ອັນໄດ້ສ້າງຜົນກະທົບ ແລະ ຜົນເສຍຫາຍຕໍ່ກັບຊີວິດ, ຊັບສິນຂອງລັດ ແລະ ຂອງປະຊາຊົນບັນດາເຜົ່າໃນ ນວ.  ຄຽງຄູ່ກັນນີ້, ການແກ້ໄຂສຸກເສີນໄລຍະຜ່ານມາ ແມ່ນຍັງມີຄວາມຫຍຸ້ງຍາກສັບສົນ ເນື່ອງຈາກບໍ່ທັນມີກອງທຶນຄຸ້ມຄອງໄພພິບັດ ເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງເປັນລະບົບ ເພື່ອຈັດຕັ້ງຜັນຂະຫຍາຍບັນດາກົດໝາຍ, ນິຕິກໍາລຸ່ມກົດ  ໝາຍ ເປັນຕົ້ນ ກົດໝາຍສະບັບເລກທີ 71/ສພຊ ວ່າດ້ວຍການຄຸ້ມຄອງໄພພິບັດ, ດໍາລັດສະບັບເລກທີ 631/ລບ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ, ເຈົ້າຄອງ ນວ ຈຶ່ງໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດ ຊອບຮ່າງເນື້ອໃນສ້າງຕັ້ງກອງທຶນຄຸ້ມຄອງໄພພິບັດ ນວ.  ມາຮອດປັດຈຸບັນ, ຮ່າງຂໍ້ຕົກລົງດັ່ງກ່າວ, ແມ່ນໄດ້ສໍາເລັດໂດຍພື້ນຖານ ເຊິ່ງປະກອບມີ  8 ໝວດ, 29 ມາດຕາ. ດັ່ງນັ້ນ, ເພື່ອເຮັດໃຫ້ຮ່າງຂໍ້ຕົກລົງສະບັບນີ້ ມີເນື້ອໃນຄົບຖ້ວນສົມບູນ ສອດຄ່ອງຕາມລະບຽບກົດໝາຍ ຈຶ່ງຮຽກຮ້ອງມາຍັງຜູ້ເຂົ້າຮ່ວມ ຈົ່ງພ້ອມກັນປະກອບຄຳຄິດເຫັນແລກປ່ຽນ ເຂົ້າໃນເນື້ອໃນຂອງຮ່າງຂໍ້ຕົກລົງໃຫ້ເລີກເຊິ່ງ.      ຖ້າຮ່າງຂໍ້ຕົກລົງສະບັບນີ້, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຈະເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໄປຕາມລະບົບກົດໝາຍ ທັງຈະກາຍເປັນເຄື່ອງມືທີ່ສຳຄັນ ໃຫ້ແກ່ນະ ຄອນຫລວງວຽງຈັນ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄຸ້ມຄອງໄພພິບັດ, ຮັບປະກັນ ໃຫ້ມີງົບປະມານໃນການປ້ອງກັນ ແລະ ການຫລຸດຜ່ອນຄວາມສ່ຽງຈາກໄພພິບັດ ການປະຕິບັດການສຸກເສີນ ເພື່ອສາມາດຊອກຄົ້ນ, ຄົ້ນຫາ ແລະ ກູ້ໄພເອົາຊີວິດ ແລະ ຊັບສິນຂອງລັດ ແລະ ຂອງປະ ຊາຊົນທັນເວລາ, ສາມາດສະໜອງການຊ່ວຍເຫລືອບັນເທົາທຸກແກ່ຜູ້ປະສົບໄພພິບັດ ເຊັ່ນ: ການຊ່ວຍ ເຫລືອສຸກເສີນ ດ້ານທີ່ຢູ່ອາໄສຊົ່ວຄາວ, ອາຫານ, ນໍ້າດື່ມ, ນໍ້າໃຊ້, ການບໍລິການແພດສຸກເສີນ​, ເຄື່ອງນຸ່ງຫົ່ມ, ການສ້າງຕັ້ງສູນບັນຊາການສຸກເສີນບ່ອນເກີດໄພພິບັດ ແລະ ອື່ນໆ.

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

KPL

ຂ່າວອື່ນໆ

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.

    • ຫາລືຮ່ວມຈັດສົ່ງແຮງງານລະດູການ ພ້ອມສະເໜີປັບປຸງນະໂຍບາຍ ເພີ່ມເກນອາຍຸ ແລະ ໂກຕ້າຄູ່ຜົວ-ເມຍວັດທະນະທຳ-ສັງຄົມ

      ຫາລືຮ່ວມຈັດສົ່ງແຮງງານລະດູການ ພ້ອມສະເໜີປັບປຸງນະໂຍບາຍ ເພີ່ມເກນອາຍຸ ແລະ ໂກຕ້າຄູ່ຜົວ-ເມຍ

      10/15/2026 11:28:16 AM

      ໃນວັນທີ 12 ຕຸລາ 2026 ຜ່ານມາ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ຈັງ ອິກບົ່ງ (Jang Ik-bong) ຮອງປະທານສະພາເມືອງຊອງຈູ (Seongju County Council Vice Chairman) ແລະ ຂະແໜງການທີ່ກ່ຽວຂ້ອງຈາກເມືອງຊອງຈູ ສ ເກົາຫຼີ ເພື່ອປຶກສາຫາລື ແລະ ທົບທວນຄືນການຈັດຕັ້ງປະຕິບັດງານໃນການຈັດສົ່ງແຮງງານລະດູການ, ພ້ອມທັງສະເໜີທິດທາງການສືບຕໍ່ຮ່ວມມື ລະຫວ່າງ ກົມການຈັດຫາງານ, ກະຊວງ ຮສສ ແລະ ເມືອງຊອງຈູ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບຍິ່ງຂຶ້ນ.

    • ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອວັດທະນະທຳ-ສັງຄົມ

      ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອ

      10/13/2026 8:26:19 AM

      ພິທີເຊັນສັນຍາຮ່ວມມືສົ່ງເສີມການພັດທະນາພື້ນຖານໂຄງລ່າງ ດ້ານໄອຊີທີ ແລະ ເອໄອ (ICT & AI) ລະຫວ່າງບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ມະຫາວິທະຍາໄລແຫ່ງຊາດ ຈັດຂຶ້ນໃນວັນທີ 8 ຕຸລາ 2026 ໂດຍການລົງນາມລະຫວ່າງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໂດຍມີຄະນະອຳນວຍການ, ຄະນະຜູ້ບໍລິຫານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ads
ads

Top