ອາຊຽນ ເພີ່ມທະວີການຮ່ວມມືຫັນເປັນດີຈີຕອນ-ມຸ່ງໄປເຖິງອະນາຄົດພັດທະນາສີຂຽວ ແບບຍືນຍົງ

13/05/2024 10:20
Email Print 1392
ຂປລ ການຫັນເປັນ ດີຈີຕອນ ແມ່ນທ່າອ່ຽງຈຳເປັນ ແລະ ຈະສືບຕໍ່ ສ້າງອະນາຄົດ ຂອງທຸກໆ ພາກພື້ນ ໃນໂລກ ໃຫ້ເປັນຮູບປະທຳ, ນັບທັງ ອາຊຽນ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດຫວຽດນາມ, ປະຈຸບັນ, ການຫັນເປັນ ດີຈີຕອນ ແມ່ນທ່າອ່ຽງຈຳເປັນ ແລະ ຈະສືບຕໍ່ ສ້າງອະນາຄົດ ຂອງທຸກໆ ພາກພື້ນ ໃນໂລກ ໃຫ້ເປັນຮູບປະທຳ, ນັບທັງ ອາຊຽນ. ໄລຍະມໍ່ໆມານີ້, ອາຊຽນ ໄດ້ ແລະ ພວມຍູ້ແຮງ ການຮ່ວມມື ພາຍໃນກຸ່ມ ກໍ່ຄືກັນ ບັນດາ ຄູ່ຮ່ວມມື ໃນບັນຫາ ຫັນປ່ຽນ ແລະ ເຊື່ອມໂຍງ ເຕັກນິກດີຈີຕອນ. ນີ້ກໍ່ແມ່ນຫົວຂໍ້ ທີ່ໄດ້ຮັບຫລາຍຄຳເຫັນ ປະກອບ ຂອງບັນດາການນຳ, ນັກຊ່ຽວຊານ, ນັກຮຽນຮູ້ ທີ່ເຂົ້າຮ່ວມເວທີປາໄສ ອະນາຄົດ ອາຊຽນ ໂດຍສະຖາບັນ ການຕ່າງປະເທດ ຫວຽດນາມ ຈັດຂຶ້ນຢູ່ຮ່າໂນ້ຍ ຫວ່າງ ແລ້ວນີ້.ຕາມບັນດາຄຳເຫັນທີ່ເວທີປາໄສແລ້ວ, ພື້ນຖານເສດຖະກິດ ເຕັກນິກດີຈີຕອນ ແນ່ນອນວ່າ ຈະກາຍເປັນ ປັດໄຈ ຊຸກຍູ້ການເຕີບໂຕຂອງພາກພື້ນ ອາຊຽນ. ລາຍຮັບເສດຖະກິດ ດີຈີຕອນໃນປີ 2023 ຂອງ ອາຊຽນ ຄາດວ່າບັນລຸ 100 ຕື້ໂດລາສະຫະລັດ, ເພີ່ມຂຶ້ນທົບ 8 ເທົ່າເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2016 ແລະ ໄດ້ຄາດວ່າ ຈະບັນລຸກ່ວາ 1.000 ຕື້ໂດລາສະຫະລັດ ໃນປີ 2030. ໂດຍຮັບຮູ້ແຈ້ງ ກ່ຽວກັບ ຄວາມສາມາດ ບົ່ມຊ້ອນ ອັນໃຫຍ່ຫລວງ ຂອງເສດຖະກິດ ດີຈີຕອນ, ບັນດາປະເທດ ສະມາຊິກ ອາຊຽນ ລ້ວນແຕ່ສະຫງວນ ຫລາຍບຸລິມະສິດ ແລະ ແຫລ່ງກຳລັງ ໃຫ້ແກ່ ການຊຸກຍູ້ຂົງເຂດນີ້. ສຳລັບ ສສ ຫວຽດນາມ, ທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີ ກະຊວງ ຖະແຫລງຂ່າວ ແລະ ສື່ສານ ເປີດເຜີຍວ່າ: ສສ ຫວຽດນາມ ພວມມຸ່ງໄປເຖິງ ຢຸດຕິ ການກະຈາຍຄື້ນ ສັນຍານ ໂທລະສັບລະບົບ 2G ໃນທົ່ວປະເທດ ໃນເດືອນ ກັນຍາ 2024. ໂທລະສັບມືຖື ທັງໝົດ ຈະແມ່ນໂທລະສັບ ອັດສະລິຍະ (Smart Phone), ຊ່ວຍຍູ້ໄວວິວັດການຫັນເປັນ ດີຈີຕອນ. ສສ ຫວຽດນາມ ກໍ່ພວມປະຕິບັດ ບັນດາໂຄງການ ສາຍໄຍແກ້ວ ຢູ່ທະເລກັບຫລາຍຄູ່ຮ່ວມມື ໃນອາຊຽນ ເພື່ອຮັບປະກັນ ລັກສະນະເຊື່ອມຕໍ່ ພາຍໃນປະເທດ ແລະ ພາກພື້ນ. ທ່ານ ຫງວຽນແມ້ງຮຸ່ງ ຢັ້ງຢືນຕື່ມອີກວ່າ: ການພັດທະນາໄວ ແມ່ນການພັດທະນາ ດີຈີຕອນ, ພັດທະນາແບບຍືນຍົງ ແມ່ນການພັດທະນາສີຂຽວ. ການຫັນເປັນດີຈີຕອນ, ດີຈີຕອນ, ຫັນເປັນສີຂຽວ ຈະແມ່ນທ່າອ່ຽງ ຕົ້ນຕໍ ໃນທົດສະວັດຈະມາເຖິງ. ອະນາຄົດຂອງ ອາຊຽນ ແມ່ນອະນາຄົດດີຈີຕອນ, ພວກເຮົາຕ້ອງສ້າງລະບອບ ລະບຽບການ ເຕັກນິກ ດີຈີຕອນໃໝ່, ພື້ນຖານໂຄງລ່າງ ດີຈີຕອນໃໝ່ ແລະ ແຫລ່ງຊັບພະຍາກອນມະນຸດ ດ້ານເຕັກນິກ ດີຈີຕອນໃໝ່. ການຫັນເປັນດີຈີຕອນ ແມ່ນການປະຕິວັດກ່ຽວກັບລະບອບລະບຽບການລາຍກວ່າ ການປະຕິວັດ ກ່ຽວກັບ ເຕັກໂນໂລຊີ. ເລື່ອງຕັດສິນໃຈນຳໃຊ້ ແລະ ຄຸ້ມຄອງເຕັກໂນໂລຊີດີຈີຕອນຈະສວມບົດບາດແກ່ນສານ ໃນການສ້າງອະນາຄົດຂອງ ອາຊຽນ ເປັນຮູບປະທຳ.ໄປຄຽງຄູ່ກັບການສ້າງລະບອບລະບຽບການ, ພື້ນຖານໂຄງລ່າງ, ເລື່ອງບຳລຸງສ້າງແຫລ່ງ ຊັບພະຍາກອນມະນຸດ ດ້ານເຕັກນິກ, ແນະນຳທິດສະດີ ຈີຕອນໃຫ້ແກ່ ປະຊາຊົນໃນພາກພື້ນ ກໍ່ແມ່ນບັນຫາ ເຊິ່ງບັນດາປະເທດ ອາຊຽນ ມີຄວາມເອົາໃຈໃສ່ພິເສດ. ມີຄຳເຫັນຕີລາຄາວ່າ ນີ້ແມ່ນສິ່ງທ້າທາຍໃຫຍ່, ຍ້ອນວ່າ ໃນຈຳນວນພົນລະເມືອງ ອາຊຽນ ເກືອບ 700 ລ້ານຄົນ, ມີປະມານ 50% ພວມດຳລົງ ຊີວິດຢູ່ເຂດຊົນນະບົດ ດ້ວຍເງື່ອນໄຂດ້ານວັດຖຸ, ພື້ນຖານໂຄງລ່າງບໍ່ທັນຕອບສະໜອງໄດ້, ໃນຂະນະນັ້ນ, ເຕັກໂນໂລຊີດີຈີຕອນ ຈະໄດ້ຮັບການເສີມຂະຫຍາຍສູງສຸດ ກໍ່ຕໍ່ເມື່ອມະນຸດມີທັກສະໃນຂົງເຂດ ດີຈີຕອນ ຢ່າງພຽງພໍ. ເມື່ອປະກອບຄຳເຫັນ ກ່ຽວກັບ ບັນຫານີ້, ທ່ານ ສາດສະດາຈານ Tetsuya Watanabe, ປະທານ ສະຖາບັນຄົ້ນຄ້ວາ ອາຊຽນ ແລະ ອາຊີຕາເວັນອອກ (ERIA), ຖືວ່າ: ກ່ຽວກັບການສຶກສາບຳລຸງສ້າງ, ເພື່ອເພີ່ມອັດຕາສ່ວນ ຂອງພົນລະເມືອງ ມີທັກສະດີຈີຕອນ, ກ່ອນອື່ນໝົດ, ພວກເຮົາຕ້ອງບຳລຸງສ້າງຖັນແຖວ ຄູອາຈານ. ພາກເອກະຊົນ ກໍ່ຄວນສວມບົດບາດ ໃຫຍ່ກວ່າ ໃນການບຳລຸງສ້າງ ຫຼື ປັບປຸງທັກສະ ຂອງຜູ້ອອກແຮງງານ ຄືນໃໝ່, ຮ່ວມສຳພັນກັບບັນດາມະຫາວິທະຍາໄລ ກ່ຽວກັບການສອນ ວິຊາຊີບ, ທັກສະດີຈີຕອນ. ນອກຈາກນັ້ນ, ເລື່ອງສ້າງລະບົບຂໍ້ມູນຂ່າວສານ ກ່ຽວກັບ ຕະຫລາດແຮງງານກໍ່ສຳຄັນ, ເພື່ອຊ່ວຍໃຫ້ພວກເຮົາ ຮັບຮູ້ໄດ້ເຖິງຄວາມຕ້ອງການ, ທ່າອ່ຽງ. ອາຊຽນ ກໍ່ຄວນສ້າງຕັ້ງບັນດາມາດຖານ, ຄວາມເຂົ້າໃຈລວມ ທີ່ກ່ຽວຂ້ອງເຖິງ ວຽກເຮັດງານທຳ, ສ້າງຂອບເຂດເປັນເອກະພາບ. ສິ່ງດັ່ງກ່າວ ຈະສ້າງເງື່ອນໄຂ ໃຫ້ແກ່ ການບຳລຸງສ້າງທັກສະດີຈີຕອນ ຂອງບັນດາປະເທດ ອາຊຽນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

ads
ads

Top