ຂປລ
ທ່ານ ຫລີສຽງ ນາຍົກລັດຖະມົນຕີຈີນ ໄດ້ຮ່ວມກັບ ທ່ານ ການຄິມຢົງ ຮອງນາຍົກລັດຖະມົນຕີສິງກະໂປ ເຂົ້າຮ່ວມກອງປະຊຸມ ສົນທະນາ ຂອງວົງການອຸດສາຫະກຳການຄ້າຈີນ-ສິງກະໂປ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 26 ຕຸລານີ້ ຢູ່ສິງກະໂປ, ທ່ານ ຫລີສຽງ ນາຍົກລັດຖະມົນຕີຈີນ ໄດ້ຮ່ວມກັບ ທ່ານ ການຄິມຢົງ ຮອງນາຍົກລັດຖະມົນຕີສິງກະໂປ ເຂົ້າຮ່ວມກອງປະຊຸມ ສົນທະນາ ຂອງວົງການອຸດສາຫະກຳການຄ້າຈີນ-ສິງກະໂປ.ພາຍຫລັງ ຮັບຟັງການປະກອບຄຳເຫັນ ຂອງຜູ້ຕາງໜ້າວິສາຫະກິດ ສອງປະເທດແລ້ວ, ທ່ານ ຫລີສຽງ ກ່າວຢືນຢັນວ່າ: ຕະຫລອດໄລຍະ 35 ປີຜ່ານມາ, ດ້ວຍຄວາມພະຍາຍາມຮ່ວມຂອງ ສອງປະເທດຈີນ-ສິງກະໂປ, ມິດຕະພາບ ແລະ ການຮ່ວມມື ສອງປະເທດ ໄດ້ບັນລຸການພັດທະນາ ຢ່າງວ່ອງໄວ ແລະ ໄດ້ຮັບຜົນງານ ອັນອຸດົມສົມບູນ. ພຶດຕິກຳຕົວຈິງໄດ້ສະແດງໃຫ້ເຫັນ ຢ່າງເຕັມສ່ວນວ່າ: ການພັດທະນາຂອງ ສປ ຈີນ ແລະ ສິງກະໂປ ເປັນກາລະໂອກາດສຳຄັນຂອງແຕ່ລະປະເທດ, ຂໍພຽງແຕ່ສອງຝ່າຍຍຶດໝັ້ນການເຄົາລົບນັບຖືແລະໄວ້ເນື້ອເຊື່ອໃຈກັນ, ເປີດປະຕູສູ່ພາຍນອກແລະຮ່ວມມືກັນ ກໍຈະສາມາດຮ່ວມກັນຊົມໃຊ້ຄວາມຈະເລີນຮຸ່ງເຮືອງ ແລະ ຮ່ວມກັນສ້າງ ອະນາຄົດທ່າມກາງການຊ່ວຍຊູຍູ້ໜູນກັນ ໃຫ້ຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດ. ບັນດາຜູ້ຕາງໜ້າວົງການ ອຸດສາຫະກຳການຄ້າ ທີ່ເຂົ້າຮ່ວມ ກອງປະຊຸມ ໄດ້ກ່າວຢືນຢັນວ່າ: ການຮ່ວມມື ດ້ານເສດຖະກິດ ການຄ້າ ລະຫວ່າງ ສປ ຈີນ-ສິງກະໂປ ໄດ້ສ້າງຜົນປະໂຫຍດ ໃຫ້ແກ່ ສອງປະເທດ ກໍຄື ການພັດທະນາ ໃຫ້ຈະເລີນຮຸ່ງເຮືອງ ຂອງພາກພື້ນ. ວິສາຫະກິດ ສິງກະໂປເບິ່ງອະນາຄົດແຫ່ງການພັດທະນາຂອງຈີນໄປໃນທາງທີ່ດີ, ແລະຈະສືບຕໍ່ລົງທຶນຢູ່ຈີນ, ເຊື່ອໝັ້ນວ່າ ຂະບວນການສ້າງ ຄວາມທັນສະໄໝ ແບບຈີນ ຍ່ອມຈະນຳເອົາ ກາລະໂອກາດ ຫລາຍກວ່າເກົ່າ ມາສູ່ບັນດາປະເທດໃນໂລກເຊິ່ງລວມທັງ ສິງກະໂປ ຢ່າງແນ່ນອນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL