ເປີດແຂ່ງຂັນກິລາບານສົ່ງໃນຮົ່ມຍິງ-ຊາຍ ໃນງານມະຫະກຳກິລາມະຫາວິທະຍາໄລ

08/05/2024 09:47
Email Print 574
ຂປລ ການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ-ຍິງ ງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ໄດ້ເລີ່ມຂຶ້ນໃນວັນທີ 6 ພຶດສະພາ 2024 ທີ່ສະໜາມກິລາໃນຮົ່ມ ມຊ ວິທະຍາໄລເຂດດົງໂດກ.

   *ການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ-ຍິງ ງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ໄດ້ເລີ່ມຂຶ້ນໃນວັນທີ 6 ພຶດສະພາ 2024 ທີ່ສະໜາມກິລາໃນຮົ່ມ ມຊ ວິທະຍາໄລເຂດດົງໂດກ. ໃນນີ້, ບານສົ່ງໃນຮົ່ມປະເພດຊາຍມີ 8 ພາກສ່ວນເຂົ້າຮ່ວມແບ່ງເປັນ 2 ກຸ່ມ ແຕ່ລະກຸ່ມ ແຂ່ງຂັນພົບກັນໝົດ ແລະ ຄັດເລືອກເອົາທີ 1-2 ຜ່ານເຂົ້າຮອບ 4 ທີມສຸດທ້າຍ.    ສຳລັບກຸ່ມເອປະກອບມີ ວິທະຍາຄານປ້ອງກັນຊາດ (ວປກ) ແຊັມເກົ່າ, ສະຖາບັນເຕັກໂນໂລຊີສຸດສະກະ (ສຕສ), ສະຖາບັນຍຸຕິທຳແຫ່ງຊາດ (ສຍຊ) ແລະ ສະຖາບັນລາວ-ອາເມລິກາ (ສລອ). ສ່ວນ ກຸ່ມບີ ມີມະຫາວິທະຍາໄລສຸພານຸວົງ(ມສ), ວິທະຍາຄານສັນຕິບານປະຊາຊົນ (ວສປ), ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມສວ)  ແລະ ມະຫາວິທະຍາໄລແຫ່ງຊາດ (ມຊ).

    ສ່ວນປະເພດຍິງ ມີ 4 ພາກ ສ່ວນເຂົ້າຮ່ວມຄື: ມະຫາວິທະຍາໄລແຫ່ງຊາດ (ມຊ), ວິທະຍາຄານປ້ອງກັນຊາດ(ວປກ), ວິທະຍາຄານສັນຕິບານປະຊາຊົນ (ວສປ) ແລະ ສະຖາບັນລາວ-ອາເມລິກາ (ສລອ) ຈັດເປັນກຸ່ມດຽວ ແຂ່ງຂັນພົບກັນໝົດຄັດເລືອກເອົາທີ 1-2 ໄປຊີງຫລຽນຄຳ ສ່ວນອັນດັບທີ 3-4 ໄປຊີງຫລຽນທອງ.  ຜົນການແຂ່ງຂັນປະກົດວ່າ: ກຸ່ມບີ ທີມຊາຍ ມະຫາວິທະຍາໄລສຸພານຸວົງ ເສຍໃຫ້ ວິທະຍາຄານສັນຕິບານປະຊາຊົນ 1-3 ເຊັດ 23-25, 25-23, 19-25 ແລະ 25-27 ຄະແນນ. ຂະນະທີ່ກຸ່ມ ເອ ທີມວິທະຍາຄານປ້ອງກັນຊາດຊະນະທີມສະຖາບັນເຕັກໂນໂລຊີສຸດ ສະກະ ຂາດຮອຍ 3-0 ເຊັດ  25- 9, 25-12 ແລະ 25-13 ຄະແນນ ແລະ ສະຖາບັນລາວ-ອາເມລິກາ (ສລອ) ເອົາຊະນະ ສະຖາບັນຍຸຕິ ທຳແຫ່ງຊາດ (ສຍຊ) ໄປໄດ້ 3-0 ເຊັດ 25-12, 25-13 ແລະ 25- 17 ຄະແນນ. ສຳລັບບານສົ່ງຍິງ ນັດ ທຳອິດ ຜົນປະກົດວ່າ ວິທະຍາຄານປ້ອງກັນຊາດ ເອົາຊະນະ ທີມວິທະຍາຄານສັນຕິບານປະຊາຊົນ 3-0 ເຊັດ 25-11, 25-9 ແລະ 25-11 ຄະແນນ.    

      ຂະນະທີ່ການແຂ່ງຂັນດອກປີກໄກ່ ກໍໄດ້ເລີ່ມເປີດການແຂ່ງຂັນເຊັ່ນດຽວກັນໃນວັນທີ 6 ພຶດສະພາ ໂດຍມີການຊີງທັງໝົດ 5 ຫລຽນຄໍາ ເຊິ່ງເປັນການແຂ່ງຂັນຮອບຄັດເລືອກປະເພດດ່ຽວຊາຍ,  ຄູ່ຊາຍ, ດ່ຽວຍິງ, ຄູ່ຍິງ ແລະ ທີມປະສົມ ໂດຍມີນັກກິລາຈາກ 9 ພາກສ່ວນເຂົ້າຮ່ວມປະກອບມີ: ມະຫາວິທະຍາໄລແຫ່ງຊາດ(ມຊ) ມະຫາວິທະຍາໄລສຸພານຸວົງ (ມສ), ມະຫາວິທະຍາໄລວິທະຍາສາດສຸຂະພາບ  (ມວສ), ສະຖາບັນເຕັກໂນໂລຊີສຸດສະກະ (ສຕສ), ສະຖາບັນການທະນາຄານ (ສທຄ), ສະຖາບັນຍຸຕິທຳແຫ່ງຊາດ (ສຍຊ), ສະຖາບັນຣັຕນະບໍລິຫານທຸລະກິດ(ສຣບທ) ແລະ ສະຖາບັນລາວ-ອາເມລິກາ (ສລອ). ການແຂ່ງຂັນກິລາດອກປີກໄກ່ ຈະດໍາເນີນການແຂ່ງຂັນລະຫວ່າງ ວັນທີ 6-9 ພຶດສະພາ 2024 ມີການຊີງທັງໝົດ 5 ຫລຽນຄຳຄື: ປະເພດດ່ຽວຊາຍ 9 ທີມ, ຄູ່ຊາຍ 8 ທີມ, ດ່ຽວຍິງ 5 ທີມ, ຄູ່ຍິງ 7 ທີມ ແລະ ຄູ່ປະສົມ ມີ 8 ທີມ. 

(ຂໍ້ມູນຂ່າວ: ສູນຂ່າວ ກມລ 2)

ໂດຍ:ຢ່າຕົ່ງ

KPL

ຂ່າວອື່ນໆ

ads
ads

Top