ບໍລິການຂົນສົ່ງໃນລາວ ຂະຫຍາຍຕົວວ່ອງໄວ

13/05/2024 10:45
Email Print 1901
ຂປລ * ສປປ ລາວ ແມ່ນຫນຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ ທີ່ມີທຸລະກິດຂົນສົ່ງສິນຄ້າທັງພາຍໃນ ແລະ ຕ່າງປະເທດຂະຫຍາຍຕົວເພີ່ມຂຶ້ນຢ່າງວ່ອງໄວ ພາຍຫລັງ ສປປ ລາວ ແລະ ສປ ຈີນ ເປີດໃຫ້ບໍລິການເສັ້ນທາງລົດໄຟລາວ-ຈີນ ນັບແຕ່ທ້າຍປີ 2021 ເຊິ່ງເຮັດໃຫ້ລະບົບຂົນສົ່ງທາງບົກເຊື່ອມຈອດກັນຢ່າງເປັນລະບົບ.

     * ສປປ ລາວ ແມ່ນຫນຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ ທີ່ມີທຸລະກິດຂົນສົ່ງສິນຄ້າທັງພາຍໃນ ແລະ ຕ່າງປະເທດຂະຫຍາຍຕົວເພີ່ມຂຶ້ນຢ່າງວ່ອງໄວ ພາຍຫລັງ ສປປ ລາວ ແລະ ສປ ຈີນ ເປີດໃຫ້ບໍລິການເສັ້ນທາງລົດໄຟລາວ-ຈີນ ນັບແຕ່ທ້າຍປີ 2021  ເຊິ່ງເຮັດໃຫ້ລະບົບຂົນສົ່ງທາງບົກເຊື່ອມຈອດກັນຢ່າງເປັນລະບົບ.

   ດັ່ງຮູ້ນໍາກັນ, ຫລາຍຊຸມປີຜ່ານມານ້ີ ມີບໍລິສັດຂົນສົ່ງຂອງຕ່າງປະເທດໄດ້ນໍາເອົາລົດບັນທຸກສິນຄ້າ ແລະ ຜູ້ໂດຍສານ(ແທັກຊີ) ມາແລ່ນ ໃນລາວເພີ່ມຂຶ້ນແບບກ້າວກະໂດດ ໂດຍສ່ວນໃຫຍ່ຂົນສົ່ງສິນຈາກລາວໄປຕ່າງປະເທດ,ຈາກອາຊຽນເຂົ້າໄປຈີນ ແລະ ຈາກຈີນໄປອາຊຽນ.ອີງຕາມການລາຍງານຂອງ ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ກ່າວວ່າ: ການຈັດຕັ້ງປະຕິບັດການຄຸ້ມຄອງການຂົນສົ່ງທາງບົກລະຫວ່າງປະເທດຕ່ໍກອງປະຊຸມ ຍທຂ ທົ່ວປະເທດ ປະຈຳປີ 2023 ເມື່ອບໍ່ດົນມານີ້ວ່າ: ສຳລັບວິສາຫະກິດຂົນສົ່ງໂດຍສານ ທີ່ເຂົ້າຮ່ວມການແລ່ນລົດລະຫວ່າງປະເທດມີ  49 ຫົວໜ່ວຍ,  ມີພາຫະນະການຂົນສົ່ງໂດຍສານທັງໝົດ 320 ຄັນ,  ມີວິສາຫະກິດຂົນສົ່ງສິນຄ້າທີ່ດຳເນີນການຂົນສົ່ງລະຫວ່າງ ປະເທດມີ 80 ຫົວໜ່ວຍ, ມີພາຫະນະການຂົນສົ່ງສິນຄ້າທັງໝົດ 1.827 ຄັນ, ແຕ່ລະປີບໍລິມາດຂົນສົ່ງໂດຍ ສານເພີ່ມຂຶ້ນສະເລ່ຍ 9% ແລະ ບໍລິມາດຈໍລະຈອນສິນຄ້າ 9%. ສ່ວນ ທ່າບົກຫ້ວຍຊາຍ ແຂວງບໍ່ແກ້ວ, ຫລວງພະບາງ ແລະ ອຸດົມໄຊ ກຳລັງສຶກສາ ແລະ ຍັງໄດ້ຄົ້ນຄວ້າການສຶກສາຄວາມເປັນໄປໄດ້ການສ້າງລະບົບຄ່ຽນຖ່າຍສິນຄ້າຢູ່ດ່ານສາກົນນາເພົ້າແຂວງຄໍາມ່ວນ.

  

   ຢ່າງໃດກໍຕາມ, ໃນການຄຸ້ມຄອງວຽກງານຂົນສົ່ງລະຫວ່າງປະເທດ ກໍຍັງມີຂໍ້ຫຍຸ້ງຍາກຫລາຍປະການທີ່ຕ້ອງໄດ້ຮັບການປັບປຸງແກ້ໄຂໃນຕໍ່ໜ້າ. ທ່ານ ບຸນຕາ ອ່ອນນາວົງ   ກ່າວ ຕື່ມວ່າ: ລັດຖະບານລາວ ຍາມໃດກໍໄດ້ຖືສຳຄັນວຽກງານການຂົນສົ່ງ ທາງບົກລະຫວ່າງປະເທດເພື່ອເສີມຂະຫຍາຍສ້າງໃຫ້ເປັນຂະແໜງການນໍາໜ້າໃນການສ້າງລາຍຮັບ ແຫ່ງຊາດທັງເປັນປັດໄຈໃນການຂັບເຄື່ອນການພັດທະນາເສດຖະກິດແຫ່ງຊາດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.  ໃນໄລຍະຜ່ານມາ, ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໂດຍສຸມໃສ່ 2 ໜ້າທ່ີຕົ້ນຕໍ ເປັນຕົ້ນສ້າງໂຄງລ່າງພື້ນ ຖານເພື່ອອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງພາຍໃນ, ການເຊື່ອມຕໍ່ກັບບັນດາປະເທດອ້ອມຂ້າງ; ອັນເປັນເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການຈັດຕ້ັງປະຕິບັດການຂົນສ່ົງໂດຍສານ ແລະ ສິນຄ້າຜ່ານແດນທາງບົກລະຫວ່າງປະເທດ.ເຖິງແນວໃດກໍດີການພັດທະ"ນາພື້ນຖານໂຄງລ່າງທີ່ດີມີຄຸນນະພາບນັ້ນແມ່ນໜຶ່ງໃນຫລາຍບູລິມະສິດສໍາຄັນຂອງພັກ-ລັດຖະບານລາວ ເພື່ອສົ່ງເສີມ ແລະ ຍົກລະດັບການເຊື່ອມໂຍງເຊື່ອມຈອດກັນກັບພາກພື້ນ-ສາກົນ ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາ, ເອື້ອອໍານວຍການຂົນສົ່ງສິນຄ້າ, ການບໍລິການ ແລະ ການແກ້ໄຂຄວາມທຸກຍາກຂອງປະເທດຢ່າງໜັກແໜ້ນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top