60 ກວ່າປະເທດ ລົງນາມໃນ “ສົນທິສັນຍາ ສປຊ ວ່າດ້ວຍການໂຈມຕີ ການກະທຳຜິດ ທາງອິນເຕີເນັດ”

27/10/2025 21:50
Email Print 102
ຂປລ ພິທີລົງນາມ ຢ່າງເປີດເຜີຍ ກໍ່ຄື ກອງປະຊຸມ ລະດັບສູງ ກ່ຽວກັບ “ສົນທິສັນຍາ ອົງການ ສະຫະ ປະຊາຊາດ ວ່າດ້ວຍ ໂຈມຕີ ການກະທຳຜິດ ທາງອິນເຕີເນັດ” ໄດ້ຈັດຂຶ້ນ ຢູ່ສູນປະຊຸມ ແຫ່ງຊາດ ທີ່ນະຄອນຫລວງ ຮ່າໂນ້ຍ ຂອງ ສສ ຫວຽດນາມ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 25 ຕຸລານີ້, ພິທີລົງນາມ ຢ່າງເປີດເຜີຍ ກໍ່ຄື ກອງປະຊຸມ ລະດັບສູງ ກ່ຽວກັບສົນທິສັນຍາ ອົງການ ສະຫະ ປະຊາຊາດ ວ່າດ້ວຍໂຈມຕີ ການກະທຳຜິດ ທາງອິນເຕີເນັດໄດ້ຈັດຂຶ້ນ ຢູ່ສູນປະຊຸມ ແຫ່ງຊາດ ທີ່ນະຄອນຫລວງ ຮ່າໂນ້ຍ ຂອງ ສສ ຫວຽດນາມ, ທ່ານ ເລື່ອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ເປັນປະທານ ຈັດພິທີລົງນາມ ດັ່ງກ່າວ, ໂດຍມີ ຜູ້ຕາງໜ້າຈາກ 60 ກວ່າປະເທດ ສະມາຊິກ ອົງການ ສະຫະ ປະຊາຊາດ ໄດ້ລົງນາມ ໃນສົນທິສັນຍາ ຕາມລຳດັບ. ສົນທິສັນຍາ ໄດ້ສະເໜີ ແຜນການ ທີ່ເປັນລະບົບ ເພື່ອປ້ອງກັນ ແລະ ໂຈມຕີການ ກະທຳຜິດ ທາງອິນເຕີເນັດທົ່ວໂລກ ແລະ ຮັບປະກັນໃຫ້ຫລັກການສິດທິມະນຸດ ໄດ້ຮັບຄວາມເຄົາລົບຢ່າງເຕັມທີ່. ຂອບກົດໝາຍທົ່ວໂລກສະບັບໃໝ່ນີ້ ມີຈຸດປະສົງ ເພີ່ມທະວີການຮ່ວມມືສາກົນ ຢ່າງແທ້ຈິງ ໃນການໂຈມຕີ ການກະທຳຜິດ ທາງອິນເຕີເນັດຕ່າງໆ ເຊັ່ນ: ການຫລອກຫລວງ ຜ່ານທາງອິນເຕີເນັດ ແລະ ການຟອກເງິນ ແບບຂ້າມຊາດ ເປັນຕົ້ນ ຢ່າງມີປະສິດທິຜົນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top