ຂປລ
ທ່ານ ອະນຸທິນ ຊານວີຣະກູນ ນາຍົກ ລັດຖະມົນຕີໄທ ແລະ ທ່ານຮຸນມາເນັດ ນາຍົກລັດຖະມົນຕີ ກຳປູເຈຍ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນຄັ້ງທີ 47 ຢູ່ນະຄອນຫລວງ ກົວລາລຳເປີ ປະເທດມາເລເຊຍ
ຂປລ. ວິທະຍຸ-ໂທລະພາບ ສູນກາງຈີນ ຊີເອັມຈີ ລາຍງານວ່າ: ວັນທີ 26 ຕຸລານີ້, ທ່ານ ອະນຸທິນ ຊານວີຣະກູນ ນາຍົກ ລັດຖະມົນຕີໄທ ແລະ ທ່ານຮຸນມາເນັດ ນາຍົກລັດຖະມົນຕີ ກຳປູເຈຍ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນຄັ້ງທີ 47 ຢູ່ນະຄອນຫລວງ ກົວລາລຳເປີ ປະເທດມາເລເຊຍ ແລະ ໄດ້ລົງນາມ ຖະແຫລງການຮ່ວມ ກ່ຽວກັບບັນຫາສັນຕິພາບຢູ່ເຂດຊາຍແດນ ລະຫວ່າງ ສອງປະເທດ. ໂດຍເນື້ອໃນ ຖະແຫລງການດັ່ງກ່າວ ລວມມີ ສັນຍາ ສັນຕິພາບ 4 ສະບັບ ຄື: ຖອນອາວຸດໜັກອອກ, ທຳລາຍລູກລະເບີດ, ປາບປາມກຸ່ມແກ້ງ ຫລອກລວງ ແລະ ຮ່ວມກັນຄຸ້ມຄອງ ບໍລິຫານເຂດຊາຍແດນ.
ໃນຂະນະທີ່, ເມື່ອບໍ່ດົນມານີ້ ໄທ ແລະ ກຳປູເຈຍ ໄດ້ເກີດການປະທະກັນ ຢູ່ເຂດຊາຍແດນ, ພາຍໃຕ້ການເກ່ເກ່ຍຂອງທ່ານ ອັນວາຣ ອີມບຣາຮີມ ນາຍົກ ລັດຖະມົນຕີ ມາເລເຊຍ, ເມື່ອວັນທີ 28 ກໍລະກົດຜ່ານມາ, ສອງປະເທດດັ່ງກ່າວ ໄດ້ຈັດການພົບປະເຈລະຈາກັນ ແລະ ເຫັນດີຢຸດຍິງ ຢ່າງທັນທີ ແລະ ບໍ່ມີເງື່ອນໄຂ ນັບແຕ່ເວລາ 24 ໂມງຂອງມື້ດຽວກັນເປັນຕົ້ນໄປ, ໃນຂະນະດຽວກັນ ຍັງຈະຈັດກອງປະຊຸມ ຄະນະ ກຳມະການຮ່ວມ ເຂດຊາຍແດນລະຫວ່າງໄທ ແລະ ກຳປູເຈຍ ເພື່ອຊຸກຍູ້ການຟື້ນຟູ ສັນຕິພາບ ແລະ ສະຖຽນລະພາບ ຢູ່ເຂດຊາຍແດນ. ເມື່ອວັນທີ 7 ສິງຫາປີນີ້, ກອງປະຊຸມພິເສດ ຂອງ ຄະນະ ກຳມະການດັ່ງກ່າວ ໄດ້ບັນລຸຄວາມຮັບຮູ້ ທີ່ເປັນເອກະພາບກັນ ກ່ຽວກັບ ສັນຍາຢຸດຍິງລະຫວ່າງ ສອງປະເທດ ແລະ ສອງຝ່າຍໄດ້ລົງນາມໃນເອກະສານທີ່ກ່ຽວຂ້ອງ./.
KPL