ແຫລ່ງທ່ອງທ່ຽວທຳມະຊາດນໍ້າຕົກຕາດສຽງລື ເມືອງບົວລະພາຈະເປີດໃຫ້ບໍລິການໃນກາງປີ 2024 ນີ້

15/05/2024 05:32
Email Print 1550
ຂປລ ແຫລ່ງທ່ອງທ່ຽວທຳມະຊາດ​ນໍ້າຕົກຕາດສຽງລື​ ເມືອງບົວລະ​ພາ​ ແຂວງຄຳມ່ວນ ​ໄດ້ຮັບການສຳ​ປະທານ​ແລະ​ພັດທະນາ​ໂດຍກຸ່ມ​ ບໍລິສັດ​ ສາຍພູຫລວງ​ ໃນເນື້ອທ່ີ 33​ ເຮັກຕາ, ​ໃນມູນຄ່າການລົງທຶນ​ທັງໝົດ​ 12​ ລ້ານກວ່າໂດລາສະຫະ​ລັດ ​ແລະ ​ມີໄລຍະການສຳປະທານ ​40 ​ປີ ​ເຊິ່ງເປັນຮູບການລົງທຶນພາຍ​ໃນ​100%.

     *ແຫລ່ງທ່ອງທ່ຽວທຳມະຊາດ​ນໍ້າຕົກຕາດສຽງລື​ ເມືອງບົວລະ​ພາ​ ແຂວງຄຳມ່ວນ​ ໄດ້ຮັບການສຳ​ປະທານ​ແລະ​ພັດທະນາ​ໂດຍກຸ່ມ​ ບໍລິສັດ​ ສາຍພູຫລວງ​ ໃນເນື້ອທ່ີ 33 ​ເຮັກຕາ,​ໃນມູນຄ່າການລົງທຶນ​ທັງໝົດ​12​ລ້ານກວ່າໂດລາສະຫະ​ລັດ ​ແລະ​ ມີໄລຍະການສຳປະທານ​ 40​ປີ​ ເຊິ່ງເປັນຮູບການລົງທຶນພາຍ​ໃນ​100%.​ໂດຍໄດ້ເຊັນບົດບັນທຶກ​ຄວາມເຂົ້າໃຈ​(MOU)​ວ່າດ້ວຍ​ການສຶກສາ-ສຳຫລວດ​ ແລະ​ ພັດ​ ະນາ​ໃນປີ​ 2018​ ທາງບໍລິສັດ​ ກໍ່​ໄດ້ດຳເນີນການສຶກສາ-ສຳຫລວດ​ຄວາມເປັນໄປໄດ້ບັນດາໜ້າວຽກ​ຕ່າງໆໂດຍໄດ້ແບ່ງເປັນແຕ່ລະເຂດ​ໃນການພັດທະນາ​ແລະ​ແຕ່ລະໄລ​ຍະປະກອບມີ:​ໄລຍະການປຸກສ້າງ​ສະຖານທີ່ຮອງຮັບ​ ແລະ​ ສູນບໍລິການ,​ກ່ໍສ້າງສູນຂ້ໍມູນດ້ານການທ່ອງ​ທ່ຽວ,​ການຕິດຕັ້ງອຸປະກອນ​ ແລະ​ ສິ່ງອຳນວຍຄວາມສະດວກໃນການ​ທ່ອງທ່ຽວ,​ ໄລຍະການດຳເນີນ​ການບໍລິການ​ແລະ​ການດຳເນີນກິດ​ຈະການອື່ນໆ ທີ່ຕິດພັນກັບການພັດທະນາສະຖານທີ່ທ່ອງທ່ຽວ​ ແບບອະນຸລັກທຳມະຊາດໃນເຂດນໍ້າຕົກຕາດສຽງລື​ ແລະ​ ໄດ້ນຳສະເໜີຂໍອະນຸມັດຈາກບັນດາອົງການລັດທ່ີກ່ຽວຂ້ອງເພື່ອດຳເນີນກິດຈະການ. ເນື່ອງຈາກໄລຍະ​ 2​ ປີຜ່ານມາ​ ແມ່ນໄດ້ປະສົບບັນຫາການລະບາດ​ຂອງພະຍາດໂຄວິດ​ 19​ ເຮັດໃຫ້ທາງບໍລິສັດບໍ່ສາມາດດໍາເນີນກິດ​ຈະການໄດ້.​

     ປັດຈຸບັນທາງບໍລິສັດ​ ແມ່ນກໍາລັງຂຸ້ນຂ່ຽວໃນການດໍາເນີນ​ກິດຈະການປັບປຸງກໍ່ສ້າງພື້ນຖານ​ໂຄງລ່າງ​ ເພື່ອຮອງຮັບໃຫ້ແກ່ການ​ທ່ອງທ່ຽວ​ໂດຍສະເພາະແມ່ນການ​ກໍ່ສ້າງເສັ້ນທາງເຂົ້າສູ່ແຫລ່ງທ່ອງ​ທ່ຽວຕາດສຽງລື,​ ການຈັດສັນພື້ນ​ທີ່ເພື່ອສ້າງຈຸດບໍລິການ​ ແລະ​ ພື້ນ​ຖານໂຄງລ່າງດ້ານກິດຈະກໍາອື່ນໆ​ ທ່ີຕິດພັນກັບການບໍລິການ-ການ​ ທ່ອງທ່ຽວ.ທ່ານ​ ອຳພອນ​ ບຸນຍາລາດ​ ປະທານກຸ່ມບໍລິສັດ​ ສາຍພູຫລວງ​ ໄດ້ລາຍງານຄວາມຄືບໜ້າໃນການ​ ພັດທະນາແຫລ່ງທ່ອງທ່ຽວດັ່ງ​ ກ່າວ​ໃຫ້ຮູ້ວ່າ:​ປັດຈຸບັນແມ່ນກຳລັງ​ ກໍ່ສ້າງພື້ນຖານໂຄງລ່າງທີ່ມີຄວາມ ຈຳເປັນ​ເພື່ອຕອບສະໜອງກັບເປົ້າ​ໝາຍທີ່ການນໍາຂັ້ນແຂວງໄດ້ກຳ​ນົດໃຫ້ມີການເປີດແຫລ່ງທ່ອງທ່ຽວໃໝ່​ຈຳນວນ ​2 ​ແຫລ່ງ​ເພື່ອຕ້ອນຮັບການເປີດປີທ່ອງທ່ຽວລາວ​ 2024​ ເຊິ່ງປະກອບມີ​ຂຸນກອງແລງ​ເມືອງ​ຫີນບູນ​ ແລະ​ ຕາດສຽງລື​ ເມືອງ​ ບົວລະພາ.​ ໃນນີ້,​ແມ່ນເລ່ັງໃສ່ປັບປຸງ​ເສັ້ນທາງເຂົ້າຫາຈຸດບໍລິການ​ ໃຫ້ຄວາມສະດວກ​ ແລະ​ ກ່ໍສ້າງເສ້ັນ​ທາງຍ່າງເຂົ້າຫາຕາດ,​ ການກໍ່ສ້າງ​ຮ້ານອາຫານ,​ ຫ້ອງນໍ້າສະອາດ, ​ກໍ່​ສ້າງຂົວອູ່​ແລະ​ສິ່ງອຳນວຍຄວາມສະດວກອື່ນໆ​ ເຊິ່ງຄາດວ່າຈະໃຫ້ສຳເລັດ​ ພ້ອມທັງເປີດໃຫ້ບໍລິການແກ່ນັກທ່ອງທ່ຽວ​ໃນລະຫວ່າງ​ ເດືອນພຶດສະພາ​ຫາ​ເດືອນ ມິຖຸນາ​ 2024​ ເພາະເປັນຊ່ວງທີ່ມີນໍ້າ​ ຫລາຍ​ເຮັດໃຫ້ນໍ້າຕົກຕາດມີຄວາມ​ສວຍງາມທີ່ສຸດ.

     ທ່ານ​ ອຳພອນ​ ບຸນຍາລາດ​ ໄດ້ໃຫ້ລາຍລະອຽດຕື່ມວ່າ:​ ສຳລັບ​ການເປີດໃຫ້ບໍລິການໃນຊ່ວງທຳ​ອິດແມ່ນຈະເນັ້ນໃຫ້ການບໍລິການ​ທາງດ້ານຮ້ານອາຫານ,​ ຫ້ອງນໍ້າ​ ແລະ​ ຍ່າງຂົວອູ່,​ ຍ່າງຊົມນໍ້າຕົກ​ຕາດ,​ ມີທັງຕົ້ນໄມ້ໃຫຍ່ຫລາຍຊະ​ນິດ​ແລະ​ສັດປ່າຈຳນວນໜຶ່ງທີ່ຍັງ​ຄົງຄວາມອຸດົມສົມບູນຂອງທຳມະ​ຊາດໃນບໍລິເວນດັ່ງກ່າວ.​ພິເສດຖ້າ​ຢາກຈະມານອນພັກຜ່ອນ​ກໍ່ຈະມີເຕັ້ນໃຫ້ບໍລິການໃຫ້ນັກທ່ອງທ່ຽວ​ ໄດ້ນອນພັກຄືນສຳພັດກັບບັນຍາ​ກາດທີ່ສົດຊື່ນ, ​ສູດອາກາດສົດ, ​ເບິ່ງ​ແສງຕາເວັນຂຶ້ນຫວ່າງກາງພູຜາ​ ໃນຍາມເຊົ້າ​ຟັງສຽງນົກ ​ແລະ​ ສັດ​ປ່າຫລາຍຊະນິດ​ທີ່ມີສຽງຮ້ອງປະ​ສົມປະສານກັບສຽງນໍ້າຕົກຕາດ​ຢ່າງໜ້າອອນຊອນ ​ແລະ ​ແຜນການ​ໃນຕໍ່ໜ້າຈະໄດ້ກໍ່ສ້າງເຮືອນພັກ,​ ຣີສອດ,​ ມີກິດຈະກຳຂີ່ສາຍສະລິງ,​ ຈຸດຖ່າຍຮູບຕາໜ່າງໃຍແມງມຸນ​ໜ້ານໍ້າຕົກ ​ແລະ ​ສິ່ງອຳນວຍຄວາມ​ສະດວກຕ່າງໆ​ເພື່ອໄວ້ຄອຍບໍລິການນັກທ່ອງທ່ຽວ.

KPL

ຂ່າວອື່ນໆ

    • 5 ເມືອງຂອງແຂວງສາລະວັນໄດ້ຮັບຕູ້ຟັກໄຂ່ທ່ອງທ່ຽວ

      5 ເມືອງຂອງແຂວງສາລະວັນໄດ້ຮັບຕູ້ຟັກໄຂ່

      9/4/2024 4:34:51 PM

      ຂປລ. ກົງສຸນໃຫຍ່ ແຫ່ງ ຣາຊານະຈັກໄທ ປະຈໍາແຂວງສະຫວັນນະເຂດ ແລະ ບໍລິສັດພັດທະນາແຫ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ຫລັກ 40 ເມືອງປາກຊ່ອງຈໍາກັດ ຈັດພິທີມອບ-ຮັບ ຕູ້ຟັກໄຂ່, ວັກຊິນ ແລະ ອຸປະກອນລ້ຽງໄກ່ນ້ອຍ ໃຫ້ 5 ເມືອງຂອງແຂວງສາລະວັນ ພາຍໃຕ້ໂຄງການຂະຫຍາຍ ຜົນຂອງສູນພັດທະນາ ແລະ ບໍລິການກະສິກໍາ-ປ່າໄມ້ໜອງເຕົ່າ (ແຂວງສະຫວັນນະເຂດ).

    • ບຸນຊ່ວງເຮືອເດືອນ 9 ຫລວງພະບາງ ເປັນເລື່ອງທີ່ໜ້າຄົ້ນຫາທ່ອງທ່ຽວ

      ບຸນຊ່ວງເຮືອເດືອນ 9 ຫລວງພະບາງ ເປັນເລື່ອງທີ່ໜ້າຄົ້ນຫາ

      9/4/2024 12:30:32 PM

      ຄວາມເປັນເມືອງມໍລະດົກໂລກຫລວງພະບາງ ບໍ່ໄດ້ເຊື່ອງຊ້ອນພຽງຄຸນຄ່າທ່ີເປັນເອກະລັກສະເພາະວັດວາອາຮາມ, ພະລາດຊະວັງ ແລະ ເຮືອນ-ອາຄານຮູບຊົງເກົ່າແກ່ດັ້ງເດີມເທົ່ານັ້ນ ແຕ່ຫາກຍັງຕິດພັນກັບວິຖີດໍາລົງຊີວິດແບບດັ້ງເດີມ ມາຫລາຍຍຸກຫລາຍສະໄໝ ເຖິງປັດຈຸບັນນີ້ ຈົນກາຍເປັນຈຸດຂາຍໃຫ້ນັກທ່ອງທ່ຽວຕ່າງປະເທດສົນໃຈແວ່ວຽນມາສໍາຜັດ ແລະ ສຶກສາຮຽນຮູ້ໃນເມືອງດັ່ງກ່າວ.

    • ນັກທຸລະກິດລາວ ຮ່ວມກິດຈະກໍາທັດສະນະສຶກສາ ທີ່ ສປ ຈີນທ່ອງທ່ຽວ

      ນັກທຸລະກິດລາວ ຮ່ວມກິດຈະກໍາທັດສະນະສຶກສາ ທີ່ ສປ ຈີນ

      9/2/2024 2:45:47 PM

      ຂປລ. ກົມແລກປ່ຽນ ແລະ ຮ່ວມມືສາກົນ ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ ຈັດກິດຈະກໍາທັດສະນະສຶກສາທີ່ປະເທດຈີນ ຂອງນັກທຸລະກິດການທ່ອງທ່ຽວອາຊີ ພາຍໃຕ້ຫົວຂໍ້ ສະບາຍດີ ປະເທດຈີນ ຂຶ້ນໃນລະຫວ່າງວັນທີ 20-29 ສິງຫາ ຜ່ານມາ, ນໍາພາຄະນະໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳ ສປປ ລາວ, ມີຜູ້ຕາງໜ້ານັກທຸລະກິດ ການທ່ອງທ່ຽວລາວ ຈາກ 3 ພາກສ່ວນເຂົ້າຮ່ວມກິດຈະກໍາ

    • ທ່ອງທ່ຽວລາວຄຶກຄືນຫລັງຍົກເວັ້ນວີຊາທ່ອງທ່ຽວ

      ທ່ອງທ່ຽວລາວຄຶກຄືນຫລັງຍົກເວັ້ນວີຊາ

      9/2/2024 10:40:17 AM

      ພາກອຸດສາຫະກໍາທ່ອງທ່ຽວລາວມີບັນຍາກາດຄຶກຄັກເປັນພິເສດ ພາຍຫລັງ ສປປ ລາວ ປະກາດຍົກເວັ້ນວີຊາທ່ອງທ່ຽວໃຫ້ຫລາຍປະເທດ ຂະນະທີ່ນັກທ່ອງທ່ຽວຈາກປະເທດໄທ, ສປ ຈີນ, ຫວຽດນາມ, ເອີຣົບ, ເກົາຫລີ ຕິດອັນດັບດັບຕົ້ນໆເຂົ້າມາທ່ອງ ທ່ຽວລາວ, ຄາດວ່າໝົດປີ 2024 ລາວຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດໄດ້ຢ່າງໜ້ອຍ 3-4 ຄົນ.

    • “ຜາຖີ່” ແຫລ່ງທ່ອງທ່ຽວປະຫວັດສາດ ທີ່ໜ້າຄົ້ນຫາທ່ອງທ່ຽວ

      “ຜາຖີ່” ແຫລ່ງທ່ອງທ່ຽວປະຫວັດສາດ ທີ່ໜ້າຄົ້ນຫາ

      8/26/2024 11:34:23 AM

      “ຜາຖີ່່” ຫລື Lima Site 85 ອາດີດເຣດ້າຕາທິບ ຂອງຖານທັບສະຫະລັດອາເມລິກາໃນລາວ, ປັດຈຸບັນ ກາຍເປັນແຫລ່ງທ່ອງທ່ຽວທາງປະຫວັດສາດທີ່ໜ້າທ່ຽວຊົມ ແລະ ສຶກສາຮຽນຮູ້, ໂດຍ ພູຜາຖີ່ ( Phou Pha Thi ) ຕັ້ງຢູ່ ບ້ານ ຫ້ວຍມ້າ, ເມືອງ ຊໍາເໜືອ, ແຂວງ ຫົວພັນ ຫ່າງຈາກເທສະບານແຂວງ ຫົວພັນ 68 ກິ​ໂລ​ແມັດ.

ads
ads

Top