ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອ

13/10/2026 08:26
ຂປລ ພິທີເຊັນສັນຍາຮ່ວມມືສົ່ງເສີມການພັດທະນາພື້ນຖານໂຄງລ່າງ ດ້ານໄອຊີທີ ແລະ ເອໄອ (ICT & AI) ລະຫວ່າງບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ມະຫາວິທະຍາໄລແຫ່ງຊາດ ຈັດຂຶ້ນໃນວັນທີ 8 ຕຸລາ 2026 ໂດຍການລົງນາມລະຫວ່າງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໂດຍມີຄະນະອຳນວຍການ, ຄະນະຜູ້ບໍລິຫານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ການເຊັນສັນຍາໃນຄັ້ງນີ້, ຖືເປັນຂີດໝາຍສໍາຄັນໃນການຍົກລະດັບການສຶກສາລາວ ໃຫ້ທັນສະໄໝກ້າວສູ່ຍຸກດີຈິຕອນຢ່າງເຕັມຮູບແບບ ແລະ ເພື່ອຮ່ວມກັນພັດທະນາ, ຂະຫຍາຍເຄືອຂ່າຍສັນຍານໂທລະຄົມທັງ MBB ແລະ FBB ໃນຂົງເຂດມະຫາວິທະຍາໄລແຫ່ງຊາດ ເພື່ອສົ່ງເສີມການພັດທະນາພື້ນຖານໂຄງລ່າງດ້ານ ICT & AI ເຂົ້າໃນການຮຽນ-ການສອນ ແລະ ການຄົ້ນຄວ້າດ້ານວິຊາການໃຫ້ແກ່ບຸກຄະລາກອນຂອງມະຫາວິທະຍາໄລແຫ່ງຊາດ ຊຶ່ງລາວໂທລະຄົມ ໄດ້ສະໜອງສັນຍານອິນເຕີເນັດຄວາມໄວສູງ ແລະ ກໍ່ສ້າງເຄືອຂ່າຍສາຍໄຍແກ້ວນຳແສງ (Fiber Optic Cable) ເຊື່ອມຕໍ່ລະຫວ່າງມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ກັບວິທະຍາເຂດຕ່າງໆ ແລະ ເຄືອຂ່າຍພາຍໃນຂົງເຂດວິທະຍາເຂດ, ມະຫາວິທະຍາໄລແຫ່ງຊາດ ໄດ້ສະໜອງພື້ນທີ່ດິນ ແລະ ອຳນວຍຄວາມສະດວກໃນການກໍ່ສ້າງພື້ນຖານໂຄງລ່າງໂທລະຄົມ ເພື່ອນຳໃຊ້ເຂົ້າໃນວຽກງານດັ່ງກ່າວ. ໂຄງການຮ່ວມມືນີ້ ມີອາຍຸສັນຍາ 15 ປີ, ມີແຜນຈະຈັດຕັ້ງປະຕິບັດແບ່ງອອກເປັນ 5 ໄລຍະ ແລະ ຈະໃຫ້ສໍາເລັດສົມບູນພາຍໃນປີ 2030.

ເປົ້າໝາຍຫຼັກຂອງການເຊັນສັນຍາຄັ້ງນີ້, ເພື່ອຍົກລະດັບການບໍລິການຮັບປະກັນໃຫ້ຄູ-ອາຈານ, ນັກສຶກສາ ແລະ ບຸກຄະລາກອນຂອງມະຫາວິທະຍາໄລແຫ່ງຊາດສາມາດເຂົ້າເຖິງ ແລະ ນຳໃຊ້ສັນຍານໂທລະສັບລວມເຖິງອິນເຕີເນັດມືຖື (Mobile Data) ໄດ້ຢ່າງສະດວກສະບາຍ, ວ່ອງໄວ ດ້ວຍບໍລິການທີ່ມີຄຸນນະພາບ; ເພີ່ມທະວີຄວາມປອດໄພ ແລະ ການບໍລິຫານຈັດການນໍາໃຊ້ເຄືອຂ່າຍໂທລະຄົມມະນາຄົມທີ່ທັນສະໄໝເຂົ້າໃນການສະໜັບສະໜູນລະບົບການສຶກສາ ແລະ ການສື່ສານພາຍໃນບັນດາຂົງເຂດມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາເຂດຕ່າງໆຂອງ ມຊ ໃຫ້ມີຄວາມປອດໄພສູງສຸດ; ເພື່ອຮັດແໜ້ນຄວາມຮ່ວມມືເປັນຂີດໝາຍອັນສຳຄັນໃນການຮ່ວມມືໄລຍະຍາວລະຫວ່າງສອງອົງກອນໃຫຍ່ທີ່ຮ່ວມກັນຂັບເຄື່ອນເສດຖະກິດ ແລະ ສ້າງປະໂຫຍດອັນແທ້ຈິງໃຫ້ແກ່ສັງຄົມ.

ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ຍັງສືບຕໍ່ມຸ່ງໝັ້ນສ້າງສິ່ງອໍານວຍຄວາມສະດວກ ພ້ອມຂັບເຄື່ອນການສຶກສາ ສປປ ລາວ ໃຫ້ກ້າວທັນກັບການປ່ຽນແປງຂອງເຕັກໂນໂລຊີ ລະດັບໂລກ, ຄຽງຄູ່ການພັດທະນານໍາເອົາເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ໆເຂົ້າມາຮັບໃຊ້ສັງຄົມ ເພື່ອເປັນການປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຮຸ່ງເຮືອງສີວິໄລ, ທັນສະໄໝໃນຍຸກດີຈິຕອນ, ພ້ອມທັງຢູ່ຄຽງຂ້າງກັບສັງຄົມລາວ ດັ່ງຄໍາຂວັນທີ່ວ່າ: ລາວໂທລະຄົມໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ We are Family.

KPL

ຂ່າວອື່ນໆ

ads
ads

Top