ຂປລ
ສຳນັກພະລາດຊະວັງ ແຫ່ງລາດຊະອານາຈັກໄທ ໄດ້ອອກຖະແຫລງການ ຢ່າງເປັນທາງການວ່າ: ສົມເດັດ ພະນາງ ເຈົ້າສິຣິກິດ ພະບໍຣົມຊິນີນາດ ພະບໍຣົມລາດຊະຊົນນະນີ ພັນປີຫລວງຂອງໄທ ໄດ້ສະເດັດສະຫວັນຄົດແລ້ວ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ສຳນັກພະລາດຊະວັງ ແຫ່ງລາດຊະອານາຈັກໄທ ໄດ້ອອກຖະແຫລງການ ຢ່າງເປັນທາງການວ່າ: ສົມເດັດ ພະນາງ ເຈົ້າສິຣິກິດ ພະບໍຣົມຊິນີນາດ ພະບໍຣົມລາດຊະຊົນນະນີ ພັນປີຫລວງຂອງໄທ ໄດ້ສະເດັດສະຫວັນຄົດແລ້ວ ສິຣິພະຊົນມະພັນສາ ລວມ 93 ປີ. ຖະແຫລງການລະບຸວ່າ: ສົມເດັດພະນາງເຈົ້າ ສິຣິກິດ ພະບໍຣົມ ລາດຊະຊົນນະນີ ພັນປີຫລວງ ໄດ້ສະເດັດ ພະລາດຊະດຳເນີນ ໄປປະທັບ ທີ່ໂຮງໝໍ ຕັ້ງແຕ່ເດືອນກັນຍາປີ 2019. ນັບແຕ່ວັນທີ 17 ຕຸລານີ້ ເປັນຕົ້ນມາ, ສົມເດັດ ພະບໍຣົມລາດຊະຊົນນະນີພັນປີຫລວງ ຊົງພະປະຊວນ ຈາກພາວະຕິດເຊື້ອ ໃນກະແສພະໂລຫິດ. ເຖິງແມ່ນວ່າ ຄະນະແພດຫລວງ ໄດ້ຖະຫວາຍ ການປິ່ນປົວ ຢ່າງສຸດຄວາມສາມາດແລ້ວ ກໍຕາມ, ແຕ່ພະອາການ ກໍຊຸດໜັກລົງ ຕາມລຳດັບ ຈົນນຳໄປສູ່ ການສະຫວັນຄົດ ໃນຕອນຄ່ຳ ວັນທີ 24 ຕຸລານີ້. ພະບາດ ສົມເດັດພະເຈົ້າ ມະຫາ ວາຊີຣະລົງກອນ ໄດ້ຊົງສັ່ງໃຫ້ສຳນັກພະລາດຊະວັງ ດຳເນີນການຈັດພະລາດຊະພິທີພະສົບ ເພື່ອຖະຫວາຍພະກຽດຕິຍົດສູງສຸດ ຕາມລາດຊະປະເພນີ ແລະໃຫ້ພະບໍຣົມວົງສານຸວົງ ແລະ ຂ້າທູນລະອອງ ທຸລີພະບາດ ຕະຫລອດຈົນ ຂ້າລາຊະການ ໃນລາດຊະສຳນັກ ໄວ້ທຸກຖະຫວາຍ ເປັນເວລາ 1 ປີ ເຕັມ ນັບແຕ່ ວັນສະຫວັນຄົດ ເປັນຕົ້ນໄປ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL